李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຍີ່​ປຸ່ນປິດ​ຫູ​ປິດ​ຕາ ແລະ​ເສີຍ​ເມີຍ ຕໍ່​ສຽງ​ປະ​ທ້ວງ​ໃນ​ກໍ​ລະ​ນີ​ທີ່​ປ່ອຍ​ນ້ຳ​​ປົນເປື້ອນ​ລັງ​ສີ​ນິວ​ເຄຼຍ​ລົງ​ສູ່ທະ​ເລ

2021-05-18 14:51:37 cri

ວັນ​ທີ 17 ພຶດ​ສະ​ພາ​ນີ້, ໃນ​ເວ​ລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ຍີ່​ປຸ່ນປ່ອຍ​ນ້ຳ​​ປົນເປື້ອນ​ລັງ​ສີ​ນິວ​ເຄຼຍ​ລົງ​ສູ່​ທະ​ເລ, ທ່ານ​ຈ້າວ​ລີ້​ຈ່ຽນ, ໂຄ​ສົກ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ເຮັດ​ແບບປິດ​ຫູ​ປິດ​ຕາ ແລະ​ເສີຍ​ເມີຍ ຕໍ່​ສຽງ​ປະ​ທ້ວງ​ຈາກ​ລັດ​ຖະ​ບານ​​ຂອງຫຼາຍ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ອົງ​ການ​​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ, ຍັງ​ບໍ່​ທັນ​ສະ​ແດງ​ທ່າ​ທີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ເປັນ​ຫ່ວງຢ່າງ​ແຮງ​ກ້າ​ຂອງ​ປະ​ຊາ​ຄົມ​ໂລກ​ເທື່ອ.

ຕາມ​ຂ່າວ​ລາຍ​ງານ​ວ່າ, ​ກ່ອນ​ໜ້າ​ນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງທະ​ເລ​ແລະ​ຜະ​ລິດ​ຕະ​ພັນ​ທະ​ເລ ສ.ເກົາ​ຫຼີ ໄດ້​ສົ່ງ​ເອ​ກະ​ສານ​ໄປ​ຍັງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ວຽກ​​ງານມະ​ຫາ​ສະ​ໝຸດ​ສາ​ກົນ ຫຼື IMO ໂດຍ​​ລະ​ບຸ​ວ່າ, ຍີ່​ປຸ່ນ​ຕົກ​ລົງ​ປ່ອຍ​​ນ້ຳ​​ປົນເປື້ອນ​ລັງ​ສີ​​ຈາກ​ໂຮງ​ໄຟ​ຟ້າ​ພະ​ລັງ​ງານ​ນິວ​ເຄຼຍຟຸ​ຄຸ​ຊິ​ມາ​ລົງ​ທະ​ເລ​ແຕ່​ຝ່າຍ​ດຽວ ​ປາ​ສະ​ຈາກ​ການປຶກ​ສາ​ຫາ​ລື​ກັບ​ສ.ເກົາ​ຫຼີ, ເຊິ່ງ​ເລື່ອງ​ນີ້​ອາດ​ຈະ​ສ້າງ​ຜົນ​ຮ້າຍ​ອັນ​ໃຫຍ່​ຫຼວງ​ຕໍ່​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ໃກ້​ຄຽງແລະ​ມະ​ຫາ​ສະ​ໝຸດ​. ສ.ເກົາ​ຫຼີ​ຈຶ່ງ​ຮຽ​ກ​ຮ້ອງ​ໃຫ້​ອົງ​ການ​ວຽກ​ງານ​ມະ​ຫາ​ສະ​ໝຸດ​ສາ​ກົນ ​ຮ່ວມ​ມື​ກັບ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ, ​ພິ​ຈາ​ລະ​ນາ​ຮ່ວມ​ກັນ​ແກ້​ໄຂ​ບັນ​ຫາ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍຂອງ​ຍີ່​ປຸ່ນ​​ດ້ວຍ​ຮູບ​ແບບ​ທີ່​ປະ​ຊາ​ຄົມ​ໂລກ​​ຍອມ​ຮັບ “ສົນ​ທິ​ສັນ​ຍາ​ລອນດອນ​ວ່າ​ດ້ວຍ​ການ​ຖີ້ມ​ສິ່ງ​ເສດ​ເຫຼືອ​” ແລະ​ວັດ​ຖຸ​ປະ​ສົງ​ທີ່​​ລະ​ບຸ​ໄວ້​ໃນອະ​ນຸ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ.

​ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້​ອອກວ່າ, ລັດ​ຖະ​ບານ​ຍີ່​ປຸ່ນ​ຄວນ​ມີ​ທ່າ​ທີ​ທີ່​ຖືກ​ຕ້ອງ​ຕາມ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ, ບໍ່​ຄວນ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍລົງສູ່​ທະ​ເລ​ ກ່ອນ​ບໍ່​ໄດ້​ປຶກ​ສາ​ຫາ​ລື​ກັບ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ.

ຄຳ​ເຫັນ

0