徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ມາ​ຊິກ​ສະ​ພາ​​ຂອງພັກ​ເດ​ໂມ​ແຄຼດ​ອາ​ເມ​ຣິ​ກາ​​ໃຫ້​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຊຸກ​ຍູ້ໃຫ້​ປາ​ແລັ​ສ​ຕີນ​ແລະ​ອິ​ສາ​ຣາ​ແອນ​ຢຸດ​ປະ​ທະ​ກັນ

2021-05-17 16:51:45 cri

ຕາມ​ຂ່າວCRI:ວັນ​ທີ 16 ພຶດ​ສະ​ພາ​ນີ້, ທ່ານ​ອາ​ດາມ ຊີ​ຟ, ປະ​ທານ​ຄະ​ນະ​ກຳ​ມະ​ການຂ່າວ​ລັບ​​ຂອງສະ​ພາ​ຕ່ຳ​ໃນ​ລັດ​ຖະ​ບານ​ສະ​ພາ​ອາ​ເມ​ຣິ​ກາ, ສະ​ມາ​ຊິກ​ສະ​ພາ​​ຈາກ​ພັກ​ເດ​ໂມ​ແຄຼດ​ໄດ້​ແນະ​ນຳ​ໃຫ້​ລັດ​ຖະ​ບານ​ອາ​ເມ​ຣິ​ກາ “ເພີ່ມ​ຄວາມ​ກົດ​ດັນ” ເພື່ອ​ຊຸກ​ຍູ້​ໃຫ້​ອິ​ສ​ຣາ​ແອນ​ແລະ​​ອຳ​ນາດການ​ປົກ​ຄອງ​ຂອງ​ປາ​ແລັ​ສ​ຕີນ​ຢຸດ​ຕິການ​ໃຊ້​ຄວາມຮຸນ​ແຮງ, ບັນ​ລຸ​ເປົ້າ​ໝາຍ​ການ​ຢຸດ​ຍິງ, ແລະ​ຈັດ​ການ​ປຶ​ກ​ສາ​ຫາ​ລື​ໂດຍ​ສັນ​ຕິ​ເພື່ອ​ແກ້​ໄຂບັນ​ຫາ​ການ​ປະ​ທະ​ກັນທີ່​ມີ​ຢູ່​ເປັນ​ເວ​ລາ​ດົນ​ນານ​ນັ້ນ​.

 

ທ່ານ​ດາມ ຊີ​ຟ​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ວ່າ, ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ແລັ​ສ​ຕີນ​ແລະ​ອິ​ສ​ຣາ​ແອນ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ສາ​ມັນ​ບາດ​ເຈັບ​ແລະ​ເສຍ​ຊີ​ວິດ​ຢ່າງ​ຫຼວງ​ຫຼາຍ, ການ​ໃຊ້​ຄວາມຮຸນ​ແຮງ​ດັ່ງກ່າວ​ນີ້​ແມ່ນ “ໂສກ​ນາດ​ຕະ​ກຳທີ່​ໜ້າ​ຢ້ານ​ກົວ”, ຈຳ​ເປັນ​ຕ້ອງ​ຖືກ​ສະ​ກັດ​ກັ້ນ. ເຖິງ​ວ່າ​ອິ​ສ​ຣາ​ແອນ​ມີ​ສິດ​ປ້ອງ​ກັນ​ຕົວ​ເອງເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ຝ່າຍ​ປາ​ແລັ​ສ​ຕີນ​ລ່ວງ​ລະ​ເມີດ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ກໍ​ຕາມ, ແຕ່​ວ່າ​ອິ​ສ​ຣາ​ແອນ​ຄວນ“ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ປະ​ຊາ​ຊົນ​ສາ​ມັນ​ໄດ້​ຮັບ​ບາດ​ເຈັບ​ແລະ​ເສຍ​ຊີ​ວິດ.”

ຄຳ​ເຫັນ

0