蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດກວາງ​ຊີ​ຈີນ​ເປີດ​ການບໍ​ລິ​ການ​ຂົນ​ສົ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂ້າມ​ຊາດລະ​ຫວ່າງ​ຈີນ ຫວຽດ​ນາມ ລາວ​ຜ່ານ​ທາງ​ລົດ​ໄຟ​ແລະ​ທາງ​ຫຼວງ​ຄັ້ງ​ທຳ​ອິດ

2021-05-15 13:52:21 CRI

     ຫວ່າງ​ກ່ອນນີ້​ບໍ່​ດົນ, ຂະ​ບວນ​ລົດ​ໄຟ​ຄອນ​ເທັນ​ເນີ X9101 ທີ່​ໄດ້​ບັນ​ທຸກ​ປຸ໋ຍປະ​ສົມ 13 ຕູ້​ໄດ້​ເດີນ​ທາງ​ອອກ​ຈາກ​ທ່າ​ລົດ​ໄຟ​ສາ​ກົນ​ນະ​ຄອນ​ນານ​ນີງ ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ, ແລ້ວ​ອອກ​ຈາກ​ຈີນ​ຜ່ານ​ສູນ​ຈໍ​ລະ​ຈອນ​ສິນ​ຄ້າ​ດ່ານ​ພີງ​ຊຽງ, ຂົນ​ສົ່ງ​ໄປ​ເຖິງ​ຫວຽດ​ນາມ​ຜ່ານ​ທາງ​ລົດ​ໄຟ ແລ້ວ​ສົ່ງ​ໄປ​ເຖິງ​ປະ​ເທດ​ລາວ​ຜ່າ​ນ​ທາງ​ຫຼວງ​ຕໍ່. ນີ້​ແມ່ນ​ສາຍ​ຂົນ​ສົ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂ້າມ​ຊາດລະ​ຫວ່າງ​ຈີນ ຫວຽດ​ນາມ ລາວ​ຜ່ານ​ທາງ​ລົດ​ໄຟ​ແລະ​ທາງ​ຫຼວງ​ສາຍທຳ​ອິດທີ່​ເປີດ​ຢູ່ເຂດກວາງ​ຊີ​ຈີນ ເຊິ່ງ​ໄດ້​ເປີດ​ເສັ້ນ​ທາງ​ຂົນ​ສົ່ງ​ສິນ​ຄ້າ​ສາຍ​ຍາວ​ເສັ້ນ​ໃໝ່​ຜ່ານ​ທາງ​ລົດ​ໄຟ​ແລະ​ທາງ​ຫຼວງ​ທີ່​ຜ່ານ​ສອງ​ປະ​ເທດ​ອາ​ຊຽນ ແລະ​ຈະ​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ ພ້ອມ​ທັງ​ຈະ​ຊ່ວຍ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ອັນ​ໃໝ່​ທີ່​ໝູນ​ວຽນ​ທາງ​ພາຍ​ໃນ​ແລະ​ສາ​ກົນ.

     ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ​ສາຍ​ຂົນ​ສົ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂ້າມ​ຊາດລະ​ຫວ່າງ​ຈີນ ຫວຽດ​ນາມ ລາວ​ຜ່ານ​ທາງ​ລົດ​ໄຟ​ແລະ​ທາງ​ຫຼວງ​ສາຍນີ້​ຍາວ​ປະ​ມານ 1300 ກີ​ໂລ​ແມັດ, ໃຊ້​ເວ​ລາ​ປະ​ມານ 4 ມື້ ກໍ​ສາ​ມາດ​ສົ່ງ​ສິນ​ຄ້າ​ໄປ​ຮອດ​ລາວ​ໄດ້, ເພື່ອ​ຮັບ​ໃຊ້​ການ​ຜະ​ລິດ​ກະ​ສິ​ກຳ​ຂອງ​ທ້ອງ​ຖິ່ນ, ນີ້​ໄດ້​ປະ​ຢັດ​ເວ​ລາ​ການ​ຂົນ​ສົ່ງຫຼາຍກວ່າ 10 ມື້, ຄວາມ​ສາ​ມາດ​ການ​ຂົນ​ສົ່ງ​ກໍ​ໄດ້​ເພີ່ມ​ຂຶ້ນ 50%.

ຄຳ​ເຫັນ

0