何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນ​ຕອບ​ໂຕ້​​ການ​ຕຳ​ໜິ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ​ອັງ​ກິດ​​ໂດຍຮຽກ​ຮ້ອງ​ໃຫ້​ອັງ​ກິດ​ສຳ​ນຶກ​ຄືນ​ຕໍ່​ການ​ກະ​ທຳ​ຜິດ​ຂອງ​ຕົນ

2021-05-14 14:44:01 CRI

ເພື່ອ​ຕອບ​ໂຕ້​ຄຳ​ຕຳ​ໜິ​ແບບ​ໄຮ້​ເຫດ​ຜົນ​ຂອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ​ທີ່​​ກ່າວ​ຫາ​ຈີນ ແລະ​ຣັດ​ເຊຍ, ວັນ​ທີ 13 ພຶດ​ສະ​ພາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ, ຈີນ​ຮຽກ​ຮ້ອງ​ໃຫ້​ອັງ​ກິດ​ສຳ​ນຶກ​ຄືນ​ຕໍ່​ການ​ກະ​ທຳ​ທີ່​ຜິດ​ພາດ​ຂອງ​ຕົນ​ໃຫ້ຫຼາຍ​ຂຶ້ນ, ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ ຄວາມ​ປອດໄພ​ແລະ ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອິນ​ເຕີ​ເນັດ, ຫາກ​ບໍ່​ແມ່ນ​ສ້າງ​ສິ່ງ​ກີດ​ຂວາງ​ກັນ.

 

ວັນ​ທີ 12 ພຶດ​ສະ​ພາ​ນີ້, ​ໃນ​ກອງ​ປະ​ຊຸມທີ່​ຈັດ​ຂຶ້ນ​ຢູ່​ສູນ​ຄວາມ​ປອດ​ໄພ​ດ້ານ​ອິນ​ເຕີ​ເນັດ​ແຫ່ງ​ຊາດ​ອັງ​ກິດ, ທ່ານໂດ​ມີ​ນິກ ຣາບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດໄດ້​ຕຳ​ໜິ​ຈີນ ແລະ ຣັດ​ເຊຍ​ວ່າ ແມ່ນ “ລັດ​ຂອງ​ລັດ​ທິ​​ອຳ​ນາດ​ນິ​ຍົມ”, ​ໂດຍບໍ່​ໄດ້​ໃຊ້​ມາດ​ຕະ​ການ​ເພື່ອ​ຢຸດ​ຢັ້ງ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ​ທີ່​ມາ​ຈາກ​ປະ​ເທດ​ຕົນ,  ທັງ​ກ່າວ​ວ່າ ການ​ເລືອກ​ຕັ້ງ​ໄດ້​ກາຍ​ເປັນ​ເປົ້າ​ໝາຍ​ແຊກ​ແຊງ​ຕົ້ນ​ຕໍ, ເຊິ່ງ​ມີ​ຈຸດ​ປະ​ສົງ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕ.

 

ກ່ຽວ​ກັບ​ເລື່ອງ​ນີ້, ທ່​ານ​ນາງ​ຮ​ວ້າ​ຊຸນ​ຢິງ​ກ່າວ​ວ່າ: “ອັງ​ກິດ​ອ້າງວ່າ​ຈີນ​ເປັນ​ລັດ​ຖ​ະ​ບານອຳ​ນາດ​ນິ​ຍົມ, ທັງ​ໃສ່​ຮ້າຍ​ປ້າຍ​ສີ​ວ່າ ລັດ​ຖະ​ບານ​ຈີນ​​ໃຫ້​ທຶນສະ​ໜັບ​ສະ​ໜູນ​​ນັກ​ໂຈ​ລະ​ກຳ​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ ພາຍ​ໃຕ້​ສະ​ພາບ​ການ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ, ສຳ​ລັບການ​ກະ​ທຳ​ທີ່​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ອື່ນ​​ຕາມ​ລຳ​ພັງ​ໃຈ​ແບບ​ຂາດຄວາມ​ຮັບ​ຜິດ​ຊອບນີ້, ຈີນ​ສະ​ແດງ​ຄວາມ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ. ໃນ​ຄວາມ​ເປັນ​ຈິງ​ແລ້ວ, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ອັງ​ກິດ​ໄດ້​ເສີມ​ສ້າງ​ຄວາມ​ສາ​ມາດ​ໃນ​ການ​ໂຈມ​ຕີ​ທາງ​ອິນ​ເ​ຕີເນັດ​ຢ່າງ​ບັງ​ອາດ, ​ໂດຍບໍ່​ຕ້ອງ​ສົງ​ໄສ​ເລີຍວ່າ ນີ້​ຈະ​​ເປັນ​ການເພີ່ມ​ຄວາມ​ສ່ຽງ​ທີ່​ຈະ​ກໍ່​ໃຫ້​ເກີດ​ມີ​ການ​ປະ​ທະ​ກັນ​ທາງ​ອິນ​ເຕີ​ເນັດ, ​ການ​ກະ​ທຳ​ແບບນີ້​ຈຶ່ງ​ແມ່ນ​ໄພ​ຂົ່ມ​ຂູ່​ທີ່​ແທ້​ຈິງຕໍ່​ສັນ​ຕິ​ພາບ ແລະ ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ. ”

ຄຳ​ເຫັນ

0