徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພາ​ຍຸ​ເຂດ​ຮ້ອນ​ພັດ​ຂຶ້ນຝັ່ງ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ອິນ​ເດຍ​​​ໄດ້​ສົ່ງຜົນສະ​ທ້ອນ​ຕໍ່​ວຽກ​ງານ​​ຕ້ານກັບ​ພະ​ຍາດໂຄວິດ-19

2021-05-17 17:05:27 cri

ຕາມ​ຂ່າວCRI:ຕາມ​ການ​ລາຍ​ງານ​ຂ່າວ​ຈາກ​ສື່ມວນ​ຊົນ​ອິນ​ເດຍ​ໃນ​ວັນ​ທີ 16 ພຶດ​ສະ​ພາ​ນີ້,ພາ​ຍຸ​ເຂດ​ຮ້ອນ “ຕອກ​ເຕະ”ໄດ້​ພັດ​ເຂົ້າ​ຊາຍຝັ່ງ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ອິນ​ເດຍ​ໃນ​ວັນ​ທີ 15 ພຶດ​ສະ​ພາ​ນີ້.

 

ປັດ​ຈຸ​ບັນ​ນີ້, ແຂວງ​ເກຍ​ຣາ​ລາ, ແຂວງ​​ກາ​ນາ​ຕາ​ກາແລະ​ແຫ່ງ​ຕ່າງໆ​ລ້ວນ​ແຕ່​ໄດ້​ຮັບ​​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ໜັກ​ໜ່ວງ​ຢູ່​ແລ້ວ, ບວກ​ກັບ​ພາ​ຍຸ​ເຂດ​ຮ້ອນ​ພັດ​ຖະ​ຫຼົ່ມ​ອີກ​ອາດ​ຈະ​ເຮັດ​ໃຫ້​ສະ​ຖາ​ນະ​ການໃນ​ການ​​ຕ້ານ​ກັບພະ​ຍາດ​ຢູ່ທ້ອງ​ຖິ່ນ​ມີ​ຄວາມ​ສັບ​ສົນ​ຫຼາຍ​ຢ່າງ​ຕື່ມ​ອີກ. ຕາມ​ການ​ລາຍ​ງານ​ຂ່າວ​ຈາກ​ສື່ມວນ​ຊົນ​ທ້ອງ​ຖິ່ນ, ປັດ​ຈຸ​ບັນ​ນີ້, ​ສະ​ພາບອາ​ກາດ​ຮ້າຍ​ແຮງ​​ຍ້ອນ “ພາ​ຍຸ​ຕອກ​ເຕະ” ໄດ້​ເຮັດ​ໃຫ້​ວຽກ​ງານ​​ສັກ​ວັກ​ຊີນ​ຢູ່​ແຂວງເກຍ​ຣາ​ລາ, ແຂວງ​ກາ​ນາ​ຕາ​ກາ​ແລະ​ແຫ່ງ​ຕ່າງໆ​​ໄດ້​ຢຸດ​ສະ​ງັດ. ນອກ​ນີ້, ສະ​ພາບ​ພາ​ຍຸ​ທີ່ຮ້າຍ​ແຮງ​ຍັງ​ເຮັດ​ໃຫ້​ລະ​ບົບ​ການ​ສະ​ໜອງ​​ໄຟ​ຟ້າ​ຢູ່​ແຂວງ​ໂກ​ອາ​ຖືກ​ທຳ​ລາຍ, ​ໂຮງ​ໝໍ​ສ່ວນ​ໜຶ່ງ​ທີ່​ປິ່ນ​ປົວ​ຜູ້​ຕິດເຊື້ອ​ພະ​ຍາດ​ໂຄວິດ-19 ບໍ່​ມີ​ໄຟ​ຟ້າ​ໃຊ້​, ບາງໂຮງ​ໝໍ​​ໄດ້​ເລີ່ມ​ນຳ​ໃຊ້​​ໄຟ​ຟ້າ​ສຳ​ຮອງ, ມີ​ຄົນ​ເຈັບ​ທີ່​ປິ່ນ​ປົວ​ຢູ່ໂຮງ​ໝໍ​ຈຳ​ນວນ​ໜຶ່ງ​ຖືກ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ອື່ນ.

ຄຳ​ເຫັນ

0