蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ 5 ເດືອນ​ຕົ້ນ​ປີ​ນີ້​ຈີນ​ໄດ້ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດໄດ້​ເພີ່ມ​ຂຶ້ນ 35,4%

2021-06-13 14:42:54 CRI

ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ຕົວ​ເລກ​​ຂໍ້​ມູນສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 5 ເດືອນ​ຕົ້ນ​ປີ​ນີ້, ຈີນ​ໄດ້​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງເພີ່ມ​ຂຶ້ນ 35,4% ເມື່​ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ແລະ ໄດ້​ເພີ່ມ​ຂຶ້ນ 30,3%ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019.

​ຈຳ​ນວນວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ທີ່​ມາ​ລົງ​ທຶນ​ຢູ່​ປະ​ເທດ​ຈີນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ​ນັບແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ສ້າງ​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​​ໃໝ່ 18.497 ແຫ່ງ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​​ແລ້ວ ໄດ້​ເພີ່ມ​ຂຶ້ນ 48,6%, ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019 ແລ້ວ ໄດ້​ເພີ່ມ​ຂຶ້ນ 12,4%.

​ເມື່ອ​ສັງ​ເກດ​ຈາກ​ຂະ​ແໜງ​ການ​ແລ້ວ, ຂະ​ແໜງ​ການ​ບໍ​ລິ​ການ​ໄດ້​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງ 381,9 ຕື້ຢວນ, ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ແລ້ວ ​ໄດ້​ເພີ່ມ​ຂຶ້ນ 41,6%. ຂະ​ແໜງ​ການ​ເຕັກ​ນິກ​ສູງໄດ້​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງ​ເພີ່ມ​ຂຶ້ນ 34,6%, ໃນ​ນັ້ນ​ຂະ​ແໜງ​ການ​ບໍ​ລິ​ການ​ທີ່​ມີ​ເຕັກ​ນິ​ກ​ສູ​ງແລະ​ໃໝ່​ໄດ້​ເພີ່ມ​ຂຶ້ນ 37,6%, ຂະ​ແໜງ​ການ​ຜະ​ລິດ​ທີ່​ມີ​ເຕັກ​ນິກ​ສູງ​​ໄດ້​ເພີ່ມ​ຂຶ້ນ 25%.

ຄຳ​ເຫັນ

0