吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ໄຂກອງ​ປະຊຸມສຳ​ມະ​ນາກາ​ນຄ້າ ​ແລະ​ການ​ລົງທຶນ​ແບບ​ກວມ​ລວມຂອງAPEC​

2021-05-15 17:05:04 cri

ວັນ​ທີ 14 ພຶດສະພາ​ນີ້, ກະຊວງ​ການ​ຄ້າຈີນ​ໄດ້​ຈັດ​ກອງ​ປະຊຸ​ມສຳ​ມະ​ນາ​ການ​ຄ້າ ​ແລະ​ການ​ລົງທຶນ​ແບບ​ກວມ​ລວມຂອງ APEC ຜ່ານ​ທາງ​ອອກ​ນລາຍ ​ແລະ​ອອຟລາຍ. ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທັງ​ພາຍ​ໃນ ​ແລະ​ຕາງ​ປະ​ເທດ​ຊີ້​ໃຫ້​ເຫັນວ່າ: ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ ຫຼື APECຄວນ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິ​ບັດ​ລັດທິ​ຫຼາຍ​ຝ່າຍ, ຊອກ​ຫາລະບຽບ​ການ​ໃໝ່​​ເພື່ອ​ຊຸກຍູ້​ການ​ພັດທະນາ​ແບບ​ກວມ​ລວມຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.

APEC​ແມ່ນ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມືດ້ານ​​ເ​ສດຖະກິດ​ທີ່​ສຳຄັນ​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກ, ​ກໍ​ແມ່ນ​ກົນ​ໄກ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ລັດຖະບານ​ຂອງ​ບັນດາ​ປະ​ເທດອາຊີ-ປາຊີ​ຟິກລະດັບ​ສູງ​ສຸດ. ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້, ຜູ້​ທີ່​ເຂົ້າ​ຮ່ວມ​ໄດ້ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ: ທ່າ​ອ່ຽງການ​ຄ້າ-ການ​ລົງທຶນ​ແບບ​ກວມ​ລວມ​ໃນ​ຍຸກ​ໃໝ່, ນະ​ໂຍບາຍກາ​ນຄ້າ-ການ​ລົງທຶນ​ແບບ​ກວມ​ລວມ, ການຈັດ​ຕັ້ງ​ປະຕິບັດນະ​ໂຍບາຍ ​ແລະ​ອື່ນໆ.

ຄຳ​ເຫັນ

0