刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນກ່າວ​ວ່າ: ທາດແທ້​ຂອງ​ການ​ພົວ​ພັນ​ດ້ານ​​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ຣິ​ກາ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ

2021-06-11 10:50:54 cri

 

ເວັບ​ໄຊ​ກະ​ຊວງ​ການ​ຄ້າ​ຈີນແຈ້ງ​ຂ່າວວ່າ: ວັນ​ທີ 10 ​ມິ​ຖຸ​ນາ​ນີ້, ທ່ານ​ຫວາງ​ເວີນ​ທ່າວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ສົນ​ທະ​ນາ​ກັບ​ທ່ານ​ນາງ​ກິ​ນາ ເຣມອນ​ໂດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ອາ​ເມ​ຣິ​ກາ​ຜ່ານ​ທາງ​ໂທ​ລະ​ສັບ ໂດຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ຕິດ​ແທດ​ຕົວ​ຈິງ​ກ່ຽວ​ກັບ​ບັນ​ຫາ​ໃນ​ຂົງ​ເຂດ​ການ​ຄ້າ​ແລະ​ບັນ​ຫາ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​​ນຳກັນ. ສອງ​ຝ່າຍ​ເຫັນ​ວ່າ​: ການ​ສົນ​ທະ​ນາ​ແລະ​ການ​ແລ​ກ​ປ່ຽນ​ໃນ​ຂົງ​ເຂດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ມີ​ຄວາມ​ສຳ​ຄັນຫຼາຍ, ສອງ​ຝ່າຍ​ເຫັນ​ດີ​ຊຸກ​ຍູ້ການ​ຮ່ວມ​ມື​ດ້ານການ​ຄ້າ​ແລະ​ການ​ລົງ​ທຶນ​​ທີ່​ຕິດ​ແທດ​ຕົວ​ຈິງ​​ໃຫ້​​ພັດ​ທະ​ນາ​ໄດ້​ຢ່າງ​ປອດ​ໄສ, ແກ້ໄຂ​ຄວາມ​ຂັດ​ແຍ້ງ​ຢ່າງ​ສົມ​ເຫດ​ສົມ​ຜົນ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຮັກ​ສາ​ການ​​ຕິດ​ຕໍ່​ພົວ​ພັນ​ກັນ. ຕໍ່​ກັບ​ເລື່ອງ​ນີ້, ທ່ານ​ກ່າວ​ເຟີ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້​ວ່າ: ຈີນ​ແລະ​ອາ​ເມ​ຣິ​ກາ​ເປັນ​ສອງ​ອົງ​ກອນ​ເສດ​ຖະ​ກິດ​ໃຫຍ່​ແລະ​ສຳ​ຄັນ​ໃນ​ໂລກ, ທາດ​ແທ້​ຂອງ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ. “ສອງ​ຝ່າຍ​​ລ້ວນ​ແຕ່​ມີ​ຄວາມ​ກັງ​ວົນ​ທີ​ສຳ​ຄັນ​ຂອງ​ຕົນໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ແຕ່​ຢູ່​ບົນ​ພື້ນ​ຖານ​ການເຄົາ​ລົບເຊິ່ງ​ກັນ​ແລະ​ກັນ​ແລະ​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ​ກັນ, ກໍ​​ຈະສາ​ມາດ​ຄົ້ນ​ຫາ​ວິ​ທີ​ທີ່​ແກ້​ໄຂ​ໄດ້​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ກັນ.”

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​​ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ “ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່​ແລະ​ການ​ແຂ່ງ​ຂັນ​ຂອງ​ອາ​ເມ​ຣິ​ກາ​ປີ 2021”, ທ່ານ​ກ່າວ​ເຟີ່ງ​ກ່າວ​ວ່າ: “ທຸກ​ປະ​ເທດ​ລ້ວນ​ແຕ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂອງ​ປະ​ເທດ​ຕົນ ແລະ​ເພີ່ມພູນຄູນ ສ້າງຄວາມສຸກໃຫ້​ກັບ​ປະ​ຊາ​ຊົນ. ພວກ​ຂ້າ​ພະ​ເຈົ້າມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່ເຫັນ​ວ່າ ເສດ​ຖະ​ກິດ​ຂອງປະ​ເທດ​ອື່ນ​ມີ​ການ​ພັດ​ທະ​ນາ ແລະ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ມີ​ຄວາມ​ກ້າວ​ໜ້າ, ແຕ່​ພວກ​ຂ້າ​ພ​ະ​ເຈົ້າ​​ກໍຄັດ​ຄ້ານ​ການ​ນຳ​ເອົາ​ແຜນ​ການ​ພັດ​ທະ​ນາ​ຂອງ​ຕົນ​​ໄປພົວ​ພັນ​ກັບ​ການ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ອື່ນ, ຫັນ​ບັນ​ຫາ​ເສດ​ຖະ​ກິດ​ເປັນ​ບັນ​ຫາ​ການ​ເມືອງ ແລະເກມ​ຜົນ​ລວມ​ເປັນ​ສູນ.”

ຄຳ​ເຫັນ

0