秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ 5 ປີທີ່ຜ່ານມາ, ຈີນໄດ້ແລ່ນຂະບວນລົດໄຟຈີນ-ເອີຣົບໄດ້ທັງໝົດ 38.000 ຖ້ຽວ

2021-05-18 16:26:05 cri

ວັນ​ທີ 18 ພຶ​ດ​ສະ​ພາ​ນີ້, ທ່ານ​ຈິ່ນ​ຊຽນ​ຕົ່ງ, ຫົວ​ໜ້າ​ຫ້ອງ​ການ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ ທັງ​ເປັນ​ໂຄ​ສົກຂອງ​ຄະ​ນະ​ກຳ​ມະ​ການ​ການ​ພັດ​ທະ​ນາ ແລະ​ການ​ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ໃນ 5 ປີ​ທີ່​ຜ່ານ​ມາ, ​ຈີນ​ໄດ້​​ແລ່ນຂະ​ບວນ​ລົດ​ໄຟ​ຈີນ-ເອີ​ຣົບ​ໄດ້​ທັງ​ໝົດ 38.000 ຖ້ຽວ, ຂະ​ບ​ວນ​ລົດ​ໄຟໄດ້​ໄປ​ເຖິງ 151 ນະ​ຄ​ອນ​ຂອງ 22 ປະ​ເທດໃນເອີ​ຣົບ.

ໃນ 5 ປີ​ທີ່​ຜ່ານ​ມາ, ​ຂະ​ບວນ​ລົດ​ໄຟຈີນ-ເອີ​ຣົບໄດ້​ເລັ່ງ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ຊ່ວຍ​ໃຫ້​ປະ​ເທດ​ທີ່​ຢູ່​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟດັ່ງ​ກ່າວ​​ສາ​ມາດ​ເຊື່ອມ​ຕໍ່​ດ້ານ​ພື້ນ​ຖານ​ໂຄງ​ລ່າງ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ​ການ​ພັດ​ທະ​ນາ​ແບບ​ເຊື່ອມ​ຕໍ່​ກັນ​ລະ​ຫວ່າງ​ຂະ​ແໜງ​ການ​ຕ່າງໆ.

ຂໍ້​ມູນ​ທີ່​ໄດ້ເຜີຍ​ໃຫ້ຮູ້​ໃນ​ມື້​ດັ່ງ​ກ່າ​ວ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ເດືອນ​ເມ​ສາ​ປີ​ນີ້, ຈີນ​ໄ​ດ້​ແລ່ນຂະ​ບວນ​ລົດ​ໄຟຈີນ-ເອີ​ຣົບ​ໄດ້ 1.218 ຖ້ຽວ ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 24% ເມື່ອ​ທຽ​ບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້ ແລະ​ໄດ້​ຂົນ​ສົ່ງ​ສິນ​ຄ້າ​ຈຳ​ນວນ 117.000 ຕູ້​​ສິນ​ຄ້າ ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 33% ເມື່ອ​ທຽ​ບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

ຄຳ​ເຫັນ

0