吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຢ້ຽມຢາມ “​ເມືອງ​ແຫ່ງ​ດອກ​ກຸຫຼາບ​ຈີນ”

2021-05-13 16:27:26 cri

ວັນ​ທີ 12 ພຶດສະພາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ທີ່​ພວມ​ສຳ​ຫຼວດກວດກາ​ວຽກ​ງານ​ຢູ່​​ແຂວງ​ເຮີ​ນານ​ໄດ້​ເດີນທາງ​ໄປ​ເບິ່ງ​ສວນ​ວາງສະ​ແດງດອກ​ກຸຫຼາບ​ຈີນ​ຢູ່​ນະຄອນ​ນານ​ຢາງ ​ເພື່ອ​ກວດ​ເບິ່ງ​ສະພາບ​ການ​ກ່ຽວ​ກັບ​ນະຄອນ​ດັ່ງກ່າວ​ອີງ​ໃສ່​ທ່າ​ແຮງ​ດ້ານ​ຊັບພະຍາກອນ​ດອກ​ກຸຫຼາບ​ຈີນ, ​ເພື່ອ​ພັດທະນາ​ອຸດສາຫະກຳ​ທີ່​ມີ​ເອສະ​ລັກ​ພິ​ເສດ, ການ​ຊອກ​ຫາ​ວຽກ​​ເຮັດ​ງານ​ທຳ​ໃຫ້​ກັບ​ປະຊາຊົນ ​ແລ​ະອື່ນໆ.

ນະຄອນ​ນານ​ຢາງ​ຕັ້ງ​ຢູ່​ພາກ​ກາງຂອງ​ແຂວງ​ເຮີ​ນານ​ປະ​ເທດ​ຈີນ, ​ແມ່ນ​ຕົວ​ເມືອງ​ທີ່​ມີ​ຊື່​ສຽງ​ດ້ານ​ວັດທະນະທຳ ​ແລະ​ປະຫວັດສາດ​ທີ່​ມີ​ອາຍຸ​ຫຼາຍ​ກວ່າ 2700 ປີ, ຍັງ​ເປັນ​ແຫຼ່ງປູກ​ດອກ​ກຸຫຼາບ​ຈີນ​ທີ່​ມີ​ເນື້ອ​ທີ່​ກວ້າງຂວາງ​ທີ່​ສຸດ​ຂອງ​ຈີນ, ສົມ​ເປັນ “​ເມືອງ​​ແຫ່ງ​ດອກ​ກຸຫຼາບ​ຈີນ" ​ແທ້ໆ.

​ໃນ​ຊຸມ​ປີຜ່ານມາ, ນະຄອນ​ນານ​ຢາງ​ໄດ້​ພັດທະນາ​ສາມ​ອຸດສາຫະກຳ​ໃຫຍ່ ​ເຊັ່ນ: ການ​ປູກ​ດອກ​ກຸຫຼາບ​ຈີນ, ການ​ປຸງ​ແຕ່ງ​ດອກ​ໄມ້ ​ແລະ​ການທ່ອງ​ທ່ຽວ​ວັ​ດທະ​ນະທຳ. ​ເນື້ອ​ທີ່​ປູກ​ດອກ​ກຸຫຼາບ​ຈີນ​ໃນ​ທົ່ວ​ນະຄອນ​ມີ​ເຖິງ 1 ໝື່ນ​ເຮັກຕາ, ສາມາດ​ກ້າ​ເບ້ຍ​ດອກ​ກຸຫຼາບ​ຈີນ​​ໄດ້ 1,5 ຕື້​ຕົ້ນ​ຕໍ່​ປີ, ​ໄດ້​ນຳພາ​ປະຊາຊົນ​ຫຼາຍ​ກວ່າ 150000 ຄົນ​ທົ່ວ​ນະຄອນ​ເຂົ້າ​ຮ່ວມ​ອຸດສາຫະກຳ​ດອກ​ກຸ​ຫຼາບ​ຈີນ. ດອກ​ກຸຫຼາບ​ຈີນ​ບໍ່​ພຽງ​ແຕ່​ແມ່ນ​ດອກ​ໄມ້​ທີ່​ປູກ​ໄວ້​ສຳລັບ​ທ່ຽວ​ຊົມ​ຄວາມ​ສວຍ​ງາມ​​ໄດ້​​ເທົ່າ​ນັ້ນ, ຍັງ​ຖືກ​ຍົກ​ລະດັບ​ໃຫ້​ກາຍ​​ເປັນ​ອຸດສາຫະກຳ​ທີ່​ສ້າງ​ຄວາມ​ຮັ່ງມີ​ໃຫ້​ປະຊາຊົນ​ອີກ​ດ້ວຍ.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເອົາ​ໃຈ​ໃສ່​ອຸດສາຫະກຳ​ທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ທ້ອງ​ຖິ່ນ​ໃນ​ເວລາ​ທີ່​ທ່ານ​ໄປ​ສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ເຂດ​ຕ່າງໆ. ຫວ່າງ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ສຳ​ຫຼວດກວດ​ເບິ່ງ​ອາຫານ​ພື້ນ​ເມືອງ​ຊ່າ​ຊ້ຽນຢູ່​ແຂວງ​ຟູ​ຈ້ຽນ ​ແລະ​ເຝີ​ຫອຍ​ຂອງ​ນະຄອນ​ຫຼີວ​ໂຈ່​ວຢູ່​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຕາມ​ລຳດັບ. ​ເປັນ​ຫຍັງ​ທ່ານ​ຈຶ່ງ​ເອົາ​ໃຈ​ໃສ່​ອຸດສາຫະກຳ​ທີ່​ມີ​ເອກະລັກ​ພິ​ເສດຢູ່​ທ້ອງ​ຖິ່ນຕ່າງໆ? ທ່ານ​ໃຫ້​ຮູ້​ວ່າ: ຢາກ​ພັດທະນາ​ຊົນນະບົດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ, ຂໍ​ກຸນ​ແຈ​ແມ່ນ​ຕ້ອງ​ປະຕິບັດ​ຕາມ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ທ້ອງ​ຖິ່ນ, ​ເພື່ອ​ເລືອກອຸສາ​ຫະກຳ​ທີ່​ສາມາດ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ກັບ​ປະຊາຊົນ​​ໄດ້; ພັດທະນາ​ອຸສາ​ຫະກຳ​ທີ່​ມີ​ເອກະລັກ​ພິ​ເສດ​ແມ່ນ​ວິ​ທີທີ່​ຖືກຕ້ອງ​ໃນ​ກາ​ນພັດທະນາ​ເສດຖະກິດ​ຮູບ​ປະ​ທຳ​ຂອງ​ທ້ອງ​ຖິ່ນ​ໃຫ້​ເຂັ້ມ​ແຂງ ​ແລະ​ມີ​ປະສິດທິ​ຜົນ​ສູງ.

 

图片默认标题_fororder_微信图片_20210513162614

ຄຳ​ເຫັນ

0