尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ຈີນ-ປະ​ເທດ​ເອີ​ຣົບ​ຕາ​ເວັນ​ອອກ​ແລະ​ເອີ​ຣົບກາງ​ຄັ້ງ​ທີ 2 ອັດ​ລົງ​ຢ່າງ​ຈົບ​ງາມ

2021-06-12 16:09:50 cri

      ວັນ​ທີ 11 ມິ​ຖຸ​ນາ​ນີ້, ງານ​ວາ​ງ​ສະ​ແດງ​ສິນ​ຄ້າ​ຈີນ-ປະ​ເທດ​ເອີ​ຣົບ​ຕາ​ເວັນ​ອອກ​ແລະ​ເອີ​ຣົບ​ກາງ​ຄັ້ງ​ທີ 2 ແລະ​ງານ​ວາງ​ສະ​ແດງ​ສິ​ນ​ຄ້າ​ເຄື່ອງ​ບໍ​ລິ​ໂພກ​ສາ​ກົນ​ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ໜິງ​ໂປ່​ແຂວງ​ເຈີ້​ຈ່ຽງ. ຜູ້​ຕາງ​ໜ້າ​ຈາກ 52 ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ງານ, ຕ່າງ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື, ກອງ​ປະ​ຊຸມ​​ພົບ​ປະ​ສັງ​ສັນ​ເສດ​ຖະ​ກິດ​ການ​ຄ້າ, ກິດ​ຈະ​ກຳ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ອື່ນໆ​ກໍ​ຄື​ການ​ວາງ​ສະ​ແດງ​ການ​ຄ້າ​ທີ່​ມີ​ເນື້ອ​ທີ່ 2 ແສນ​ຕາ​ແມັດ.
 

      ໃນ​ໄລ​ຍະ​ງານ​ວາງ​ສະ​ແດງ, ໄດ້​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​ຈັດ​ຊື້​ທີ່​ມີ​ມູນ​ຄ່າ​ທັງ​ໝົດ 10,78 ຕື້ຢວນ, ໃນ​ນັ້ນ​, ມູນ​ຄ່າ​ສັນ​ຍາ​ກັບ​ປະ​ເທດ​ເອີ​ຣົບ​ຕາ​ເວັນ​ອອກ​ແລະ​ເອີ​ຣົບ​ກາງ​ມີ​ເຖິງ 7,46 ຕື້ຢວນ, ​ໄດ້​ເຊັນ​ສັນ​ຍາໂຄງ​ການ​ລົງ​ທຶນ​ຕໍ່​ກັນ 97 ໂຄງ​ການ, ເຊິ່ງ​ມີ​ມູນ​ຄ່າ​ທັງ​ໝົດ 18,21 ຕື້​ໂດ​ລາ​ສະ​ຫະ​ລັດ.
 

      ນອກ​ນີ້, ໃນ​ໄລ​ຍະ​ຈັດ​ງານ, ຍັງ​ໄດ້​ຈັດ​ 8 ກິດ​ຈະ​ກຳ​ທີ່​ກ່ຽວ​ພັນ​ເຖິງ “ແຜນ​ການ​ການ​ເຄື່ອນ​ໄຫວ​ປັກ​ກິ່ງ”ເຊັ່ນ: ​ເວ​ທີ​ປຶກ​ສາ​ຫາ​ລື​​ເຈົ້າ​ຄອງ​ນະ​ຄອນ​ຈີນແລະ​ປະ​ເທດ​ເອີ​ຣົບ​ຕາ​ເວັນ​ອອກແລະ​ເອີ​ຣົບ​ກາງ, ເວ​ທີ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ເສັ້ນ​ທາງ​ສາຍ​ໄໝ, ກິດ​ຈະ​ກຳ​ແລກ​ປ່ຽນ​ຊາວ​ໜຸ່ມ “ຂົວ​ແຫ່ງ​ອະ​ນາ​ຄົດ”ແລະອື່ນໆ.

ຄຳ​ເຫັນ

0