何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບຸບເພສັນນິວາດລະຫວ່າງທ່ານ ສີຈິ້ນຜິງ ກັບຄອບຄົວພົນເສນາ

2021-06-11 16:30:49 CRI

ບຸບເພສັນນິວາດລະຫວ່າງທ່ານ ສີຈິ້ນຜິງ ກັບຄອບຄົວພົນເສນາ_fororder_微信图片_20210611162953

 ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງແມ່ນແຫຼ່ງນໍ້າທີ່ມີຕົ້ນກໍາເນີດມາຈາກປະເທດຈີນ ແລະໄດ້ໄຫຼຜ່ານປະເທດລາວ, ແມ່ນໍ້າສາຍນີ້ຍາວຢຽດຫຼາຍພັນກິໂລແມັດ, ໄດ້ຫຼໍ່ລ້ຽງແຜ່ນດິນສຸວັນນະພູມສອງຟາກຝັ່ງກໍຄືປະຊາຊົນຂອງສອງປະເທດ, ສ່ວນມິດຕະພາບລາວ-ຈີນກໍປຽບເໝືອນດັ່ງແມ່ນໍ້າສາຍນີ້, ມຸ່ງໄປຂ້າງໜ້າຕະຫຼອດຊົ່ວນິລັນ. ໃນນັ້ນ, ຄອບຄົວພົນເສນາ ໄດ້ມີການພົວພັນສັນຖະວະໄມຕີກັບຈີນຫຼາຍກວ່າເຄິ່ງສະຕະວັດ, ປຽບເໝືອນຄື້ນຟອງທີ່ງົດງາມໃນສາຍນໍ້າແຫ່ງມິດຕະພາບສາຍນີ້, ເລື່ອງຂອງເຂົາເຈົ້າໄດ້ເບັ່ງປະກາຍສ່ອງແສ່ງໃຫ້ເຫັນເຖິງນໍ້າໃຈ 4 ດີກໍຄືຄູ່ຮ່ວມຊາຕາກໍາລາວ-ຈີນ ແລະເປັນສີສັນທີ່ບໍ່ອາດຫຼົງລືມໄດ້ໃນປະຫວັດສາດແຫ່ງການພົວພັນລະຫວ່າງລາວ-ຈີນ.

 

ບຸບເພສັນນິວາດລະຫວ່າງທ່ານ ສີຈິ້ນຜິງ ກັບຄອບຄົວພົນເສນາ_fororder_微信图片_20210611162946

 

 ໃນປີ 1963, ທ່ານ ກິນິມ ພົນເສນາ ໃນຖານະເປັນບຸກຄົນສໍາຄັນໜຶ່ງຂອງລາວທີ່ໄດ້ປະກອບສ່ວນໃນການຜູກສາຍພົວພັນມິດຕະພາບລາວ-ຈີນ ຖືກຄາຕະກໍາ ເຊິ່ງໃນເວລານັ້ນການນໍາຈີນໄດ້ໃຫ້ການຊ່ວຍເຫຼືອຢ່າງຮີບດ່ວນໂດຍໄດ້ຮັບພັນລະຍາ ແລະລູກຂອງເພິ່ນມາດໍາລົງຊີວິດທີ່ນະຄອນຫຼວງປັກກິ່ງຂອງຈີນ, ລູກຂອງເພິ່ນກໍໄດ້ຮຽນ ແລະເຕີບໃຫຍ່ຢູ່ປັກກິ່ງຈົນກັບເມືອລາວໃນປີ 1970. ໃນນັ້ນກໍມີທ່ານ ສົມມະໂນ ພົນເສນາ, ອະດີດຜູ້ອຳນວຍການໃຫຍ່ ລັດວິສາຫະກິດກໍ່ສ້າງ ແລະຕິດຕັ້ງໄຟຟ້າແລະທ່ານອື່ນໆ. ເມື່ອຄະນຶງເຖິງໄລຍະທີ່ໃຊ້ຊີວິດຢູ່ຈີນ, ທ່ານ ສົມມະໂນ ໄດ້ຫວນຄືນຊີວິດນັກຮຽນຜ່ານມາຢ່າງມີຄວາມສຸກ.

