刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IMF ປະ​ກາດ​ບົດ​ລາຍ​ງານໂດຍ​ໄດ້​ຢືນ​ຢັນ​ຖາ​ນະຮົງ​ກົງ​ເປັນ​ສູນ​ກາງ​ທາງ​ດ້ານ​ການ​ເງິນ​ສາ​ກົນ​ອີກ​ຄັ້ງ​ໜຶ່ງ

2021-06-10 17:55:07 cri

ວັນ​ທີ 9 ມິ​ຖຸ​ນາ​ນີ້, ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ: ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນຫຼື IMF ໄດ້​ປະ​ກາດ​ບົດ​ລາຍ​ງານ ໂດຍ​ໄດ້​ຢືນ​ຢັນ​ຖະ​ນະ​ຂອງ​ຮົງ​ກົງ​ທີ່​ເປັນ​ສູນ​ກາງ​ທາງ​ດ້ານການ​ເງິນ​ສາ​ກົນ​ອີກ​ຄັ້ງ​ໜຶ່ງວ່າ: ຮົງ​ກົງ​ມີ​ລະ​ບົບ​ການ​ເງິນ​ທີ່​ໝັ້ນ​ທ່ຽງ​ແລະ​ເຂັ້ມ​ແຂງ, ມີ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ມີ​ປະ​ສິດ​ທິ​ຜົນ​ແລະ​ຮອບ​ຄອບ ທັງ​ມີ​ການ​ຄຸ້ມ​ຄອງ​ແລະ​ລະ​ບຽບ​ການ​ຕິດ​ຕາມກວດ​ກາ​ທີ່​ຄົບ​ຖ້ວນ.

ບົດ​ລາຍ​ງາຍ​ຍັງ​ລະ​ບຸ​ວ່າ: ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຈາກ​ຄັງ​​ສຳ​ຮອງເງິນ​ຕາ​ຕ່າງ​ປະ​ເທດ​​ຈຳ​ນວນຫຼວງຫຼາຍ, ລະ​ບົບ​ອັດ​​ຕາ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດຂອງ​ຮົງ​ກົງ​ຍັງ​ສືບ​ຕໍ່ສະ​ໜັ​ບ​ສະ​ໜູ​ນ​ໃຫ້​ການ​ເງິນ​ມີ​ຄວາມ​ໝັ້ນ​ທ່ຽງ. ຜົນການ​ກ​ວດ​ກາ​ຄວາມ​ກົດ​ດັນ​ຢ່າງ​ເຂັ້ມ​ງວດ​ຂອງ IMF ​ສະ​ແດງ​ໃຫ້​ເຫັນ​ວ່າ: ພາຍ​ໃຕ້​ສະ​ພາບ​ການ​ທີ່​ຂ້ຽວ​ຂາດ​ທີ່​ສຸດ, ລະ​ບົບ​ການ​ເງິນ​ຂອງ​ຮົງ​ກົງ​ຍັງ​ສາ​ມາດ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ແລະ​ຄວາມ​ເຂັ້ມ​ແຂງ​ໄດ້.

ບົດ​ລາຍງ​ານ​ໄດ້​ຢືນ​ຢັນ​ຖະ​ນະ​ຂອງ​ຮົງ​ກົງ​ທີ່​ເປັນ​ສູນ​ກາງ​​ທາງ​ດ້ານການ​ເງິນ​ຕົ້ນ​ຕໍ​ຂອງ​ສາ​ກົນ ແລະ​ມີ​ໜຶ່ງ​ໃນ​ຂະ​ແໜງ​ການ​ການ​ເງິນ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ບົດ​ລາຍ​ງານ​ຍັງ​ລະ​ບຸ​ວ່າ: ຊັບສິນ​ໃນ​ລະ​ບົບ​ທະ​ນາ​ຄານ​ຮົງ​ກົງ​​ມີປະ​ມານ 9,5 ເທົ່າ​ຂອງ GDP ທ້ອງ​ຖິ່ນ ເຊິ່ງແມ່ນ​ແຫຼ່ງ​ກຳ​ເນີດ​ຕົ້ນ​ຕໍ​ຂອງ​ຜົນ​ກຳ​ໄລແລະ​ຍອດ​ຊັບ​ສິນ​ຂອງ​ທະ​ນາ​ຄານ​ສຳ​ຄັນ​ໃນ​ລະ​ບົບ​​ການ​ເງິນ​ຂອງ​ໂລກຫຼາຍ​ແຫ່ງ.

ຄຳ​ເຫັນ

0