蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ພວມ​ດຳ​ເນີນ​ການ​ຮ່ວມ​ມື​ແລກ​ປ່ຽນ​ຕົວ​ເລກ​ຂໍ້​ມູນ​ກ່ຽວ​ກັບ​ວົງ​ໂຄ​ຈອນ​ຂອງ​ຍານ​ສຳຫຼວດ​ດາວ​ອັງ​ຄານ​ກັບ NASA ແລະ ອົງ​ການ​ການ​ບິນ​ອະ​ວະ​ກາດ​ເອີ​ຣົບ

2021-06-13 14:43:31 CRI

ອົງ​ການ​ການ​ບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ນີ້​ ໂດຍ​ໄດ້​ແນະ​ນຳ​ສະ​ພາບ​ການ​ໜ້າ​ທີ່​ສຳຫຼວດ​ດາວ​ອັງ​ຄານ​ຄັ້ງ​ທຳ​ອິດ​ຂອງ​ຈີນ. ທ່ານ​ສີ​ຮົງ​ລ້ຽງ ໂຄ​ສົກ​ອົງ​ການ​ການ​ບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ເພື່ອ​ຮັບ​ປະ​ກັນ​​ຄວາມ​ປອດ​ໄພ​ຂອງ​ດາວ​ທຽມ​ຢູ່​ຕາມ​ວົງ​ໂຄ​ຈອນ​ຂອງ​ຍານ​ສຳຫຼວດ​ດາວ​ອັງ​ຄານ, ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ຈີນ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ແລກ​ປ່ຽນ​ຕົວ​ເລກ​ຂໍ້​ມູນ​ກ່ຽວ​ກັບ​ວົງ​ໂຄ​ຈອນ​ຂອງ​ຍານ​ສຳຫຼວດ​ດາວ​ອັງ​ຄານ​ກັບ​ອົງ​ການ​ການ​ບິນ​ອະ​ວະ​ກາດ​ແຫ່ງ​ຊ​າ​ດ​ອາ​ເມ​ຣິ​ກາ ຫຼື NASA ແລະ ອົງ​ການ​ການ​ບິນ​ອະ​ວະ​ກາດ​ເອີ​ຣົບ.

ທ່ານ​ກ່າ​ວ​ວ່າ: ການ​ດຳ​ເນີນ​ການ​ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດ​ສຳຫຼວດດວງ​ຈັນ ແລະ ອະ​ວະ​ກາດ​ຊັ້ນ​ເລິກ ແມ່ນ​ປະ​ເພ​ນີ​ສາ​ກົນ. ສະ​ນັ້ນ, ຈີນ​ພວມ​ສ້າງ​ແຜນ​ວ່າ, ໃນ​ໄລ​ຍະ​ພັດ​ທະ​ນາ​ຂັ້ນ​ຕໍ່​ໄປ, ບໍ່​ວ່າ​ຈະ​ແມ່ນ​ໂຄງ​ການ​ສຳຫຼວດດວງ​ຈັນໄລ​ຍະ 4 ຫຼື ໂຄງ​ການ​ສຳຫຼວດ​ດາວ​ເຄາະ​ນ້ອຍ ເຊິ່ງ​ລວມ​ທັງ​ສະ​ຖາ​ນີ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດດວງ​ຈັນ​ສາ​ກົນ, ຈີນ​ລ້ວນ​ແຕ່​ຈະ​ຍຶ​ດ​ໝັ້ນ​ທ່າ​ທີ​ເປີດ​ປະ​ຕູ​ສູ່​ພາຍນອກ, ດຳ​ເນີນ​ການ​ຮ່ວມ​ມື​ຢ່າງກວ້າງ​ຂວາງ​ກັບ​ສາ​ກົນ​ ຕາມຫຼັກ​ການ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ ແລະ ຊົມ​ໃຊ້​ຮ່ວມ​ກັນ.

ຄຳ​ເຫັນ

0