李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ມວນ​ຊົນ​ຫຼາຍ​ປະ​ເທດ​​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງ​ທີ່ ຍານ​ສຳ​ຫຼວດ “ທ່ຽນ​ເວີ້ນ​ 1” ​ລົງຈອດ​ຢູ່​ພື້ນ​ຜິວດາວ​ອັງ​ຄານຢ່າງ​ສຳ​ເລັດ​ຜົນ

2021-05-17 14:38:20 cri

ວັນ​ທີ 15 ​ພຶດ​ສະ​ພາ​ນີ້, ຫຼັງ​ຈາກຍານສຳຫຼວດ “ທ່ຽນເວີ້ນ 1” ​ທີ່​ເຮັດ​ໜ້າ​ທີ່​ສຳ​ຫຼວດ​ດາວ​ອັງ​ຄານ​ຄັ້ງ​ທຳ​ອິດຂອງຈີນ ໄດ້ລົງຈອດຢູ່ເຂດທີ່ໄດ້ກຳນົດໄວ້ ລ່ວງໜ້າຢູ່ພາກໃຕ້ທົ່ງພຽງອູໂຕເປຍຂອງດາວອັງຄານຢ່າງສຳເລັດຜົນ​ແລ້ວ, ​ເລື່ອງ​ນີ້ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຈາກ​ສື່ມວນ​ຊົນ​ຣັດ​ເຊຍ, ເຢຍ​ລະ​ມັນແລະ​ອັງ​ກິດ.

​ຂ່າວ​ສານ​ອີ​ຕາ​ຕັ​ສຣັດ​ເຊຍ, ຂ່າວ​ສານ​ຣັດ​ເຊຍ​ແລະສື່ມວນ​ຊົນ​ອື່ນໆຫຼາຍ​ແຫ່ງ​ໄດ້​ລາຍ​ງານ​ຂ່າວ​ດັ່ງ​ກ່າວ​ທັນ​ທີ, ຕົ້ນ​ຕໍ​​ແມ່ນ​ໄດ້​ສົນ​ໃຈ​ນຳ​ຂອດ​​ຫຍຸ້ງຍາກ​ໃນ​ເວ​ລາ​ທີ່ຍານ​ສຳ​ຫຼວດ​ລົງ​ຈອດ​ຢູ່ພື້ນ​ຜິວ​ດາວ​ອັງ​ຄານ, ຂະ​ບວນ​ການ​ລົງ​ຈອດ, ​ພາ​ລະ​ກິດ​ສຳ​ຄັນ​ໃນ​ການ​ສຳ​ຫຼວດ​ດາວ​ອັງ​ຄານ​ແລະ​ເນື້ອ​ໃນ​ດ້ານ​ອື່ນໆ. ໂທ​ລະ​ພາບ​ຫຼາຍ​ແຫ່ງ​ໄດ້​ຖ່າຍ​ທອດຮູບ​ພາບ​ທີ່​ຍານ​ສຳ​ຫຼວດ​ຈີນ​ລົງ​ຈອດ​ຢູ່​ພື້ນ​ຜິວ​ດາວ​ອັງ​ຄານ.

ສື່ມວນ​ຊົນ​ຫຼາຍ​ແຫ່ງ​ຂອງ​ເຢຍ​ລະ​ມັນ​ກໍ່​ໄດ້​ລາຍ​ງານ​ຂ່າວ​ດັ່ງ​ກ່າວ​ທັນ​ທີ, ໂດຍ​ສະ​ເພາະ​ໄດ້​​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ຂອດ​ຫຍຸ້ງ​ຍາກ​ແລະ​ຄວາມ​ສັບ​ສົນ​ໃນ​ການ​ລົງ​ຈອດ​ຢູ່​ພື້ນ​ຜິວ​ດາວ​ອັງ​ຄານ.

ນອກ​ນັ້ນ, ສື່ມວນ​ຊົນ​ຫຼາຍ​ແຫ່ງ​ຂອງ​ອັງ​ກິດ ກໍ່​ໄດ້​ລາຍ​ງານ​ຂ່າວ​ດັ່ງ​ກ່າວ. ໜັງ​ສື​ພິມ ເດີ ກາ​ດຽນ ອັງ​ກິດ​ແຈ້ງ​ຂ່າວ​ວ່າ, ຈີນ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ໂຄ​ຈອນ​ອ້ອມ​ດາວ​ອັງ​ຄານ, ລົງ​ຈອດ​ຢູ່​ພື້ນ​ຜິວ​ດາວ​ອັງ​ຄານ​ແລະ​ລາດ​ຕະ​ເວນ​ສຳ​ຫຼວດ ໃນ​ເວ​ລາ​ປະ​ຕິ​ບັດ​ໜ້າ​ທີ່​ສຳ​ຫຼວດ​ດາວ​ອັງ​ຄານ​ຄັ້ງ​ທຳ​ອິດ.

ຄຳ​ເຫັນ

0