吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ງານ​ວາງສ​ະ​ແດງ​ຈີນ-ບັນດາ​ປະ​ເທດ​ເອີຣົບກາງ ​ແລະ​ຕາ​ເວັນ​ອອກ​ຄັ້ງ​ທີ 2

2021-06-09 17:20:01 cri

ວັນ​ທີ 8 ມິຖຸນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ເຖິງ​ງານ​ວາງສະ​ແດງ​ຈີນ-ບັນດາ​ປະ​ເທດ​ເອີຣົບກາງ ​ແລະ​ຕາ​ເວັນ​ອອກ​ຄັ້ງ​ທີ 2.

ທ່ານ​ກ່າວ​ວ່າ: ກົນ​ໄກ​ການ​ຮ່ວມ​ມື​ຈີນ-ບັນດາ​ປະ​ເທດ​ເອີຣົບກາງ ​ແລະ​ຕາ​ເວັນ​ອອກ​ແມ່ນ​ເວ​ທີ​ທີ່​ສຳຄັນ​ສຳລັບ​ສອງ​ຝ່າຍ​ໃນ​ການ​ເພີ່ມ​ທະວີ​ໄມຕີ​ຈິດ​ມິດຕະພາບ, ​ເປີດ​ກວ້າງ​ການ​ຮ່ວມ​ມື ​ແລະ​ສະ​ແຫວ​ງຫາ​ການ​ພັດທະນາ​ຮ່ວມ​ກັນ. ​ໃນ​ເດືອນ​ກຸມພາ​ຜ່ານ​ມາ, ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ຈີນ-ບັນດາ​ປະ​ເທດ​ເອີຣົບກາງ ​ແລະ​ຕາ​ເວັນ​ອອກ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າ​ງຈົບງາມ. ທ່ານ​ສີຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ​ໃນ​ສະພາບ​ການ​ໃໝ່, ການ​ຮ່ວມ​ມື​ຈີນ-ບັນດາ​ປະ​ເທດ​ເອີຣົບກາງ ​ແລະ​ຕາ​ເວັນ​ອອກ​ຄວນ​ຍຶດໝັ້ນ​ໃນ​ຫຼັກການ​ເນັ້ນ​ການ​ຕິດ​ແທດ​ຕົວ​ຈິງ, ຂະຫຍາຍ​ຜົນ​ຂອງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ສະ​ເໜີ​ລາຍ​ຊື່​ສິນຄ້າ​ທີ່​ມີ​​ແຜນ​ຈະ​ນຳ​ເຂົ້າ​ໃນ​ມູນ​ຄ່າ​ຫຼາຍ​ກວ່າ 170 ຕື້​ໂດ​ລະສະ​ຫະລັດ​ຈາກ​ບັນດາ​ປະ​ເທດ​ເອີຣົບກາງ ​ແລະ​ຕາ​ເວັນ​ອອກ​ໃນ​ໄລຍະ 5 ປີ​ຕໍ່ໜ້າ, ​ແລະ​ຈະ​ພະຍາຍາມ​ສູ້​ຊົນ​ໃຫ້​ມູນ​ຄ່າ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະສິກຳ​ຈາກ​ບັນດາ​ປະ​ເທດ​ເອີຣົບກາງ ​ແລະ​ຕາ​ເວັນ​ອອກ​ເພີ່ມ​ຂຶ້ນ 1 ​ເທົ່າ​ໃນ​ໄລຍະ 5 ປີ​ຕໍ່ໜ້າ, ສືບ​ຕໍ່​ຊຸກຍູ້​ການ​ສ້າງ​ເຂດ​ສາທິດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ​ລະຫວ່າງ​ຈີນ-ບັນດາ​ປະ​ເທດ​ເອີຣົບ​ກາງ ​ແລະ​ຕາ​ເວັນ​ອອກ. ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ບັນດາ​ຝ່າຍ, ໝາກຜົນ​ຕ່າງໆ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ​ພວມ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ເປັນ​ຮູບ​ປະ​ທຳ.

ທ່ານ​ສີ​ຈິ້ນ​ຜິ​ງຍັງ​ກ່າວ​ເນັ້ນ​ວ່າ: ການຈັດ​ງານ​ວາງສະ​ແດງ​ຄັ້ງ​ນີ້, ຈະ​ຊ່ວຍ​ໃຫ້​ຕະຫຼາດ​ຈີນ​ຮັບ​ຮູ້​ສິນຄ້າ​ຈາກ​ບັນດາ​ປະ​ເທດ​ເອີຣົບກາງ ​ແລະ​ຕາ​ເວັນ​ອອກ​ໄດ້​ດີກ​ວ່າ​ເກົ່າ. ​ເພື່ອ​ເປີດ​ກວ້າງ​ການ​ສົ່ງ​ອອກ​ຈາກ​ບັນດາ​ປະ​ເທດ​ເອີຣົບກາງ ​ແລະ​ຕາ​ເວັນ​ອອກ​ສູ່​ຈີນ, ​ແລະ​ຊ່ວຍ​ໃຫ້​ທຸກ​ຝ່າຍ​ສາມາດ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ​ຊຸກຍູ້​ການ​ຟື້ນ​ຟູ​ເສດຖະກິດ. ຫວັງ​ວ່າ​ບັນດາຝ່າຍ​ຈະ​ຖື​ເອົາ​ໂອກາດ​ນີ້, ຂຸດ​ຄົ້ນ​ຄວາມ​ສາມາດ​ທີ່​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື, ຮ່ວມ​ກັນ​ພັດທະນາ​ການ​ຮ່ວມ​ມື​ໄດ້​ຢ່າງ​ກວ້າງຂວາງ​ກວ່າ​ເກົ່າ.

ຄຳ​ເຫັນ

0