秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານາທິບໍດີອາເມຣິກາປະກາດວ່າຈະແບ່ງປັນວັກຊີນໂຄວິດ-19 ເພີ່ມອີກ 20 ລ້ານຫຼອດເພື່ອແບ່ງປັນກັບຕ່າງປະເທດ

2021-05-18 12:04:48 cri

ວັນ​ທີ 17 ພຶດ​ສະ​ພາ​ນີ້, ທ່ານ​ໂຈ ໄບ​ເດັນ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ວ່າ: ນອກ​ຈາກວັກ​ຊີນ​ໂຄວິດ-19 ອາ​ສ​ຕ​ຣາ​ເຊ​ເນ​ກາ ຈຳ​ນວນ 60 ລ້ານຫຼອດທີ່​ອາ​ເມ​ຣິ​ກາ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າຈະ​ແບ່ງ​ປັນ​​ໃຫ້ກັບ​ຕ່າງ​ປະ​ເທດກ່ອນ​ວັນ​ທີ 4 ກໍ​ລະ​ກົດ​ປີ​ນີ້​ແລ້​ວ, ອາ​ເມ​ຣິ​ກາ​ຈະແບ່ງ​ປັນວັກ​ຊີນ​ໂຄວິດ-19 ອີກ 20 ລ້ານຫຼອດ ເຊິ່ງ​ລວມ​ທັງ​ວັກ​ຊີນ​ໂມ​ເດີ​ນາ, ວັກ​ຊີນ​ໄຟ​ເຊີ, ວັກ​ຊີນ​ຈອນ​​ສັນ​ແອນ​ຈອນ​ສັນ ແລະ​ວັກ​ຊີນອາ​ສ​ຕ​ຣາເຊ​ເນ​​ກາ ລວມ​ທັງ​ໝົດ​ເປັນ 80 ລ້ານຫຼອດໂດຍຈະ​ຜ່ານ​ການ​ເຫັນ​ດີຈາກ​ອົງ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ກ່ອນ ແລ້ວຈຶ່ງ​ສາ​ມາດ​ຂົນ​ສົ່ງ​ໄປ​ສູ່​ຕ່າງ​ປະ​ເທດ​ໄດ້. ອາ​ເມ​ຣິ​ກາ​ກໍ​ຈະ​ຮ່ວມ​ມື​ກັບ “ແຜນ​ດຳ​ເນີນ​ງານ​ວັກ​ຊີນ​ໂຄວິດ-19” ຫຼື COVAX ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ວັກ​ຊີນ ແລະ​ການ​ແບ່ງ​ປັນ​ວັກ​ຊີນ​ຢ່າງ​ຍຸ​ຕິ​ທຳ.

ຄຳ​ເຫັນ

0