蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ​ຈະ​ສ້າງ​ຜົນ​ກະ​ທົບ​ຕໍ່​ຕົນ​ເອງ​ແລະ​ຄົນ​ອື່ນ

2021-05-18 11:03:08 CRI

ນັ​ບ​ແຕ່​ໄດ້​ຄົ້ນ​ຄວ້າ​ຜະ​ລິດ​ວັກ​ຊີນ​ໂຄວິດ-19 ອອກ​ມາ​ແລ້ວ, ປະ​ເທດ​ຕ່າງໆ​ລ້ວ​ນ​ແຕ່​ຫວັງ​ຢ່າງ​ຍິ່ງວ່າ​ຈະ​ໄດ້​ສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ​ປະ​ເທດ​ຕົນ​ໂດຍ​ໄວ. ເຖິງວ່າ​ອົງ​ການ​ອະ​ນາ​ໄມ​ໂລກ ແລະ ປະ​ເທດ​ຈຳ​ນວນ​ໜຶ່ງ​ໄດ້​ຮຽກ​ຮ້ອງ​ມາ​ໂດຍ​ຕະຫຼອດ ໂດຍຢາກ​ໃຫ້​ແບ່ງ​ປັນ​ວັກ​ຊີນ​ຢ່າງ​ຍຸດ​ຕິ​ທຳ, ແຕ່​ອາ​ເມ​ຣິ​ກາ ແລະ ອັງ​ກິດ​ພັດ​ເຮັດ​ເສີຍ​ເມີຍ​ຕໍ່​ສຽງ​ຮຽກ​ຮ້ອງ​ເຫຼົ່າ​ນີ້, ບົນ​ພື້ນ​ຖານ​ທີ່​ໄດ້​ສະ​ສົມ​ວັກ​ຊີນ ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​​ພາຍ​ໃນປະ​ເທດ​ຕົນ​ແລ້ວ, ຍັງ​ໄດ້​ກັກ​ຕຸນ​ວັກ​ຊີນ​ເປັນ​ຈຳ​ນວນຫຼວງຫຼາຍ​​ຕື່ມອີກ. ທ່ານ​ນາງ​ເຈນ ປ​ະສາ​ກີ ໂຄ​ສົກ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ຈະ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ປະ​ເທດ​ຕົນ​ສັກ​ວັກ​ຊີນ​ໃຫ້​ສຳ​ເລັດ​ກ່ອນ​ໝູ່, ນີ້​ກໍ​ໝາຍ​ຄວາມ​ວ່າ: ອາ​ເມ​ຣິ​ກາຢາກ​ຜ່ານ​ຈາກ​ລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ ເພື່ອ​ຟື້ນ​ຟູ​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ຂອງ​ປະ​ເທດ​ຕົນ​ແຊງໜ້າ​ປະ​ເທດ​ອື່ນ.

ໃນ​ໄລ​ຍະ​ທີ່​ບັນ​ຫາ​ກ່ຽວ​ກັບລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ, ຜູ້​ຊ່ຽວ​ຊ​ານ​ສາ​ທາ​ລະ​ນະ​ສຸກ​ກໍ​ໄດ້ອອກ​ມາ​ເຕືອນ​ວ່າ: ຖ້າ​ສືບ​ຕໍ່​ເຮັດ​ແບບ​ນີ້, ຈະ​ສ້າງ​ຜົນ​ກະ​ທົບ​ທາງ​ລົບຫຼາຍ​ຢ່າງ ເຊັ່ນ: ດ້ານ​ໜຶ່ງ, ຖ້າ​ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢ່າງກວ້າງ​ຂວາງ, ຈະ​ເຮັດ​ໃຫ້​ເກີດ​ການ​ກາຍ​ພັນ​ຂອງ​ເຊື້ອ​ພະ​ຍາດ​, ເຊື້ອ​ພະ​ຍາດ​ກາຍ​ພັນ​ໃໝ່​ແຮ່ງຫຼາຍ, ວັກ​ຊີນ​ກໍ​ຈະ​ມີ​ປະ​ສິດ​ທິ​ຜົນ​ໜ້ອຍ​ລົງ; ອີກ​ດ້ານ​ໜຶ່ງ, ປະ​ເທດ​ທີ່​ມີ​ລາຍ​ໄດ້​ຕ່ຳ​ຈະ​ບໍ່​ໄດ້​ຮັບ​ວັກ​ຊີນ ເຊິ່ງ​ຈະ​ນຳ​ເອົາ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ມາ​ໃຫ້​ແກ່​ປະ​ເທດ​​ຕ່າງໆ​ໃນ​ໂລກ ເຊິ່ງ​ລວມ​ທັງ​ປະ​ເທດ​ຮັ່ງ​ມີ. ໃນຂະ​ນະ​ດຽວ​ກັນ, ​ການ​ຜູກ​ຂາດ​ດ້ານ​ວັກ​ຊີນ​​ອາດຈະ​ເຮັດ​ໃຫ້​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມຂຶ້ນ​ເປັນ​ທະ​ວີ​ຄູນ.