 

ບຸບເພສັນນິວາດລະຫວ່າງທ່ານ ສີຈິ້ນຜິງ ກັບຄອບຄົວພົນເສນາ_fororder_微信图片_20210611162940

 

 “ຕອນນັ້ນຂ້າພະເຈົ້າຢູ່ໂຮງຮຽນດຽວກັນກັບທ່ານ ສີຈິ້ນຜິງ, ເພິ່ນຮຽນຫ້ອງໃຫຍ່ກວ່າແຕ່ມັກມາເຕະບານນໍາ. ຕອນນັ້ນ, ພວກຂ້າພະເຈົ້າໄດ້ນຸ່ງຊຸດລາວເປັນເອກະພາບກັນ, ເຖິງວ່າໄລຍະນັ້ນຢູ່ຈີນຍັງເຄີຍພົບໄພພິບັດກໍຕາມແຕ່ເລື່ອງອາຫານການກິນແມ່ນໄດ້ຮັບການເບິ່ງແຍງຈາກລັດຖະບານຈີນເປັນຢ່າງດີ, ມີຊີ້ນໃຫ້ກິນ ມີອາຫານ 3 ເຍື່ອງພ້ອມນໍ້າແກງໃນທຸກຄາບ, ຂະນະທີ່ນັກຮຽນຈີນຍັງມີອັດຕາກິນບໍ່ເທົ່າພວກຂ້າພະເຈົ້າ. ບາດຫຼັງໆມາເມື່ອໄດ້ລົມກັນກັບທ່ານ ສີ ເພິ່ນຍັງເວົ້າວ່າຕອນນັ້ນເພິ່ນໄດ້ລັກຊ່ອງເບິ່ງພວກຂ້າພະເຈົ້າໄດ້ກິນອາຫານພິເສດແນວໃດ.”

 

ບຸບເພສັນນິວາດລະຫວ່າງທ່ານ ສີຈິ້ນຜິງ ກັບຄອບຄົວພົນເສນາ_fororder_微信图片_20210611162934

 

 ຫຼັງຈາກນັ້ນ 35 ປີກໍຄືປີ 2005, ທ່ານ ສີຈິ້ນຜິງ ເປັນເລຂາຄະນະພັກແຂວງເຈິ້ຈ່ຽງໃນເວລານັ້ນໄດ້ມາຢ້ຽມຢາມລາວ, ເພິ່ນໄດ້ຖາມຫາທ່ານ ສົມມະໂນ, ແຕ່ເນື່ອງຈາກວ່າບາງສາເຫດຈຶ່ງບໍ່ໄດ້ເຫັນໜ້າກັນ. ອີກ 5 ປີຜ່ານໄປ, ທ່ານ ສີຈິ້ນຜິງ ເປັນຮອງປະທານປະເທດໃນເວລານັ້ນ ໄດ້ມາຢ້ຽມຢ້າມລາວອີກຄັ້ງໜຶ່ງ. ຄັ້ງນີ້ເພິ່ນໄດ້ສັ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຊອກຫາວິທີຕິດຕໍ່ຫາຄອບຄົວພົນເສນາ ແລະໄດ້ຊອກເຫັນໃນທີ່ສຸດ. ເຖິງວ່າການຢ້ຽມຢາມຄັ້ງນີ້ໃຊ້ເວລາຢູ່ລາວພຽງແຕ່ 23 ຊົ່ວໂມງເທົ່ານັ້ນ, ແຕ່ທ່ານ ສີຈິ້ນຜິງ ໄດ້ພະຍາຍາມສັບຊ້ອນເວລາເພື່ອໂອ້ລົມກັບເພື່ອນເກົ່າຄົນລາວຂອງເພິ່ນ, ນັ້ນກໍຄືຄອບຄົວພົນເສນາ. ທ່ານ ສົມມະໂນ ພົນເສນາ ກ່າວວ່າ: ເພິ່ນໄດ້ມອບປຶ້ມຮູບໃຫ້ແກ່ພວກຂ້າພະເຈົ້າ, ໃນປຶ້ມເຫຼັ້ມນີ້ມີໂຮງຮຽນ ແລະບັນດາສະຖານທີ່ທີ່ພວກຂ້າພະເຈົ້າເຄີຍໃຊ້ເວລານໍາກັນ, ເພິ່ນຍັງຈື່ຊື່ຫຼິ້ນຂອງຂ້າພະເຈົ້າ ແລະເອີ້ນຂ້າພະເຈົ້າວ່າ xiaopang (ນ້ອງຕຸ້ຍ) ເຊິ່ງເປັນເລື່ອງທີ່ບໍ່ຄຶດບໍ່ຝັນ ແລະເຮັດໃຫ້ຂ້າພະເຈົ້າຊາບຊຶ້ງຫຼາຍ ເພາະຜ່ານມາເກືອບເຄິ່ງສະຕະວັດແລ້ວ, ແຕ່ເພິ່ນຍັງຈື່ເພື່ອນເກົ່າ, ເປັນຄົນທີ່ມີນໍ້າໃຈແລະຈິງໃຈຕໍ່ໝູ່ເພື່ອນ. ສ່ວນປຶ້ມເຫຼັ້ມນັ້ນເປັນຂອງຂວັນທີ່ມີຄຸນຄ່າ ແລະມີຄວາມໝາຍສໍາລັບພວກຂ້າພະເຈົ້າທີ່ສຸດ.

