徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ຈັດ​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສ​ປ​ຊ​ແບບ​ເປີດ​ເຜີຍ​ຢ່າງ​ຮີບ​ດ່ວນກ່ຽວ​ກັບ​ບັນ​ຫາ​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ແລັ​ສ​ຕີນ​​ກັບ​ອິ​ສ​ຣາ​ແອນ​

2021-05-17 17:05:00 ​cri

ຕາມ​ຂ່າວCRI:ວັນ​ທີ 16 ພຶດ​ສະ​ພາ​ 2021ນີ້, ທ່ານ​ຫວາງ​ຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ ຈັດກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສ​ປ​ຊ​ແບບ​ເປີດ​ເຜີຍ​ຢ່າງ​ຮີບ​ດ່ວນກ່ຽວ​ກັບ​ບັນ​ຫາ​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ແລັ​ສ​ຕີນ​ກັບອິ​ສ​ຣາ​ແອນ​.

 

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ຈີນ​ກ່າວ​ປະ​ນາມ​ຢ່າງ​ຮຸ​ນ​ແຮງ​ຕໍ່​ພຶດ​ຕິ​ກຳ​ຫົວ​ຮຸ​ນ​ແຮງ​ທີ່​ມີ​ຕໍ່​ປະ​ຊາ​ຊົນ​ສາ​ມັນ, ​ຮຽກ​ຮ້ອງ​ໃຫ້​ສອງ​ຝ່າຍ​ທີ່ປະ​ທະ​ກັນຈົ່ງ​ຢຸດ​ຕິການ​​ໃຊ້​ຄວາມ​ຮຸນ​ແຮງ​ທາງການ​ທະ​ຫານ​ແລະ​ການ​ເປັນ​ປໍ​ລະ​ປັກ​ກັນ​ໃນ​ທັນ​ທີ, ຢຸດ​ຕິ​ເຊົາ​ການ​​ໂຈມ​ຕີ​ທາງ​ອາ​ກາດ, ການ​ໂຈມ​ຕີ​ທາງ​ບົກ, ການ​ຍິງ​ລູກ​ສອນ​ໄຟ​ແລະ​ກາ​ນ​ກະ​ທຳອື່ນໆ​ທີ່​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຮ້າຍ​ແຮງ​ຂຶ້ນກວ່າ​ເກົ່າ​. ໂດຍ​ສະ​ເພາະ​ແມ່ນຝ່າຍ​ອິ​ສ​ຣາ​ແອນ​ຕ້ອງ​ຮັກ​ສາ​ຄວາມ​ອົດ​ທົນ​ອົດ​ກັ້ນ​ໄວ້, ເຄົາ​ລົບ​​ມະ​ຕິທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ແທ້​ຈິງ. ​ສ່ວນປາ​ແລັ​ສ​ຕີນ​ກໍ​ຕ້ອງ​ຫຼີກ​ເວັ້ນ​​ການນຳ​ໃຊ້​ມາດ​ຕະ​ການ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຮ້າຍ​ແຮງ​ຂຶ້ນກວ່າ​ເກົ່າ, ຫຼີກ​ເວັ້ນການ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ປະ​ຊາ​ຊົນ​ສາ​ມັນ, ຮ່ວມ​ກັນຊຸກ​ຍູ້​ໃຫ້​ສະ​ຖາ​ນະ​ການ​​ຜ່ອນ​ຄາຍ​ລົງ.

 

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ບວກ​ກັບ​ການ​ປະ​​ທະ​ກັນ​ໄດ້​ສ້າງ​ຄວາມ​ວຸ້ນ​ວາຍ​ຫຼາຍ​ຂຶ້ນ, ເຮັດ​ໃຫ້​ພາກ​ພື້ນ​​ແຫ່ງ​ນີ້ເກີດ​ວິ​ກິດ​ການດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ໜັກ​ໜ່ວງ, ​ໂດຍ​ສ​ະ​ເພາະ​ແມ່ນສະ​ພາບ​ການ​ຢູ່​ເຂດ​ກາ​ຊາ​​ເຊິ່ງ​ເປັນ​ນ້າ​ກັງ​ວົນ​ທີ່​ສຸດ. ພວກ​ເຮົາ​ຮຽກ​ຮ້ອງ​ໃຫ້​ອິ​ສ​ຣາ​ແອນ​ຈົ່ງປະ​ຕິ​ບັດ​ຕາມ​ພັນ​ທະ​ຂອງ​ສັນ​ຍາ​ສາ​ກົນ​ຢ່າງ​ແທ້​ຈິງ, ຍົກ​ເລີກ​ການປິດ​ລ້ອມ​​ເຂດ​ກາ​ຊາຢ່າງ​ຮອບ​ດ້ານ​ໂດຍ​ໄວ. ປະ​ຊາ​ຄົມ​ໂລກ​ຕ້ອງ​​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານມະ​ນຸດ​ສະ​ທຳ​ແກ່​ປາ​ແລັ​ສ​ຕີນ​ຜ່ານ​ຊ່ອງ​ທາງ​ຕ່າງໆ, ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​​ການຜ່ອນ​ຄາຍສະ​ຖາ​ນະ​ການດ້ານມະ​ນຸດສະ​ທຳ​ຢູ່​​ປາ​ແລັ​ສ​ຕີນ. ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຜູ້​ປະ​ສານ​ງານ​ສາ​ກົນ​ໃນການ​ຊ່ວຍ​ເຫຼືອ​ດ້ານມະ​ນຸດ​ສະ​ທຳຢ່າງ​ຮີບ​ດ່ວນ​, ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ເກີດ​ໄພ​ພິ​ບັດ​ດ້ານ​ມະ​ນຸດ​ສະ​ທຳ​​ທີ່​ໜັກ​ໜ່ວງ.

ຄຳ​ເຫັນ

0