何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ເດີນທາງ​ໄປ​ສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ແຂວງ​ຊິ່ງ​ໄຫ

2021-06-07 21:22:42 CRI

ທ່ານ​ສີ​ຈິ້ນ​ຜິ​ງ​ເດີນທາງ​ໄປ​ສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ແຂວງ​ຊິ່ງ​ໄຫ_fororder_1127539683_16230692716731n

ວັນທີ 7 ມິຖຸນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ແຂວງ​ຊິ່ງ​ໄຫ. ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ຢ້ຽມ​ຢາມກຸ່ມ​ບໍລິສັດ​ຜ້າ​ພົມເຊີ້ງຢວນຊິ່ງໄຫທີ່ຕັ້ງຢູ່ນະຄອນຊີ່ນິງ ເທສະບານແຂວງຊິ່ງໄຫ​ເພື່ອ​ຮັບ​ຮູ້ສະພາບ​ການ​ຕ່າງໆ​ຂອງວິ​ສາ​ຫະ​ກິດ​ນີ້ ​ເຊັ່ນ: ​ການ​ອີງ​ໃສ່ທ່າ​ແຮງ​ດ້ານ​ຊັບພະຍາກອນ​ວັດຖຸ​ດິບ​ຂອງທ້ອງ​ຖິ່ນ, ​ການ​ປະ​ດິດ​ສ້າງ​ແນວຄວາມຄິດ​ໃໝ່​ໃນ​ການ​ອອກ​ແບບ​​, ຍົກ​ສູງ​ກຳລັງ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ, ນຳພາ​ປະຊາຊົນ​ປະກອບ​ອາຊີບ ​ແລະ​ສ້າງ​ລາຍ​ຮັບ​ເພີ່ມ​ຂຶ້ນ. ຫຼັງ​ຈາກ​ນັ້ນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປ​ຢາມ​ເຂດ​ຊຸມ​ຊົນ​ເວີນ​ຖີງຊ້ຽງຖະໜົນ​ເວີນ​ຮຸ້ຍ ​ເພື່ອ​ກວດ​ເບິ່ງ​ສະພາບ​ການ​ກໍ່ສ້າງ​ພັກ​ຂັ້ນ​ຮາກ​ຖານ​ໃນ​ເຂດ​ຊຸມ​ຊົນ, ການປັບປຸງ​ການ​ຄຸ້ມ​ຄອງ​ຂັ້ນ​ຮາກ​ຖານ, ການ​ຊຸກຍູ້​ຄວາມ​ສາມັກຄີ ​ແລະ ​ຄວາມ​ກ້າວໜ້າ​ຂອງຊົນ​ເຜົ່າ ​ແລະ​ ອື່ນໆ.

ຄຳ​ເຫັນ

0