 

ບຸບເພສັນນິວາດລະຫວ່າງທ່ານ ສີຈິ້ນຜິງ ກັບຄອບຄົວພົນເສນາ_fororder_微信图片_20210611162915

 

ໃນທັດສະນະຂອງທ່ານ ສົມມະໂນ ແລ້ວ, ທ່ານ ສີຈິ້ນຜິງ ໃນຖານະເປັນການນໍາສູງສຸດຂອງປະເທດຈີນ, ແຕ່ເພິ່ນບໍ່ໄດ້ອວດອົ່ງທະນົງຕົວ, ບໍ່ຖືຕົນເອງວ່າເປັນເຈົ້ານາຍ, ບໍ່ໄດ້ຫ່າງເຫີນກັບປະຊາຊົນ, ສັງເກດໄດ້ຈາກເວລາເພິ່ນໄປລົງຮາກຖານເພື່ອສໍາຫຼວດຢູ່ຊົນນະບົດ, ແມ່ນໄດ້ໃກ້ຊິດຕິດແທດກັບປະຊາຊົນຈົນເຂົ້າຮອດເຮືອນຄົວເບິ່ງຮອດຫ້ອງນໍ້າຂອງປະຊາຊົນ, ຖືເປັນຈຸດພິເສດທີ່ເຫັນໄດ້ຍາກສໍາລັບການນໍາ.

 

 ນີ້ເປັນພຽງແຕ່ເລື່ອງນ້ອຍໆເລື່ອງໜຶ່ງທີ່ສ່ອງແສງໃຫ້ເຫັນເຖິງມິດຕະພາບລະຫວ່າງທ່ານ ສີຈິ້ນຜິງ ກັບຄອບຄົວພົນເສນາເທົ່ານັ້ນ. ຖັດມາປີ 2012, ທ່ານ ສີຈິ້ນຜິງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ພັກກອມມູນິດຈີນໃນກອງປະຊຸມໃຫຍ່ຄັ້ງທີ 18, ຄອບຄົວພົນເສນາໄດ້ສົ່ງສານຊົມເຊີຍໃຫ້ເພິ່ນໃນນາມເພື່ອນເກົ່າ ແລະເພິ່ນກໍໄດ້ມອບໃຫ້ຄະນະພົວພັນສູນກາງພັກກອມມູນິດຈີນຕອບຈົດໝາຍ. ເມື່ອຜູ້ໃຫຍ່ຢູ່ຄອບຄົວພົນເສນາເຖິງແກ່ກໍາ, ທ່ານ ສີຈິ້ນຜິງ ຍັງໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈມາ…ໃນທັດສະນະຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວແລ້ວ, ເລື່ອງເຫຼົ່ານີ້ລ້ວນແຕ່ໄດ້ສ່ອງແສງໃຫ້ເຫັນເຖິງນໍ້າໃຈຂອງທ່ານ ສີຈິ້ນຜິງ ທີ່ມີຕໍ່ຄອບຄົວຂອງເພິ່ນ. ທ່ານ ສົມມາດ ກ່າວວ່າ: ຂ້າພະເຈົ້າເຄີຍເວົ້າກັບທ່ານ ສີ ວ່າ, ພາສາຈີນມີສຸພະສິດໜຶ່ງເວົ້າວ່າ “ຜູ້ໃຫຍ່ມັກລືມໄວ”, ແຕ່ທ່ານຊໍ້າພັດບໍ່ລືມເລື່ອງອະດີດ. ນອກຈາກນີ້ແລ້ວ, ທ່ານ ສີຈິ້ນຜິງ ຍັງໄດ້ເອົາຮູບຕອນໂອ້ລົມກັບພວກຂ້າພະເຈົ້າເປັນຮູບທໍາອິດໃນບັນດາຮູບພົບປະກັບແຂກຕ່າງປະເທດໃນປຶ້ມ “ສີຈິ້ນຜິງ ວ່າດ້ວຍການປົກຄອງປະເທດແລະບໍລິຫານລັດ” ເຫຼັ້ມທີ 3 ເຊິ່ງເຮັດໃຫ້ພວກຂ້າພະເຈົ້າປະທັບໃຈທີ່ສຸດ. ນີ້ເປັນຄຸນສົມບັດອັນດີງາມ ແລະເປັນຈຸດພິເສດຂອງທ່ານສີຈິ້ນຜິງ, ນັ້ນກໍຄືເພິ່ນຈື່ຈໍາໄດ້ດີ, ຜູ້ໃດມີການພົວພັນກັບເພິ່ນຫັ້ນ ເພິ່ນຈື່ໄດ້ໝົດ.

