蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ຕົກ​ລົງ​ຢຸດ​ຕິ​ການ​ປະ​ຕິ​ບັດ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ “ການ​ເປີດ​ດິນ​ແດນ​ທາງ​ບົກ” ລະ​ຫວ່າງ​ຮັດ​ເຊຍ​ແລະ​ອາ​ເມ​ຣິ​ກາ

2021-06-12 15:34:13 CRI

ຫວ່າງ​ມໍ່ໆ​ມາ​ນີ້, ລັດ​ຖະ​ບານ​ຣັດ​ເຊຍ​ໄດ້​ປະ​ກາດ​ດຳ​ລັດ ໂດຍ​ໄດ້​ຕົກ​ລົງ​ຈະ​ຢຸດ​ຕິ​ການ​ປະ​ຕິ​ບັດ “ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ “ການ​ເປີດ​ດິນ​ແດນ​ທາງ​ບົກ” ລະ​ຫວ່າງ​ຮັດ​ເຊຍ​ແລະ​ອາ​ເມ​ຣິ​ກາ” ເຊິ່ງ​ໝາຍ​ຄວາມ​ວ່າ: ເຈົ້າ​ໜ້າ​ທີ່​ການ​ທູດ​ອາ​ເມ​ຣິ​ກາ​ປະ​ຈຳ​ຣັດ​ເຊຍ​ຕ້ອງ​ແຈ້ງ​ຕໍ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັ​ດ​ເຊຍ ໃນ​ເວ​ລາ​ທີ່​ຕົນ​ຕ້ອງ​ເດີນ​ທາງ​ອອກ​ຈາກ​ສະ​ຖານ​ທີ່​ປະ​ຈຳ​ການ​ຂອງ​ຕົນ​ອອກ​ໄປ​ເກືອບ 40 ກິ​ໂລ​ແມັດ.

ວັນ​ທີ 10 ມິ​ຖຸ​ນາ​ນີ້, ຂ່າວ​ສານ​ອີ​ຕາ​ຕາ​ສ​ຂອງ​ຣັ​ດ​ເຊຍ​ໄດ້​ນຳ​ເອົາ​ຄຳ​ເວົ້າ​ຂອງ​ທ່ານ​ເຊີ​ເກ ລາ​ຟ​ຣົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ມາ​ລາຍ​ງານ​ວ່າ: ອີງ​ຕາມ​ດຳ​ລັດ​ສະ​ບັບ​ນີ້, ທີ່​ປຶກ​ສາ​ທູດ​ບາງ​ປະ​ເທດ ແລະ ເຈົ້າ​ໜ້າ​ທີ່​ການ​ທູ​ດ​ຂັ້ນ​ລົງ​ລຸ່ມ, ໃນ​ຂະ​ນະ​ທີ່​ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ແລະ ຕົ​ວ​ເມືອງ​ທີ່​ຕົນ​ປະ​ຈຳ​ການ​ຢູ່​ຫັ້ນ​ອອກ​ໄປ 40 ກິ​ໂລ​ແມັດ, ຕ້ອງ​ແຈ້ງ​ຕໍ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ. ຕໍ່​ໄປ​ພາຍ​ໜ້າ, ຣັດ​ເຊຍ​ຈະ​ຊຳ​ລະ​ແກ້​ໄຂ​ຄຳ​ຮ້ອງ​ຂໍຂອງ​ທຸກ​ເຈົ້າ​ໜ້າ​ທີ່​ການ​ທູດ​ອາ​ເມ​ຣິ​ກາ​ ທີ່​ຈະອອກ​ເດີນ​ທາງ​ຈາກ​ສະ​ຖານ​ທີ່​ປະ​ຈຳ​ການ​​ຂອງ​ຕົນ.

ຄຳ​ເຫັນ

0