蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO ພວ​ມກວດ​ສະ​ບັບ​ຕົວ​ຢ່າງ​ເລືອດ​ໃນ​ປີ 2019 ຂອງ​ອີ​ຕາ​ລີ​ຄືນ​ໃໝ່

2021-06-12 15:34:59 CRI

ວັນ​ທີ 9 ມິ​ຖຸ​ນາ​ນີ້, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຊີ້​ນ​ປົ່ງ​ແຫ່ງ​ຊາດ​ມີ​ລານ​ຂອງ​ອີ​ຕາ​ລີ​ອອກ​ຖະ​ແຫຼງ​ຂ່າວ​ວ່າ: ຕົນ​ໄດ້​ສະ​ໜອງ​ສະ​ບັບ​ຕົວ​ຢ່າງ​ເລືອດ​ທີ່​ມີ​ອັນ​ຕີ​ໂບ​ດີ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ເກັບ​ກຳ​ໃນ​ປີ 2019 ໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ເຊິ່ງ​ຈະ​ຢືນ​ຢັນ​ການ​ຊັນ​ນະ​ສູດ​ຂອງ​ເຂົາ​ເຈົ້າ​ວ່າ: ເຊື້ອ​ພະ​ຍາດ​ໂຄວິດ-19 ອາດ​ຈະ​ໄດ້​ແຜ່​ລະ​ບາດ​ຢູ່​ອີ​ຕາ​ລີ​ໃນ​ປີ 2019.

ຖະ​ແຫຼງ​ຂ່າວ​ລະ​ບຸ​ວ່າ: ສະ​ບັບ​ຕົວ​ຢ່າງ​ເລືອດ​ດັ່ງ​ກ່າວ​ໄດ້​ເກັບ​ກຳ​ແຕ່​ເດືອນ​ຕຸ​ລາ​ຫາ​ເດືອນ​ທັນ​ວາ​ປີ 2019. WHO ໄດ້​ມອບ​ໝາຍ​ໃຫ້​ຫ້ອງ​ທົດ​ລອງ​ແຫ່ງ​ໜຶ່ງ​ຂອງ​ໂຮນ​ລັງ​ດຳ​ເນີນ​ການກວດ​ກາ​ຄືນ​ໃໝ່. ຜົນ​ການກວດ​ກາ​ຄັ້ງ​ນີ້ ແລະ ການ​ຊັນ​ນະ​ສູດ​ທີ່​ກ່ຽວ​ຂ້ອງ​ຍັງ​ບໍ່​ສາ​ມາດ​ກຳ​ນົດ​ແຫຼ່ງ​ກຳ​ເນີດ ແລະ ລັກ​ສະ​ນະ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19, ແຕ່​ສາ​ມາດ​ຢືນ​ຢັນ​ໄດ້​ວ່າ: ເຊື້ອ​ພະ​ຍາດ​ໂຄວິດ-19 ຈະ​ແຜ່​ລະ​ບາດ​ຢູ່​ອີ​ຕາ​ລີ​ມາ​ກ່ອນ​ແລ້ວຫຼື​ບໍ່ ກ່ອນ​ທີ່​ຝ່າຍ​ທາງ​ການ​ອີ​ຕາ​ລີ​ເປີດ​ເຜີຍ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ກໍ​ລະ​ນີ​ທຳ​ອິດ​ຂອງ​ອີ​ຕາ​ລີ​ໃນ​ວັນ​ທີ 21 ກຸມ​ພາ​ປີ 2020.

ຄຳ​ເຫັນ

0