 

 ຈຸດພິເສດນີ້ສາມາດຢືນຢັນຈາກອີກເລື່ອງໜຶ່ງໄດ້. ທ່ານ ສົມມາດ ກ່າວວ່າ: ຂ້າພະເຈົ້າເຄີຍລົມກັບທ່ານ ສີ ວ່າ, ຂ້າພະເຈົ້າປະທັບໃຈທີ່ສຸດຕໍ່ຄວາມເຫັນຂອງເພິ່ນໃນກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນນັ້ນກໍຄື “ບໍ່ລືມຄໍາໝັ້ນໝາຍໃນເບື້ອງຕົ້ນ, ຈົດຈໍາພະລາກໍາຂອງຕົນ”. ເພິ່ນຕອບວ່າບັນດາສະຫາຍກົມການເມືອງສູນກາງພັກກອມມູນິດຈີນໄດ້ພ້ອມກັນໄປປະຕິຍານຕໍ່ໜ້າເຮືອແດງທີ່ເປັນສະຖານທີ່ກໍ່ຕັ້ງພັກກອມມູນິດຈີນເພື່ອເປັນຄະຕິເຕືອນຕົນເອງ. ດ້ວຍຄວາມຮັບຜິດຊອບສູງຕໍ່ຕົນເອງກໍຄືທົ່ວພັກທົ່ວປະຊາຊົນ, ທ່ານ ສີ ໄດ້ຊີ້ນໍານໍາພາເຮັດໃຫ້ປະຊາຊົນຜູ້ທຸກຍາກເກືອບ 100 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ທ່ານ ສົມມາດ ກ່າວຕື່ມວ່າ: ໃນຖານະທີ່ເປັນພັກກອມມູນິດ, ການນໍາພາປະຊາຊົນຢູ່ດີກິນດີເປັນເປົ້າໝາຍສູ້ຊົນຂອງພວກຂ້າພະເຈົ້າ, ທ່ານ ສີຈິ້ນຜິງ ຊີ້ນໍານໍາພາເຮັດໃຫ້ບັນລຸເປົ້າໝາຍນີ້ໄດ້ ເປັນຜົນສໍາເລັດທີ່ໜ້າຊົມເຊີຍແທ້ໆ, ສົມເປັນການນໍາຂອງປະເທດໃຫຍ່.

 

 ໃນເດືອນພະຈິກປີ 2017, ທ່ານ ສີຈິ້ນຜິງ ໃນນາມເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ຢ້ຽມຢາມ ສປປ ລາວ ທາງລັດຖະກິດ, ເພິ່ນໄດ້ລົງບົດຄວາມໃນບັນດາສື່ຫຼັກລາວ ເຊິ່ງຢູ່ໃນບົດຄວາມມີບາງຕອນໄດ້ຕີລາຄາສູງຕໍ່ການປະກອບສ່ວນທີ່ສໍາຄັນຂອງທ່ານ ກິນິມ ພົນເສນາ ກໍຄືບັນດາຜູ້ອາວຸໂສໃນການເພີ່ມພູນຄູນສ້າງມິດຕະພາບລາວ-ຈີນ. ພ້ອມກັນນີ້, ເພິ່ນກໍໄດ້ພົບປະໂອ້ລົມກັບຄອບຄົວພົນເສນາເປັນອີກຄັ້ງໜຶ່ງ. ຕາມການເລົ່າຂອງທ່ານ ສົມມະໂນ ແຈ້ງວ່າ: ຕາມແຜນແລ້ວການພົບປະຄັ້ງນີ້ມີເວລາພຽງແຕ່ 20 ນາທີເທົ່ານັ້ນ, ແຕ່ໃນທີ່ສຸດໄດ້ລົມກັນເປັນເກືອບ 1 ຊົ່ວໂມງ. ໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ເວົ້າກັບຄອບຄົວພົນເສນາວ່າ: ພວກທ່ານບາງຄົນແມ່ນໄດ້ບໍານານແລ້ວ, ບາງທ່ານຍັງຢູ່ໃນໜ້າທີ່ຕໍາແໜ່ງອັນສູງສົ່ງຂອງໃຜລາວ, ແຕ່ເຖິງວ່າຈະຢູ່ໃສກໍຕາມ, ຫວັງວ່າພວກທ່ານຈະໄດ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດເພີ່ມພູນຄູນສ້າງມິດຕະພາບລາວ-ຈີນຮຸ່ນຕໍ່ຮຸ່ນເຊັ່ນຕໍ່ເຊັ່ນຕະຫຼອດໄປ.

