尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຈົ້າ​ໜ້​າ​ທີ່​ຫຼາຍ​ທ່ານ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ຂອງ​ກຳ​ປູ​ເຈຍ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19

2021-06-13 16:17:07 cri

      ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍ​ແຈ້ງ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້​ວ່າ: ໃນ​ມື້​ດັ່ງ​ກ່າວ, ຢູ່​ກຳ​ປູ​ເຈຍ​ໄດ້​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຈຳ​ນວນ 638 ກໍ​ລະ​ນີ, ​ຜູ້​ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ຂາດ​ແລະ​ອອກ​ໂຮງ​ໝໍ​ແລ້ວ​ເພີ່ມ​ໃໝ່​ຈຳ​ນວນ 605 ​ຄົນ, ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ເພີ່ມ​ໃໝ່ 9 ຄົນ. ໃນ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ນັ້ນ, ມີ 44 ກໍ​ລະ​ນີ​ແມ່ນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຈາກ​ຕ່າງ​ປະ​ເທດ, ມີ 594 ກໍ​ລະ​ນີ​ແມ່ນ​ຜູ້​ເປັນ​ພະ​ຍາ​ດ​ທີ່​ຕິດ​ເຊື້ອ​ຢູ່​ເຂດ​ຊຸ​ມ​ຊົນ.
 

      ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ແມ່ນ​ເຂດ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ຮ້າຍ​ແຮງຄັ້ງ​ນີ້, ເຈົ້າ​ໜ້າ​ທີ່​ອຳ​ນາດ​ການ​ປົກ​ຄອງ 3 ທ່ານ​ຂອງ​ນະ​ຄອນດັ່ງ​ກ່າວ​ໄດ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຕາມ​ໆກັນ. ເພື່ອ​ຄວບ​ຄຸມ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ, ສຳ​ນັກ​ງານ​ໃຫຍ່​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ຫຼວງ​ຖືກ​ປິດຢ່າງ​ສຸກ​ເສີນ​ໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້.
 

      ນອກ​ນີ້, ຕາມ​ຂ່າວ​ທາງ​ການ​ໃຫ້​ຮູ້​ວ່າ: ໜ່ວຍ​ງານ​ວັກ​ຊີນ​ໂຄວິດ-19 ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກຳ​ປູ​ເຈຍ​ຈະ​ໄປ​ສັກ​ວັກ​ຊີນ​ໂຄວິດ-19 ​ໃຫ້​ປະ​ຊາ​ຊົນ​ຢູ່​ແຂວງ​ສີ​ຫາ​​ນຸ, ແຂວງ​ຄຳ​ພົງ​ ສ​ເປວ, ແຂວງ​ຕາ​ແກ້ວ, ແຂວງ​ຄຳ​ພົງ ຊາມ ແລະ ແຂວງ​ສ​ໄວ ເຣັງ ຈຳ​ນວນ 1 ລ້ານ​ຄົນ​ແຕ່​ວັນ​ທີ 21 ມິ​ຖຸ​ນາ​ນີ້​ເປັນ​ຕົ້ນ​ໄປ.

ຄຳ​ເຫັນ

0