李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນ​ປ້ອງ​ກັນ​ແລະຄວບ​ຄຸມ​ພະ​ຍາດ​ອາ​ເມ​ຣິ​ກາ​ສະ​ເໜີ​ວ່າ: ໂຮງ​ຮຽນ​ຄວນ​ສືບ​ຕໍ່​ສັ່ງ​ໃຫ້​ນັກ​ຮຽນ​ໃສ່​ຜ້າ​ປິດ​ປາກ

2021-05-17 14:39:31 cri

ວັນ​ທີ 15 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ສູນ​ປ້ອງ​ກັນ​​ແລະຄວບ​ຄຸມ​ພະ​ຍາດ​ຂອງ​ອາ​ເມ​ຣິ​ກາ ຫຼື CDC ກ່າວ​ວ່າ, ຍ້ອນ​ວ່າ ໂຮງ​ຮຽນ​ຕ່າງໆ​ຍັງ​ບໍ່​ສາ​ມາດ​ເຮັດ​ໃຫ້​ນັກ​ຮຽນ​ໝົດ​ທຸກ​ຄົນ​ສັກ​ວັກ​ຊີນ​ຕ້ານ​ພະ​ຍາດ​ໂຄວິດ-19 ​ໄດ້​ເທື່ອ, ສະ​ນັ້ນ, ໃນ​ສົກ​ປີ 2020-2021, ໂຮງ​ຮຽນ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ ຍັງ​ຄວ​ນ​ສືບ​ຕໍ່​ສັ່ງ​ໃຫ້​ນັກ​ຮຽນ​ໃສ່​ຜ້າ​ປິດ​ປາກ.

ໃນ​ຄຳ​ສັ່ງ​ຊີ້​ນຳ​ທີ່​ CDC ​ຫາ​ກໍ່​ໄດ້ປະ​ກາດນັ້ນ ໄດ້​ລະ​ບຸ​ວ່າ, ໂຮງ​ຮຽນ​ທຸ​ກ​ແຫ່ງ “ຄວນ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ທີ່​ມີ​ລະ​ດັບ​ຕ່າງ​ກັນ, ແລະ​ຄວນ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ໃສ່​ຜ້າ​ປິດ​ປາກ​ໃຫ້​ຖືກ​ຕ້ອງ​ແລະ​​ຄວນຮັກ​ສາ​​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມ​ເປັນ​ບູ​ລິ​ມະ​ສິດ”. ອົງ​ການ​ດັ່ງ​ກ່າວ​ກ່າວ​ວ່າ, ເວ​ລາ​ຢູ່​ໂຮງ​ຮຽນ​ແລະ​ໃນ​ລົດ​​ຮັບ-ສົ່ງ​ນັກ​ຮຽນ, ທຸກ​ຄົນ​ກໍ່​ຕ້ອງ​ໃສ່​ຜ້າ​ປິດ​ປາກ, ພ້ອມ​ກັນ​ນັ້ນ, ​​ຄູອາ​ຈານ​ກັບ​ນັກ​ຮຽນ​ກໍຕ້ອງ​ຮັກ​ສາ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມ 2 ແມັດ.

ຄຳ​ເຫັນ

0