尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຢາງ​ເຈ​ສື້ ​ໄດ້ສົນ​ທະ​ນາ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໂດຍ​ຜ່ານ​ທາງ​ໂທ​ລະ​ສັບຕາມ​ຄຳ​ເຊື້ອ​ເຊີນ

2021-06-12 16:10:26 cri

      ວັນ​ທີ 11 ມິ​ຖຸ​ນາ​ນີ້, ທ່ານ ຢາງ​ເຈ​ສື້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​​ການຕ່າງ​ປະ​ເທດ​ສູນ​ກາງ​ຈີນ​ໄດ້​ສົນ​ທະ​ນາ ​ກັບ​ທ່ານ ອັນ​ໂຕ​ນີ ບ​ລິນ​ເຄນ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາໂດຍ​ຜ່ານ​ທາງ​ໂທ​ລະ​ສັບ​ຕາມ​ຄຳ​ເຊື້ອ​ເຊີນ.
 

      ທ່ານ ຢາງ​ເຈ​ສື້ ກ່າວ​ວ່າ: ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​ຄວນ​ແມ່ນ​ກະ​ແສ​ຫຼັກ​​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ. ການ​ຮ່ວມ​ມື​ຄວນ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ,ແກ້​ໄຂ​ບັນ​ຫາ​ທີ່​​ສອງ​ຝ່າຍສົນ​ໃຈ​ຮ່ວມ​ກັນ​ຢ່າງ​ມີ​​ຄວາມ​ສະ​ເໝີ​ພາບ​ກັນ. ຈີນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ແລະ​ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ດ້ານ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ໃນ​ສາ​ກົນ, ເດັດ​ດ່ຽວ​ຄັດ​ຄ້ານ​ການ​ກະ​ທຳ​ຮ້າຍ​ແຮງ​ທີ່​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ທຸກ​ປະ​ການ​ໃນ​ຂໍ້​ອ້າງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ພວກ​ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ເຄົາ​ລົບ​ສະ​ພາບ​ຄວາມ​ເປັນ​ຈິງ​ແລະ​ວິ​ທະ​ຍາ​ສາດ, ບໍ່​ຄວນ​ຫັນ​ບັນ​ຫາ​ການ​ຄົ້ນ​ຫາ​ແຫຼ່ງ​​ກຳ​ເນີດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ບັນ​ຫາ​ການ​ເມືອງ, ຄວນ​ສຸມ​ໃສ່​ການ​ຮ່ວມ​ມື​ກັນ​ຕ້ານ​ກັບ​ພະ​ຍາດ​ໃນ​ສາ​ກົນ.
 

      ທ່ານ ອັນ​ໂຕ​ນີ ບ​ລິນ​ເຄນ ກ່າວ​ວ່າ: ການ​ໄປ​ມາ​ຫາ​ສູ່​ກັນ​ຕ່າງໆ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້​ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ, ອາ​ເມ​ຣິ​ກາ​ຄອງ​ຄອຍ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ແລກ​ປ່ຽນ​ຂັ້ນ​ຕ່າງໆ​ກັບ​ຝ່າຍ​ຈີນ. ອາ​ເມ​ຣິ​ກາ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ, ເຄົາ​ລົບ​ປະ​ຕິ​ບັດ​ຕາມ​ຖະ​ແຫຼງ​ການ​ຮ່ວມ 3 ສະ​ບັບ​ລະ​ຫວ່າງ​ສອງ​ປະ​ເທດ. ອາ​ເມ​ຣິ​ກາ​ຫວັງ​ວ່າ​ສາ​ມາດ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ປະ​ສານ​ງານ​ກັບ​ຝ່າຍ​ຈີນ​ໃນ​ດ້ານ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສຳ​ຄັນ.

ຄຳ​ເຫັນ

0