刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ ໃນ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 100 ປີ

2021-07-01 18:14:18 cri

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ:ເດັດ​ດ່ຽວດັບ​ສູນ​ເຊື້ອ​ໄວ​ຣັດ​ທຸກ​ຢ່າງ​ທີ່​ມີ​ຜົນ​ຮ້າຍ​ຕໍ່​ພັກ

 

ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​

ໃນ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 100 ປີ

(ວັນ​ທີ 1 ກໍລະກົດ​ປີ 2021)

 

ບັນດາ​ສະຫາຍ ​ແລະ​ເພື່ອນ​ມິດ:

ມື້​ນີ້​ແມ່ນ​ມື້​ສຳຄັນ​ຍິ່ງ​ໃຫຍ່ ​ແລະ​ສະຫງ່າ​ງາມ​ໃນ​ປະຫວັດສາດ​ຂອງ​ພັກ​ກອມ​ມູນິດ​ຈີນ ​ແລະ​ຊົນ​ຊາດ​ຈີນ. ພວກ​ເຮົາ​ໂຮມ​ຊຸມນຸມ​ກັນ​ນະ​ທີ່​ນີ້, ຮ່ວມ​ກັບ​ບັນດາ​ສະຫາຍ​ໃນ​ທົ່ວ​ພັກ ​ແລະ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ, ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດຈີນ​ຄົບຮອບ 100 ປີ, ທົບ​ທວນຄືນ​ຂະ​ບວນການ​ສູ້​ຊົນ​ທີ່​ສະຫງ່າ​ລາສີ​ຕະຫຼອດ​ໄລຍະ 100 ປີ​ຂອງ​ພັກ​ກອມ​ມູນິດ​ຈີນ, ຈ້ອງ​ເບິ່ງ​ອະນາຄົດ​ອັນ​ສົດ​ໃສ​ຂອງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ.

ກ່ອນ​ອື່ນ, ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ໃຫ້​ຄະນະ​ກຳມະການ​ສູນ​ກາງ​ພັກ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ​ຕໍ່​ສະມາຊິກ​ພັກ​ກອມ​ມູນິດ​ຈີນ​ທຸກ​ຖ້ວນ​ໜ້າ​ໃນ​ປາງ​ບຸນ​ນີ້!

ນະ​ທີ່​ນີ້, ຂ້າພະ​ເຈົ້າຂໍ​ຕາງໜ້າ​ໃຫ້​ພັກ ​ແລະ​ປະຊາຊົນ​ປະກາດ​ຢ່າງ​ໜັກ​ແໜ້ນ​ວ່າ: ​ໂດຍ​ຜ່ານ​ການ​ສູ້​ຊົນ​ຢ່າງ​ຕໍ່​ເນື່ອງ​ຂອງ​ທົ່ວ​ພັກ ​ແລະ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ, ພວກ​ເຮົາ​ໄດ້​ບັນລຸ​ເປົ້າ​ໝາຍ​ສູ້​ຊົນ 100 ປີ​ປະການ​ທີໜຶ່ງ ຄື: ສ້າງ​ສັງຄົມ​ທີ່​ອິ່ມໜຳສຳລານ​ໃຫ້​ສຳ​ເລັດ​ຮອບດ້ານ​ຢູ່​ຜືນ​ແຜ່ນ​ດິນ​ຈີນ, ​ໄດ້​ແກ້​ໄຂ​ບັນຫາ​ທຸກ​ຍາກ​ເດັດ​ຖານ​ທີ່​ມີ​ລັກສະນະ​ປະຫວັດສາດ, ພວກ​ເຮົາ​ພວມ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ສູ້​ຊົນ 100 ປີ​ປະການ​ທີ​ສອງ ຄື: ສ້າງປະ​ເທດ​ສັງຄົມ​ນິຍົມ​ທີ່​ທັນສະ​ໄໝເຂັ້ມ​ແຂງ​ໃຫ້​ສຳ​ເລັດຢ່າງຮອບດ້ານ​ຢ່າ​ງສະຫງ່າ​ຜ່າ​​​ເຜີຍ. ນີ້​ແມ່ນ​ກຽດ​ສະຫງ່າ​ອັນຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ! ນີ້​ແມ່ນ​ກຽດ​ສະຫງ່າ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊົນຈີນ! ນີ້​ແມ່ນ​ກຽດ​ສະຫງ່າ​ອັນ​ຍິ່ງ​ໃຫຍ່​ຂອງ​ພັກ​ກອມ​ມູນິດ​ຈີນ!