 

 ວັນເວລາຜ່ານໄປໄວປານມີປີກບິນ, ເຮັດໃຫ້ໄວໜຸ່ມທີ່ເຕີບໃຫຍ່ຢູ່ຈີນກາຍເປັນເຈົ້າໜ້າທີ່ຫຼັກແຫຼ່ງຂອງລາວໃນປັດຈຸບັນ: ທ່ານ ສົມມາດ ລູກຜູ້ທີ 7 ເປັນຮອງປະທານສະພາແຫ່ງຊາດລາວ, ທ່ານນາງ ເຂັມມະນີ ລູກຜູ້ທີ 9 ເປັນຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ນອກນັ້ນຍັງມີຫຼາຍໆທ່ານຕ່າງກໍອຸທິດກຳລັງຂອງຕົນ…ສ່ວນທ່ານ ສົມມະໂນ ລູກຜູ້ທີ 6 ເຖິງວ່າໄດ້ບໍານານແລ້ວກໍຕາມ, ແຕ່ກໍຍັງໄດ້ໃຫ້ຄໍາແນະນໍາຄໍາປຶກສາກັບບັນດານັກທຸລະກິດຈີນທີ່ມີຈຸດປະສົງຢາກເຂົ້າມາລົງທຶນຢູ່ລາວ…ຄອບຄົວທີ່ເປັນໜ້າຮັກແພງນີ້ຄົງໄດ້ສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງໄມຕີຈິດມິດຕະພາບລາວ-ຈີນຕະຫຼອດໄປ.

 

 ຈາກການເອົາໃຈໃສ່ເບິ່ງແຍງ ແລະ ຄວາມພະຍາຍາມຂອງຜູ້ຮັກຫອມມິດຕະພາບລາວ-ຈີນຫຼາຍຮຸ່ນຫຼາຍເຊັ່ນຄົນໃນນັ້ນກໍລວມມີຄອບຄົວພົນເສນາ, ປັດຈຸບັນ, ສອງປະເທດລາວ-ຈີນໄດ້ພັດທະນາສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານບົນນໍ້າໃຈ 4 ດີ, ທັງເປັນຄູ່ຮ່ວມຊາຕາກໍາທີ່ໝັ້ນຄົງຍາວນານ. ທ່ານ ສົມມາດ ໄດ້ຍົກອີກຕົວຢ່າງໜຶ່ງວ່າ: ປີ 2016, ບັນດາປະເທດລຸ່ມແມ່ນໍ້າຂອງໄດ້ປະສົບກັບໄພແຫ້ງແລ້ງທີ່ໜັກໜ່ວງ, ຈີນໄດ້ປ່ອຍນໍ້າຢ່າງຮີບດ່ວນໂດຍໄດ້ຫຼຸດຜ່ອນສະພາບແຫ້ງແລ້ງຢ່າງມີປະສິດທິຜົນ. ສົມມາດ ເວລານັ້ນເປັນລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ, ເພິ່ນເຫັນດີເຫັນພ້ອມກັບຄໍາເວົ້າຂອງທ່ານ ສີຈິ້ນຜິງ ທີ່ວ່າ: ຟ້າໃສນໍ້າໃສກໍຄືພູຄໍາພູເງິນ, ໃນຖານະທີ່ເປັນຄູ່ຮ່ວມຊາຕາກໍາ, ພາກສ່ວນອຸຕຸຍິຍົມ ແລະອຸທົກກະສາດ ກໍຄືບັນດາພາກສ່ວນຂະແໜງການທີ່ກ່ຽວຂ້ອງກັບສິ່ງແວດລ້ອມຂອງລາວກໍໄດ້ມີການແລກປ່ຽນຮ່ວມມືກັບຈີນສົມເປັນຄູ່ຮ່ວມຊາຕາກໍາແທ້ຈິງ. ທ່ານ ສົມມາດ ຍັງໄດ້ກ່າວດ້ວຍຄວາມພາກພູມໃຈວ່າ: ສປປ ລາວ ເປັນປະເທດທໍາອິດໃນບັນດາປະເທດອາຊີຕາເວັນອອກສຽງໃຕ້ທີ່ໄດ້ກຳນົດຮອດປີ 2050 ຈະເຮັດໃຫ້ການລະບາຍອາຍພິດເຮືອນແກ້ວເຖິງສູນ.

