蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເນື້ອ​ທີ່​ປ່າ​ໄມ້ ແລະ ປ​ະ​ລິ​ມານ​ສະ​ສົມ​ໄມ້​ໃນ​ປ່າ​ໄມ້​ຂອງ​ຈີນ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ 30 ປີ​ລຽນ​ຕິດ

2021-06-13 14:44:32 CRI

ງານ​ພົບ​ປະ​ສັງ​ສັນ​ວຽກ​ງານ​ທ້ອງ​ຖິ່ນ​ທີ່​ເອົາ​ໃຈ​ໃສ່​ການ​ເຄື່ອນ​ໄຫວ​ຂອງ​ປ່າ​ໄມ້​ທົ່ວ​ປະ​ເທດ​ຈີນ​ໄດ້​ໃຫ້​ຮູ້​ວ່າ: ເນື້ອ​ທີ່​ປ່າ​ໄມ້ ແລະ ປ​ະ​ລິ​ມານ​ສະ​ສົມ​ໄມ້​ໃນ​ປ່າ​ໄມ້​ຂອງ​ຈີນ​ໄດ້​ຮັກ​ສາ​ການ​ເຕີບ​ໂຕ​ເປັນ 30 ປີ​ລຽນ​ຕິດ.

ໃນ​ໄລ​ຍະ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 13, ນັບ​ລວມ​ແລ້ວ, ຈີນ​ໄດ້​ສ້າງ​ປ່າ​ໄມ້ 36 ລ້ານ​ເຮັກ​ຕາ, ອັດ​ຕາ​ປ່າ​ໄມ້​ປົກ​ຫຸ້ມ​ຂອງ​ຈີນ​ໄດ້​ບັນ​ລຸ 23,04%, ປະ​ລິ​ມານ​ສະ​ສົມ​ໄມ້​ໃນ​ປ່າ​ໄມ້​ຂອງ​ຈີນ​ມີ​ເຖິງ 17,5 ຕື້​ແມັດ​ກ້ອນ, ເນື້ອ​ທີ່​ປ່າ​ໄມ້​ມີ​ເຖິງ 220 ລ້ານ​ເຮັກ​ຕາ. ຂ່າວ​ແຈ້ງວ່າ: ນັບ​ແຕ່​ປີ 2000 ຫາ ປີ 2017, ເນື້ອ​ທີ່​ສີ​ຂຽວ​ທີ່​ເພີ່ມ​ໃໝ່​ໃນ​ທົ່ວ​ໂລກ​ມີ 1 ສ່ວນ 4 ມາ​ຈາກ​ຈີນ, ອັດ​ຕາ​ປະ​ກອບ​ສ່ວນ​ຂອງ​ຈີນ​ໄດ້​ເປັນ​ອັນ​ດັບ​ໜຶ່ງ​ໃນ​ໂລກ.

ຫວ່າງ​ມໍ່ໆ​ມາ​ນີ້, ຫ້ອງວ່າ​ການ​ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່ “ຄຳ​ເຫັນ​ຊີ້​ແຈງ​ເພີ່ມ​ເນື້ອ​ທີ່​ສີ​ຂຽວ​ຕາມຫຼັກ​ວິ​ທະ​ຍາ​ສາດ” ໄດ້​ຊີ້​ອອກ​ຢ່າງ​ຈະ​ແຈ້ງວ່າ: ເມື່ອ​ຮອດ​ປີ 2030, ປະ​ລິ​ມານ​ສະ​ສົມ​ໄມ້​ໃນ​ປ່າ​ໄມ້​ຂອງ​ຈີນ​ຈະ​ເພີ່ມ​ຂຶ້ນ 6 ຕື້​ແມັດ​ກ້ອນ ເມື່ອ​ທຽບ​ໃສ່​ປີ 2005.

ຄຳ​ເຫັນ

0