何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່​ຢູ່​ອິນ​ໂດ​ເນ​ເຊຍ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ 2 ມື້ລຽນ​ຕິດ ​ນັບ​ແຕ່​ທ້າຍ​ມີ​ນາ​ປີ​ນີ້​ເປັນ​ຕົ້ນ​ມາ

2021-06-11 15:14:53 CRI

ວັນ​ທີ 10 ມິ​ຖຸ​ນາ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອິນ​ໂດ​ເນ​ເຊຍ​ໄດ້​ເຜີຍ​ແຜ່​ຂໍ້​ມູນ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໂດຍ​ສະ​ແດ​ງ​ໃຫ້​ເຫັນ​ວ່າ, ໃນ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ຢູ່​ອິນ​ໂດ​ເນ​ເຊຍ​ມີ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມ​ໃໝ່ 8892 ຄົນ, ເຊິ່ງໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ 2 ມື້​ ລຽນ​ຕິດນັບ​ແຕ່​ທ້າຍເດືອນ​ມີ​ນາ​ປີ​ນີ້​ເປັນ​ຕົ້ນ​ມາ.

 

ສື່​ອິນ​ໂດ​ເນ​ເຊຍ​ແຈ້ງ​ຂ່າວ​ວ່າ, ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ອາດ​ຈະ​​ມີ​ສ່ວນ​ກ່ຽວພັນ​ເຖິງ​ປະ​ຊາ​ຊົນ​​ໄປຫຼິ້ນ​ບຸນ​ຢູ່​ບ້ານ​ເກີດ. ນອກ​ນີ້, ສື່​ອິນ​ໂດ​ເນ​ເຊຍ​ຈຳ​ນວນ​ໜຶ່ງ​ເຫັນ​ວ່າ, ອັດ​ຕາ​ການກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ຍັງ​ຕ່ຳ, ອັດ​ຕາ​​ແມ່ນ​ຢຳ​ໃນ​ການກວດ​ຫາ​ເຊື້ອ​ພະ​ຍາດ​ບໍ່​ສູງ, ປະ​ເພດ​ເຊື້ອ​ພະ​ຍາດ​ກາຍ​ພັນ​ເພີ່ມ​ຂຶ້ນ ແລະ​ສາ​ເຫດ​ອື່ນໆໄດ້​ເຮັດ​ໃຫ້​ຄວາມ​ຮຸນ​ແຮງ​​ໃນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຖືກ​ປະ​ເມີນຕ່ຳ.

 

ເພື່ອ​ຊຸກ​ຍູ້​ໃຫ້​ສ້າງ​ກຳ​ແພງ​ພູມ​ຕ້ານ​ທານ​ໂດຍ​ໄວ, ວັນ​ທີ 9 ມິ​ຖຸ​ນາ​ນີ້, ທ່ານ​ໂຈ​ໂກ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ກ່າວ​ຢູ່​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ, ຕ້ອງ​ເລັ່ງ​ລັດ​ການ​ສັກ​ວັກ​ຊິນ​ຢູ່​ປະ​ເທດ​ຕົນ, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່ສາ​ມາດ​ສັກ​ວັກ​ຊີນ​ໃຫ້​ໄດ້ 7 ແສນ​ເຂັມ​ໃນ​​ແຕ່​ລະ​ມື້​ໃນ​ເດືອນ​ມິ​ຖຸ​ນາ​ນີ້, ແລະ ສັກ​ວັກ​ຊີນ​ໃຫ້​ໄດ້ 1 ລ້ານ​ເຂັ​ມ​ໃນ​ແຕ່​ລະ​ມື້​ໃນ​ເດືອນ​ກໍ​ລະ​ກົດ.

 

ນັບ​ມາ​ຮອດ​ວັນ​ທີ 10 ມິ​ຖຸ​ນາ​ນີ້, ຢູ່​ອິນ​ໂດ​ເນ​ເຊຍ​ມີ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ -19  ປະ​ມານ 1.866.000ຄົນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດມີຫຼາຍກວ່າ 52000 ຄົນ, ປົວ​ໃຫ້​ຫາຍ​ຂາດ​ແລ້ວມີຫຼາຍກວ່າ 1.728.000 ​ຄົນ.

ຄຳ​ເຫັນ

0