 

 ພ້ອມດຽວກັນນີ້, ມິດຕະພາບລາວ-ຈີນກໍພວມແຕກດອກອອກຜົນເລື້ອຍໆ ແລະນໍາເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນລາວ ເຊັ່ນ: ດາວທຽມລາວໄດ້ໃຫ້ບໍລິການສັນຍານໂທລະພາບຄວາມລະອຽດສູງ, ການສຶກສາໄລຍະໄກ, ອິນເຕີເນັດແລະອື່ນໆ ເປັນທີ່ນິຍົມຈາກປະຊາຊົນ; ທາງດ່ວນວັງວຽງ-ວຽງຈັນເຊິ່ງເປັນທາງດ່ວນສາຍທໍາອິດຂອງລາວໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວ, ໃຊ້ເວລາໃນການເດີນທາງລະຫວ່າງ ນະຄອນຫຼວງວຽງຈັນ-ວັງວຽງ ໄດ້ຫຼຸດລົງເຖິງ 1 ຊົ່ວໂມງຈາກ 3,5 ຊົ່ວໂມງໃນເມື່ອກ່ອນ; ໂຮງກັ່ນນໍ້າມັນແຫ່ງທໍາອິດຂອງລາວສາມາດເລີ່ມຜະລິດນໍ້າມັນຫຼາຍຊະນິດດ້ວຍຕົນເອງແລ້ວ, ທາງລົດໄຟລາວ-ຈີນຈະເປີດນໍາໃຊ້ໃນປີ 2021 ນີ້, ຈະຊ່ວຍບັນລຸຍຸດທະສາດຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລັດຖະບານລາວ, ນອກນີ້, ຍັງມີໂຮງໝໍມະໂຫສົດ ບັນດາໂຮງຮຽນ ໂຮງໝໍ ແລະພື້ນຖານໂຄງລ່າງອື່ນໆທີ່ນອນຢູ່ໃນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຈີນທີ່ພວມກໍ່ສ້າງຢູ່... ຢືນຢັນໄດ້ວ່າ: ຊີວິດການເປັນຢູ່ຂອງປະຊາຊົນລາວ-ຈີນຈະນັບມື້ນັບມີຄວາມສະດວກຍິ່ງໆຂຶ້ນ, ສອງປະເທດຈະຈູງແຂນມຸ່ງໜ້າເພື່ອພ້ອມກັນຕ້ອນຮັບອະນາຄົດທີ່ຮຸ່ງເຮືອງກວ່າເກົ່າຢ່າງແນ່ນອນ.

 

ໃນນາມລູກຫຼານຂອງທ່ານ ກິນິມ ພົນເສນາ, ທ່ານ ສົມມະໂນ ແລະທ່ານ ສົມມາດ ໄດ້ກ່າວຢ່າງຕື່ນເຕັ້ນວ່າ: ຈະສືບຕໍ່ທໍາຄວາມພະຍາຍາມເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະສົ່ງເສີມສາຍພົວພັນມິດຕະພາບລາວ-ຈີນຢ່າງບໍ່ຢຸດຢັ້ງ, ສອງປະເທດລາວ-ຈີນ ແມ່ນບ້ານໃກ້ເຮືອນຄຽງທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ ແລະຄູ່ຮ່ວມມືທີ່ດີຕະຫຼອດຊົ່ວນິລັນ!

ຄຳ​ເຫັນ

0