徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງທະ​ຫານ​ອິ​ສ​ຣາ​ແອນ​​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ຕຶກ​ໃຫຍ່​ຫຼັງ​ໜຶ່ງ​ທີ່​ມີ​ຫ້ອງ​ການສື່ມວນ​ຊົນ​ຫຼາຍ​ແຫ່ງ​ທີ່​ເຂດ​ກາ​ຊາ

2021-05-16 16:41:42 CRI

ຕາມ​ຂ່າວCRI: ໃນ​ຕອນ​ບ່າຍ​ຂອງວັນ​ທີ 15 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ກອງ​ທັບ​ອາ​ກາດ​ອິ​ສ​ຣາ​ແອນ​ໄດ້​ຫຼອນ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ຕຶກ​ໃຫຍ່​ຫຼັງ​ໜຶ່ງ​ຢູ່​ເຂດ​ກາ​ຊາ, ໃນ​ຕຶກ​ນີ້​ມີສຳ​ນັກ​ງານຂອງ​ສື່ມວນ​ຊົນ​ສາ​ກົນ​ຫຼາຍ​ແຫ່ງ, ຕຶກ​ໃຫຍ່​​ຫຼັງ​ນີ້​ໄດ້ຖືກ​ທຳ​ລາຍ​ໝົດ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດຄັ້ງ​ນີ້.

 

ຕາມ​​ຂ່າວ​ແຈ້ງ​ວ່າ, ຕຶກ​ໃຫຍ່​ນີ້​ມີ 12 ຊັ້ນ, ຫ້ອງ​ກາ​ນ​ຂອງ ຂ່າວ​ສານ​ອາ​​ເປຂອງ​ອາ​ເມ​ຣິ​ກາຫຼື AP, ສະ​ຖາ​ນີ​ໂທ​ລະພາບອານ​ຈາ​ຊີ​ຣາ, ສູນ​ສື່ມວນ​ຊົນ​ໂດ​ຮາ​ແລະ​ສື່ມວນ​ຊົນ​ສາ​ກົນ​ຫຼາຍ​ແຫ່ງ​ລ້ວນ​ແຕ່​ຕັ້ງ​ຢູ່​ໃນ​ຕຶກ​​ຫຼັງນີ້, ຍັງ​ມີ​ບໍ​ລິ​ສັດ​​ບໍ​ລິ​ການ​ດ້ານ​ກົດ​ໝາຍ​ແລະ​ທ່ານ​ໝໍ​ຈຳ​ນວນ​ໜຶ່ງ​ເຮັດ​ວຽກ​ໃນ​ຕຶກຫຼັງ​ນີ້.

 

ສິ່ງ​ທີ່​ໂຊກ​ດີ​ນັ້ນ​ແມ່ນ​ກ່ອນ​ການໂຈມ​ຕີ​ທາງ​ອາ​ກາດ, ​ຄົນ​ໃນ​ຕຶກ​ນີ້​ກໍ​ໄດ້​ຖອນ​ອອກໝົດ, ບໍ່​ມີ​ຄົນ​ເສຍ​ຊີ​ວິດ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້. ຕາມ​​ສື່ມວນ​ຊົນ​ປາ​ແລັ​ສ​ຕີນລາຍ​ງານ​ວ່າ, ໃນ​ການ​​ໂຈມ​ຕີ​ທາງ​ອາ​ກາດ​ຄັ້ງ​ນີ້, ມີ​ນັກ​ຂ່າວ​ປາ​ແລັ​ສ​ຕີນ​ຄົນ​ໜຶ່ງໄດ້​ຮັບ​ບາດ​ເຈັບ.

ຄຳ​ເຫັນ

0