覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ຈັດ​ງານ​​ກິ​ລາໂອ​ລິມ​ປິກ​ໂຕ​ກຽວ​ເປີດ​ເຜີຍ​ວ່າ ​ຈຳ​ນວນເຈົ້າ​ໜ້າ​ທີ່​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ຈະຫຼຸດ​ລົງ​ເຄິ່ງ​ໜຶ່ງ

2021-05-14 14:43:06 cri

ຂ່າວ​ສານ​ກີ​ໂອ​ໂດ​ຍີ່​ປຸ່ນ​ໄດ້ລາຍ​ງານ​ໃນ​ວັນ​ທີ 14 ພຶດ​ສະ​ພາ​ນີ້​ວ່າ: ທ່ານ​ມູ​ໂຕ​ະ ​ໂຕ​ຊິ​ໂລະ ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານຂອງ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ຈຳ​ນວນ​ເຈົ້າ​ໜ້າ​ທີ່​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ໂຕ​ກຽວ​ຈະຫຼຸດ​ລົງ​ຈາກປະ​ມານ 180.000 ​ຄົນ​ຕາມ​ທີ່​ຄາດ​ໄວ້​ລ່ວງ​ໜ້າຍັງ​ເຫຼືອ​ບໍ່​ຮອດ 90.000 ຄົນ, ແຕ່​ຈຳ​ນວນ​ນັກ​ກິ​ລາ​ຍັງ​ຈະ​ຮັກ​ສາ​ຄື​ເກົ່າ​ໂດຍ​ບໍ່​ປ່ຽນ​ແປງ.
 

 ທ່ານ​ມູ​ໂ​ຕະ ໂ​ຕ​​ຊິ​ໂ​ລະ ກ່າວ​ວ່າ: ການຫຼຸດ​ຈຳ​ນວນ​ເຈົ້າ​ໜ້າ​ທີ່​ລົງ​ເຄິ່ງ​ໜຶ່ງ​ແມ່ນ​ປະ​ຕິ​ບັດ​ຕາມ​​ຂໍ້ຮຽກ​ຮ້ອງ​​​ຂອງ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ໃຫ້​ກະ​ທັດ​ຫັດ, ຖ້າ​ວ່າ​ເມື່ອ​ຮອດ​ເວ​ລາ​ຈັດ​ງານ​ ແຕ່​ສະ​ພາບ​ພະ​ຍາດ​ໂຄວິດ-19 ຍັງ​ໜັກ​ໜ່ວງ​ຄື​ເກົ່າ, ​ຈຳ​ນວນເຈົ້າ​ໜ້າ​ທີ່​ຍັງ​ອາດ​ຈະຫຼຸດ​ລົງ​ຕື່ມ​ອີກ. ເຈົ້າ​ໜ້າ​ທີ່​ເຫຼົ່າ​ນີ້​ຕົ້ນ​ຕໍ​ແມ່ນ​ມາ​ຈາກ​​ບັນ​ດາຄະ​ນະນັກ​ກິ​ລາ​ທີ່​ຈະເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ແລະ​ອົງ​ການ​ຈັດ​ຕັ້ງ​ກິ​ລາ​ສາ​ກົນ.
 

 ຈຳ​ນວນ​ນັກ​ກິ​ລາ​ທີ່​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ໂຕ​ກຽວ​ມີ​ປະ​ມານ15.000 ຄົນ, ໃນ​ນີ້, ນັກ​ກິ​ລາ​​ທີ່​ຈະເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກມີ​ປະ​ມານ 11.000 ຄົນ, ນັກ​ກິ​ລາ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​​ມີປະ​ມານ 4.000 ຄົນ.

ຄຳ​ເຫັນ

0