蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະ​ນັກ​ງານ​ຢູ່ສະ​ໜາມ​ບິນ​ສາ​ກົນ​ສຸ​ວັນ​ນະ​ພູມ​ຂອງ​ໄທຕິດ​ເຊື້ອ​ໂຄວິດ-19 ຈຳ​ນວນ 126 ຄົນ

2021-05-17 13:10:55 CRI

     ວັນ​ທີ 16 ພຶດ​ສະ​ພານີ້, ຜູ້​ຮັບ​ຜິດ​ຊອບ​ວຽກ​ງານ​ຄວາມ​ປອດ​ໄພ​ສະ​ໜາມ​ບິນ​ສາ​ກົນ​ສຸ​ວັນ​ນະ​ພູມ​ຂອງ​ໄທ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວກ່ຽວ​ກັບ​ການ​ແຜ່​ລະ​ບາດຂອງ​ພະ​ຍາດ​ໂຄວິດ-19 ຢູ່​ສະ​ໜາມ​ບິນ​ວ່າ: ອີງ​ຕາມ​ຜົນ​ກວດ​ຫາ​ເຊື້ອ​ຫຼ້າ​ສຸດ​ໃນ​ວັນ​ທີ 16 ພຶດ​ສະ​ພານີ້, ສະ​ໜາມ​ບິນ​ສາ​ກົນ​ສຸ​ວັນ​ນະ​ພູມມີພະ​ນັກ​ງານ​ຕິດ​ເຊື້ອ​ໂຄວິດ-19 ຈຳ​ນວນ 126 ຄົນ, ຍັງ​ມີ​ຜູ້​ໃກ້​ຊິດ​ 191 ຄົນ​ກຳ​ລັງ​ລໍ​ຖ້າ​ຜົນກວດ​ຫາ​ເຊື້ອ. ຜູ້​ຕິດ​ເຊື້ອ​ເຫຼົ່າ​ນີ້ລ້ວນ​ແຕ່​ເປັນ​ພະ​ນັກ​ງານ​ຂອງ​ພະ​ແນກ​ຕ່າງໆ​ໃນ​ສະ​ໜາມ​ບິນ, ລວມ​ທັງພະ​ນັກ​ງານບໍ​ລິ​ສັດ​ການ​ບິນ ບໍ​ລິ​ສັດ​ໄປ​ສະ​ນີ​ ແລະ​ບໍ​ລິ​ສັດ​ຈໍ​ລະ​ຈອນ​ສິນ​ຄ້າ.

     ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ຈຳ​ນວນພະ​ນັກ​ງານ​ສະ​ໜາມ​ບິນ​ແລະ​ຜູ້​ກ່ຽວ​ຂ້ອງລວມ​ທັງ​ໝົດ​ມີ 5 ໝື່ນ​ຄົນ, ກ່ອນ​ໜ້ານີ້, ສະ​ໜາມ​ບິນ​ໄດ້​ສັກ​ວັກ​ຊີນ ​ໃຫ້ພະ​ນັກ​ງານທີ່​ມີ​ຄວາມ​ສ່ຽງ​ຕິດ​ເຊື້ອ​ອ່າວ​ສູງຄົບ 2 ເຂັມ​ມີຈຳ​ນວນ 4000 ກວ່າ​ຄົນ​ແລ້ວ, ພະ​ນັກ​ງານສ່ວນທີ່​ເຫຼືອກໍຈະເລັ່ງ​ສັກ​ວັກ​ຊີນໃຫ້​ໄດ້ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ຄຳ​ເຫັນ

0