吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນ​ສະໜັບສະໜູນ​​ຍັດຕິ​ການ​ຍົກ​ເລີກຊັບ​ສິນ​ທາງ​ປັນຍາຂອງວັດຖຸ​ຕ້ານ​ກັບ​ພະຍາດ​ໂຄ​ວິດ​-19

2021-05-14 15:07:01 cri

ວັນ​ທີ 13 ພຶດສະພາ​ນີ້, ທ່ານ​ກ່າວ​ເຟິ່ງ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຈີນ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​​ໄດ້​ສະ​ເໜີ ​ແລະຕັ້ງ​ໜ້າ​ຈັດ​ຕັ້ງປະຕິບັດການ​ຖື​ເອົາ​ວັກ​ຊີ​ນ​ເປັນ​ຜະລິດ​ຕະພັນ​ສາທາລະນະຂອງ​ໂລກ. ປັດຈຸບັນນີ້, ສະມາຊິກ​ອົງການ​ການ​ຄ້າ​ໂລກ​ພວມ​ປຶກສາ​ຫາລື​ບັນຫາ​ການ​ເຂົ້າ​ເຖິງ​ວັກ​ຊີ​ນຂອງ​ໂລກ.

ທ່ານ​ກ່າວ​ວ່າ: ຈີນ​ເຫັນ​ວ່າ ອົງການ​ການ​ຄ້າ​ໂລກ​ສາມາດ​​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ຕັ້ງໜ້າ​ໃນ​ດ້ານ​ນີ້. ຈີນ​ສະໜັບສະໜູນຍັດຕິ​ຂອງ​ອົງການ​ການຄ້າ​ໂລກ​ວ່າ​ດ້ຽວການ​ຍົກ​​ເລີກຊັບ​ສິນ​ທາງ​ປັນຍາ​ກ່ຽວ​ກັບ​ວັດຖຸ​ຕ້ານ​ກັບ​ພະຍາດ​ໂຄ​ວິດ​-19 ​ເຊັ່ນ: ວັກ​ຊີ​ນ​ໂຄ​ວິດ-19 ​ແລະ​ອື່ນໆ​ເຂົ້າ​ສູ່​ໄລຍະ​ປຶກສາ​ຫາລື​ເອກະສານ​ທີ່​ກ່ຽວຂ້ອງ. ​ໃນ​ໄລຍະຕໍ່ໜ້າ, ຈີນ​ຈະ​ຮ່ວມ​ກັບ​ບັນດາ​ຝ່າຍ, ຕັ້ງໜ້າ​ປຶກສາ​ຫາລື, ຊຸກຍູ້​​ໃຫ້ບັນລຸ​ແຜນການ​ແກ້​ໄຂທີ່​ກ້ຳ​ເກິ່ງ​ກັນ ​ແລະ​ມີ​ປະສິທິຜົນ, ​ເພື່ອ​ໃຫ້​ບັນດາ​ປະ​ເທດ​​ໄດ້​ຮັບ​ໄຊຊະນະໃນ​ການ​ຕ້ານ​ກັບ​ພະຍາດ​ໂດຍ​ໄວ.

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານນາງ​ແຄ​ດ​ເທີຣິນ​ເຊີຣີນ ​ໄທ ຜູ້​ຕ້າງ​ໜ້າອົງການ​ການ​ຄ້າ​ອາ​ເມຣິກາ​ກ່າວ​ວ່າ: ລັດຖະບານ​ອາ​ເມຣິກາ​ໄດ້​ສະໜັບສະໜູນການ​ຍົກ​ເລີກຊັບ​ສິນ​ທາງ​ປັນຍາ​ກ່ຽວ​ກັບ​ວັກ​ຊີ​ນ​ໂຄ​ວິດ​-19, ​ແລະ​ຈະຕັ້ງໜ້າ​ເຂົ້າຮ່ວມ​ການ​ເຈລະຈາ​ຂອງ​ອົງການ​ການ​ຄ້າ​ໂລກ​ໂດຍ​ຖື​ເອົາ​ຍັດຕິ​ນີ້​ເປັນ​ພື້ນຖານ.

ຄຳ​ເຫັນ

0