李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັງ​ກິດ​​ຍົກ​ເລີກ​ການ​ປິດ​ເມືອງໄລ​ຍະ 3

2021-05-18 14:47:57 cri

ວັນ​ທີ 17 ພຶ​ດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ອັງ​ກິດ​ເລີ່ມ​ຍົກ​ເລີກ​ມາດ​ຕະ​ການປິດ​ເມືອງ​ໄລ​ຍະ​ 3 ຕາມ​ເວ​ລາທີ່​ກຳ​ນົດ​ໄວ​ໃນ “ແຜນປະ​ຕິ​ບັດ​ງານ”ຍົກ​ເລີກ​ການ​ປິດ​ເມືອງ. ເຊິ່ງ​ໄດ້ອະ​ນຸ​ຍາດ​ໃຫ້ 2 ຄອບ​ຄົວ​ຫຼື 6 ຄົນ​ສາ​ມາດ​ເຕົ້າ​ໂຮມ​ກັນ​ໄດ້​ຢູ່​ພາຍ​ໃນ​ຫ້ອງ, ​ສຳ​ລັບຮ້ານ​ອາ​ຫານ, ​ຮ້ານ​ເຫຼົ້າ, ໂຮງ​ແຮມ, ຮ້ານ​ກາ​ເຟ​, ເຈົ້າ​ຂອງ​ຮ້ານ​ສາ​ມາດ​ໃຫ້​ບໍ​ລິ​ການ​ແກ່​ລູກ​ຄ້າ​​ໄດ້, ​ນອກ​ນີ້​ກໍ່​ຍັງ​ໄດ້ອະ​ນຸ​ຍາດ​ໃຫ້​ໂຮມ​ຊຸມ​ນຸມ​ຢູ່​ກາງແຈ້ງ​ໄດ້ 30 ຄົນ​.

​ວັນ​ທີ 17 ພຶດ​ສະ​ພາ​ນີ້, ທ່ານ​ແມັດ​ທີວ ແຮນ​ຄອກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອັງ​ກິດ​ກ່າວ​ຢູ່​ລັດ​ຖະ​ສະ​ພາ​ວ່າ, ນັບ​ມາ​ຮອດ​ວັນ​ທີ 17 ພຶດ​ສະ​ພາ​ນີ້, ​ຢູ່​ອັງ​ກິດ​ມີຜູ້​ຕິດ​​ເຊື້ອ​ພະ​ຍາດ​ໂຄວິດ-19 ​ສາຍ​ພັນ​ໃໝ່​ທີ່​ພົບ​ເຫັນ​ທຳ​ອິດ​ຢູ່​ອິນ​ເດຍ ໄດ້​ເພີ່ມ​ຂຶ້ນ​ຮອດ 2323 ກໍ​ລະ​ນີ. ທ່ານ​ກ່າວ​ວ່າ ຕົວ​ເລກ​ຂອງ​ຫ້ອງ​ທົດ​ລອງ​ໃນ​​ເບື້ອງ​ຕົ້ນ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ວັກ​ຊີນສາ​ມາດ​ຕ້ານ​ກັບໄວ​ຣັດ​ດັ່ງ​ກ່າວ​ໄດ້, ​ແຕ່​ຜົນ​ຂອງ​ການ​ທົດ​ລອງ​ເບື້ອງ​ຕົ້ນ​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ: ໄວ​ຣັດ​ກາຍ​ພັນ​ນີ້ ສາ​ມາດ​ແຜ່​ເຊື້ອ​ໄດ້ໄວ​ກວ່າ, ເຊິ່ງ​ເຮັດ​ໃຫ້​ມັນ​​ກາຍ​ເປັນ​ເຊື້ອ​ພະ​ຍາດ​ທີ່​ອັນ​ຕະ​ລາຍ​ທີ່​ສຸດ.

ຄຳ​ເຫັນ

0