ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 16 ພຶດສະພານີ້, ອົງການມະນຸດສະທຳແຫ່ງໜຶ່ງທີ່ຢູ່ເຂດກາຊາຂອງປາແລັສຕີນແຈ້ງໃຫ້ຮູ້ວ່າ: ຍ້ອນໄດ້ຮັບຜົນກະທົບຈາກການປະທະກັນລະຫວ່າງອິສຣາແອນກັບປາແລັສຕີນ, ມີປະຊາຊົນຢູ່ເຂດກາຊາປະມານ 22.000 ຄົນທີ່ບໍ່ມີທີ່ພັກອາໄສນັ້ນ ກຳລັງລີ້ໄພຢູ່ໂຮງຮຽນຂອງອົງການສະຫະປະຊາຊາດ. ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງບໍ່ທັນໄດ້ຮັບການຄວບຄຸມໄວ້ເທື່ອໃນປັດຈຸບັນ, ການເຕົ້າໂຮມກັນຢ່າງໜາແໜ້ນຢູ່ສະຖານທີ່ດັ່ງກ່າວ ອາດຈະເປັນໄພຂົ່ມຂູ່ຕໍ່ສຸຂະພາບ ແລະຄວາມປອດໄພຂອງປະຊາຊົນເຫຼົ່ານີ້.
ຄຳເຫັນ
0