吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເລັ່ງທວງ​ໃຫ້​ອາ​ເມຣິກາ​ປະ​ຖິ້ມ​ແນວ​ຄິດ​ສົງຄາມ​ເຢັນ​ທີ່​ຫຼ້າ​ສະ​ໄໝ

2021-06-11 17:16:30 cri

ວັນ​ທີ 10 ມິຖຸນາ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ວ່າ: ຈີນ​ໄດ້​ເ​ລັ່ງທວງ​ໃຫ້​ອາ​ເມຣິກາ​ປະ​ຖິ້ມ​ແນວ​ຄິດສົງຄາມ​ເຢັນ ​ແລະ​ເກ​ມຜົນ​ລວມ​ເປັນ​ສູນ​ທີ່​ຫຼ້າ​ສະ​ໄໝ, ຕີ​ລາຄາ​ການ​ພັດທະນາ​ຂອງ​ຈີນ​ຢ່າງ​ພາວະ​ວິ​ໄສ ​ແລະ​ສົມ​ເຫດ​ສົມ​ຜົນ, ຢຸດຕິ​​ການ​ຍົກ​ເອົາ​ຈີນ​ຂຶ້ນ​ມາ​ເປັນ​ບັນຫາ​ຕະຫຼອດ, ຄວນ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ ​ແລະ​ສະຖຽນລະ​ພາບ​ຂອງ​ພາກ​ພື້ນ​ອາຊີ-ປາຊີ​ຟິກຢ່າງ​ສ້າງສັນ, ​ແຕ່​ບໍ່​ແມ່ນ​ເຮັດ​ໃນ​ທິດ​ທາງ​ກົງກັນຂ້າມ.

ວັນ​ທີ 9 ມິຖຸນາ​ນີ້, ທ່ານລອຍ ​ເຈ​ ອັສຕິນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມຣິກາ​ໄດ້​ອອກ​ຄຳ​ສັ່ງ​ທີ່​ວ່າ: ຮຽກຮ້ອງ​ໃຫ້​ເລັ່ງພັດທະນາ​ຄວາມ​ສາມາດ​ຂອງ​ກອງທັບ ​ແລະການ​ທະຫານ​ອາ​ເມຣິກາ ​ເພື່ອ​ຊ່ວຍ​ລັດຖະບານ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ມາ​ຈາກ​ຈີນ.

ທ່ານ​ວ່າງ​ເວີນ​ປິ່ນ​ໄດ້​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ວ່າ: ບາງ​ຄົນຂອງ​ອາ​ເມຣິກາຍັງ​ສືບ​ຕໍ່​ຮັກສາ​ແນວ​ຄິດ​ສົງຄາມ​ເຢັນ ​ແລະ​ເກ​ມຜົນ​ລວມ​ເປັນ​ສູນ, ຖ້າ​ເວົ້າ​ເຖິງ​ການ​ສ້າງ​ກຳລັງ​ປ້ອງ​ກັນ​ປະ​ເທດ ກໍ​ຕ້ອງ​​ເວົ້າ​ເຖິງ​ສິ່ງ​ທ້າ​ທາຍ​ຈາກ​ຈີນ​ແນ່ນອນ. ຈີນ​ກາຍ​ເປັນ​ຂໍ້​ອ້າງ​ທີ່​ຈຳ​ເປັນ​ຂອງ​ອາ​ເມຣິກາ​ໃນ​ການ​ເພີ່ມ​ງົບປະມານ​ທາງການ​ທະຫານ ​ແລະ​ເປີດ​ກວ້າງ​ກຳລັງ​ແຮງ​ທາງການ​ທະຫານ.

ງົບປະມານ​ທາງການ​ທະຫານ​ຂອງ​ອາ​ເມຣິກາ​​ແມ່ນ​ຢູ່​ໃນ​ອັນ​ດັບ​ໜຶ່ງຂອງ​ໂລກ, ​ເທົ່າ​ກັບ​ງົບປະມານ​ທາງການ​ທະຫານທັງ​ໝົດ​ຂອງ 9 ປະ​ເທດ​ທີ່​ຮອງ​ຈາກ​ອາ​ເມຣິກາ, ​ແລະ​ເທົ່າ​ກັບປະມານ 4 ​ເທົ່າຂອງ​ຈີນ​ໃນ​ຫຼາຍ​ປີ​ລຽນຕິດ. ​ໃຜໆ​ກໍ​ຮູ້​ດີ​ແລ້ວ​ວ່າ ອາ​ເມຣິກາ​ມີຖານ​ທັບຕ່າງປະ​ເທດ​ຫຼາຍ​ກວ່າ 800 ​ແຫ່ງ, ນັບ​ຕັ້ງ​ແຕ່​ສະຫະລັດ​ອາ​ເມຣິກາ​ສະຖາປະນາ​ປະ​ເທດ​ເປັນ​ຕົ້ນ​ມາ ມີ​ພຽງ​ແຕ່ 16 ປີ​​ເທົ່າ​ນັ້ນ​ທີ່​ບໍ່​ໄດ້​ເຮັດ​ສົງຄາມ. ປະ​ເທດ​ໃດ​ເປັນ​ໄພ​ຂົ່ມຂູ່, ປະ​ເທດ​ໃດ​ແມ່ນ​ສິ່ງ​ທ້າ​ທາຍ​​, ໃຜ​ໆ​ກໍ​ຮູ້​ແລ້​ວ.

ຄຳ​ເຫັນ

0