吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟິລິບ​ປິນມີ​ຄຳ​ສັ່ງຫ້າມ 5 ປະ​ເທດ​ອາຊີ​​ໃຕ້​ເຂົ້າ​ປະ​ເທດ​ຕົນ​ຈົນ​ເຖິງທ້າ​ຍ​ເດືອນ​ພຶດສະພາ​ນີ້

2021-05-14 15:08:13 cri

ວັນ​ທີ 13 ພຶດສະພາ​ນີ້, ທ່ານ​ແຮຣີ ​ຣອກ ​ໂຄສົກ​ປະທານາທິບໍດີ​ຟິລິປິ​ນກ່າວ​ວ່າ: ນັບ​ແຕ່​ວັນ​ທີ 15 ຫາ​ວັນ​ທີ 31 ພຶດສະພາ​ນີ້, ຟິລິບ​ປິນຈະ​ຫ້າມຜູ້​ໂດຍສານ​ທີ່​ເດີນທາງ​ມາຈາກ​ໂອ​ມານ ​ແລະ​ສະຫະລັດ​ອາຣັບ​ເອມິ​ເຣດ​ເຂົ້າ​ປະ​ເທດ​ຟິລິບ​ປິນ. ຂະນະ​ດຽວ​ກັນ, ຄຳ​ສັ່ງ​ຫ້າມ 5 ປະ​ເທດ​ອາຊີ​​ໃຕ້ ຄື: ອິນ​ເດຍ, ປາ​ກິດ​ສະຖານ, ​ເນ​ປານ, ສີ​ລັງກາ, ບັງ​ກລາ​ເທດ​ເຂົ້າປະ​ເທດ​ຈະ​ແກ່ຍາວ​ເວລາ​ອອກ​ໄປ​ຈົນເຖິງວັນ​ທີ 31 ພຶດສະພາ​ນີ້.

​ໃນ​ມື້​ດຽວ​ກັນຍັງ​ມີ​ຂ່າວ​ລາຍ​ງານ​ວ່າ: ສະມາຊິກລັດຖະ​ສະພາ​ໄທ​​ໄດ້​ເປີດ​ເຜີຍ​ວ່າ: ອົງການ​ສາທາລະນະ​ສຸກ​ທ້ອງ​ຖິ່ນ​ໄດ້​ກວດຫາ​ເຊື້​ອ​ພະຍາດ​ໂຄ​ວິດ-19 ​ໃຫ້​ກັບ​ກຳມະກອນ 300 ຄົນ​ທີ່​ອາ​ໄສ​ຢູ່ສະຖານ​ທີ່​ກໍ່ສ້າງທາງພາກ​ເໜືອ​ບາງກອກ, ຜົນ​ການກວດ​ເຊື້ອ​ພົບ​ວ່າ: ມີ 196 ຄົນ​ໄດ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິ​ດ-19, ອັດຕາຕິດ​ເຊືອ​ແມ່ນ 65%. ​ສະຖານ​ທີ່​ກໍ່ສ້າງ​​ແຫ່ງນັ້ນ​ຂຶ້ນ​ກັບ​ບໍລິສັດຮ່ວມ​ທຶນ​ອີ​ຕາ​ລີ-​​ໄທ.

ຄຳ​ເຫັນ

0