ວັນ​ທີ 13 ພຶດ​ສະ​ພາ​ນີ້, ເວັບ​ໄຊວາ​ລະ​ສານ “ອັດ​ລັງ​ຕິກ” ຂອງ​ອາ​ເມ​ຣິ​ກາ​ໄດ້​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ຂໍ້​ວ່າ: “ລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ​ຂອງ​ອາ​ເມ​ຣິ​ກາ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ” ໂດຍ​ໄດ້​ລະ​ບຸ​ວ່າ: ອາ​ເມ​ຣິ​ກາ​​ຈະ​ຕົກ​ເຂົ້າ​​ສູ່ສະ​ພາບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ປະ​ຕິ​ບັດ​ລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ: ​ເມື່ອປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ໄດ້​ສັກ​ວັກ​ຊີນ​ເປັນ​ຈຳ​ນວນຫຼວງຫຼາຍ, ສັງ​ຄົມ​ອາ​ເມ​ຣິ​ກາ​ສາ​ມາດ​ຟື້ນ​ຟູ​ສູ່​ຄວາ​ມ​ເປັນ​ປົກ​ກະ​ຕິໄດ້​ໂດຍ​ໄວ, ​ຮອດ​ເວ​ລາ​ນັ້ນ, ອາ​ເມ​ຣິ​ກາ​​ກໍ​ຈະ​ໂຍະຍານ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ເທື່ອ​ລະ​ກ້າວ ແລະ ​ຫວັງ​ຢາກ​ຟື້ນ​ຟູ​ຂະ​ແໜງ​ການ​ທ່ອງ​ທ່ຽວ. ແຕ່​ໃນ​ຂະ​ນະ​ດຽວ​ກັນ, ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່ປະ​ເທດ​ພວມ​ພັດ​ທະ​ນາ ​ທີ່​ຖືກ​ລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ​ສ້າງ​ຜົນ​ກະ​ທົບ​ໃຫ້​ຢ່າງ​ໜັກ​ໜ່ວງ ເຊັ່ນ: ບ​ຣາ​ຊິນ, ອິນ​ເດຍ​ເປັນ​ຕົ້ນ ​ກໍ​ຈະນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ, ​ເມື່ອເຊື້ອ​ພະ​ຍາດ​ກາຍ​ພັນ​ໄດ້​ແຜ່​ລະ​ບາດ​​ຂະ​ຫຍາຍ​ອອກ​ໄປເລື້ອ​ຍໆ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ອາ​ເມ​ຣິ​ກາ​ກໍ​ຈຳ​ເປັນ​ຕ້ອງ​ໃຊ້​​ມາດ​ຕະ​ການ​ຈຳ​ກັດ​ຕໍ່​ນັກ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ທີ່​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ຮ້າຍ​ແຮງ​ເຫຼົ່າ​ນີ້​ເຂົ້າ​ປະ​ເທດ​​ຕົນ.

ພຶດ​ຕິ​ກຳ​ຕົວ​ຈິງ​ໄດ້​ພິ​ສູດ​ໃຫ້​ເຫັນ​ແລ້ວ​ວ່າ: ຄວາມ​ເປັນ​ຫ່ວງ​ຂອງ​ຜູ້​ຊ່ຽວ​ຊານ​ທາງ​ການ​ແພດ​ໃນ​ເມື່ອ​ກ່ອນ ພວມ​​ກາຍ​ເປັນ​ເລື່ອງ​ຈິງ. ຍ້ອນ​ລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ​ໄດ້​ສ້າງ “ຄວາມ​ຫ່າງ​ເຫີນ​ກັນ​​ໃນ​ການ​ສ້າງ​ພູມ​ຕ້ານ​ທານ”, ໄດ້​ຖ່ວງ​ດຶງ​ບາດ​ກ້າວເດີນ​ໃນ​ການ​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຂອງ​​ໂລກ. ພະ​ຍາດ​ໂຄວິດ-19 ​ກາຍ​ພັນ​ໃໝ່​ຍັງ​ໄດ້​ແຜ່​ລະ​ບາດ​ຢູ່​ປະ​ເທດ​ທີ່​ບໍ່​ໄດ້​ຮັບ​ວັກ​ຊີນ​ທີ່​ພຽງ​ພໍ, ໃນ​ຂະ​ນະ​ທີ່​ເສດ​ຖະ​ກິດ​ທົ່ວ​ໂລກ​ຟື້ນ​ຄືນ​ຊ້າ​ລົງ, ອາ​ເມ​ຣິ​ກາ​ເອງ​ກໍ​ຈະ​ຜະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງ, ນີ້​ກໍ​ຍ້ອນ​ວ່າ​ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ບັດ​ລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ​ນັ້ນ​ເອງ.

ເຊື້ອ​ພະ​ຍາດ​ບໍ່​ມີ​ພົມ​ແດນ, ​ວັກ​ຊີນໃນ​ຖາ​ນະ​​ທີ່ເປັນ​ອາ​ວຸດ​ທີ່​ບັ​ງ​ເກີດ​ຜົນ​ທີ່​ສຸດ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ​ບໍ່​ຄວນ​ກາຍ​ເປັນ​ເຄື່ອງ​ມື​​ເພື່ອສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ຂອງ​ບາງ​ປະ​ເທດ. ບັນ​ດາ​ປະ​ເທດ​ຄວນ​ຮ່ວມ​ມື​ກັນ, ຕໍ່​ຕ້ານ “ລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ”, ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ສາ​ທາ​ລະ​ນະ​ສຸກ​ຂອງມວນ​ມະ​ນຸດ, ຢ່າ​​ເຮັດໃຫ້​ລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ​ສົ່ງ​ຜົນ​ຮ້າຍ​ໃຫ້​ກັບ​ໂລກຫຼາຍກວ່າ​ນີ້​ອີກເລີຍ.

ຄຳ​ເຫັນ

0