黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ປູ​ຕິນ ກ່າວ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ອາ​ເມ​ຣິ​ກາ​ຢູ່​ຈຸດ​ຕ່ຳ​ສຸດ​ໃນ​ຫຼາຍ​ປີ​​ມໍ່ໆມາ​ນີ້

2021-06-13 16:38:35 cri

ວັນ​ທີ 11 ມິ​ຖຸ​ນາ​ນີ້​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ອາ​ເມ​ຣິ​ກາ, ທ່ານ​ວ​ຣາດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ, ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ອາ​ເມ​ຣິ​ກາ​ແມ່ນ​ຢູ່​ຈຸດ​ຕ່ຳ​ສຸດ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້.

ທ່ານ​ປູ​ຕິນ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ສາຍ​ພົ​ວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ອາ​ເມ​ຣິ​ກາ​ໄດ້​ຊຸດ​ໂຊມ​ລົງເຖິງ​ຈຸດ​ຕ່ຳ​ສຸດ​ໃນ​ຫຼາຍ​ປີ​ມໍ່ໆມາ​ນີ້​ແລ້ວ, ພ້ອມ​ກັນ​ນັ້ນ​ທ່ານ​ໄດ້​ກ່າວ​ວ່າ​ສາ​ມາດ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ. ໃນ​ໂອາ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ອາ​ເມ​ຣິ​ກາ, ທ່ານ​ປູ​ຕິນ​ຍັງ​ໄດ້​ຕອບ​ໂ​ຕ້​ການ​ລາຍ​ງານ​ຂ່າວ​ຂອງ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​ຣັດ​ເຊຍ​ຈະ​ມອບ​ດາວ​ທຽມ​ສອດ​ແນມ​ໃຫ້​ແກ່​ອີ​ຣານ, ແລະ​ໄດ້​ຕຳ​ໜິ​ຕິ​ຕຽນ​ວ່າ​ການ​ລາຍ​ງານ​ຂ່າວ​ດັ່ງ​ກ່າວ​ແມ່ນ “ຂ່າວ​ປອມ.”

ທ່ານ​ໂຈ ໄບ​ເດັນ​ແລະ​ທ່ານ​ປູ​ຕິນນ​ຈະ​ພົບ​ປະ​ກັນ​ຢູ່​ເຊີ​ແນວ​ໃນ​ວັນ​ທີ 16 ມິ​ຖຸ​ນາ​ນີ້, ແຕ່​ເບິ່ງ​ຈາ​ກ​ການ​ສະ​ແດງ​ທ່າ​ທີ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ຣັດ​ເຊຍ, ສອງ​ຝ່າຍ​ລ້ວນ​ແຕ່​ບໍ່​ມີ​ຄວາມຫວັງ​ຫຼາຍ​ປານ​ໃດກ່ຽວ​ກັບ​ຜົນ​ງານ​ຂອງ​ການ​ພົບ​ປະ​ກັນ​ຄັ້ງ​ນີ້.

ຄຳ​ເຫັນ

0