ບັນດາ​ສະຫາຍ ​ແລະ​ເພື່ອນ​ມິດ:

ປະຊາ​ຊາດ​ຈີນ​ແມ່ນ​ປະຊາ​ຊາດ​ທີ່​ຍິ່ງ​ໃຫຍ່​ໃນ​ໂລກ, ມີ​ອະລິຍະ​ທຳ​ປະຫວັດ ສາດ​ຫຼາຍ​ກວ່າ 5000 ປີ, ປະຊາ​ຊາດ​ຈີນ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ຂະ​ບວນການ​ສ້າງ​ຄວາມ​ກ້າວໜ້າ​ດ້ານ​ອະລິຍະ​ທຳ​ຂອງ​ມວນ​ມະນຸດ. ພາຍຫຼັງ​ເກີດ​ສົງຄາມ​ຢາ​ຟິ່ນ​ໃນ​ປີ 1840, ຈີນ​ຄ່ອຍໆ​ກາຍ​ເປັນ​ສັງຄົມ​ເຄິ່ງຫົວ​​ເມືອງ​ຂຶ້ນ ​ແລະ​ເຄິ່ງສັກດິນາ, ປະ​ເທດ​ໄດ້​ຮັບ​ຄວາມ​ອັບອາຍ, ປະຊາ​ຊົນ​ໄດ້​ຮັບ​ຄວາມ​ເດືອດຮ້ອນ ​ແລະ​ອະລິຍະທຳ​ກໍ​ໄດ້​ຮັບ​ຄວາມ​ມືດ​ມົນ, ປະຊາ​ຊາດ​ຈີນ​ໄດ້​ປະສົບ​ໄພ​ອັນຕະລາຍ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ. ນັບ​ຈາກ​ນັ້ນ​ມາ, ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ​ໄດ້​ກາຍ​ເປັນຄວາມ​​ໃຝ່ຝັ​ນອັນ​ຍິ່ງ​ໃຫຍ່​ທີ່​ສຸດຂອງ​ປະຊາ ຊົນ ​ແລະ​ປະຊາ​ຊາດ​ຈີນ.

​ເພື່ອ​ກູ້​ຊາດ, ປະຊາຊົນ​ຈີນ​ໄດ້​ລຸກ​ຮື​ຂຶ້ນ​ຕໍ່ສູ້, ຜູ້​ຮັກ​ຊາດ​ໄດ້​​ເຄື່ອນ​ໄຫວ​ຢ່າງ​ຫ້າວຫັນ​ເພື່ອ​ປຸກລະດົມ​ຂົນຂວາຍ, ດຳ​ເນີນ​ “ຂະ​ບວນການ​ລຸກ​ຂອງຮື​ຊາວນາ​ໄທ້​ພິງ​ທ່ຽນ​ກົວ”, “ການ​ປະຕິວັດ 100 ວີນປີ 1898”, ຂະ​ບວນການ​ຢີ້​ເຮີ​ທວນ ​ແລະ​ການ​ປະຕິວັດ​ປີ 1911, ​ແຜນການ​ກູ້ຊາດ​ຕ່າງໆ​ໄດ້​ປະກົດ​ຂຶ້ນ​ໃນ​ໄລຍະ​ປະຫວັດສາດ​ຢ່າງ​ຕໍ່​ເນື່ອງ, ​ແຕ່​ກໍ​ສິ້ນ​ສຸດ​ລົງ​ດ້ວຍ​ຄວາມ​ປະລາ​ໄຊ. ຈີນ​ຕ້ອງ​ໄດ້​ຊອກ​ຫາ​ແນວ​ຄິດ​ທິດ​ສະ​ດີ​ໃໝ່​ໃນ​ນຳພາ​ຂະ​ບວນການ​ກູ້​ຊາດ​ຢ່າງ​ຮີບ​ດ່ວນ, ຕ້ອງການ​ມີ​ອົງການ​ຈັດ​ຕັ້ງ​ໃໝ່​ເພື່ອ​ເຕົ້າ​ໂຮມ​ກຳລັງ​ການ​ປະຕິວັດ​ຢ່າງ​ຮີບ​ດ່ວນ.

​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ຕຸລາ​ຣັດ​ເຊຍ​ໄດ້​ນຳ​ເອົາ​ລັດທິ​ມາກ-​ເລ​ນີນ ມາສູ່​ປະ​ເທດ​ຈີນ. ທ່າມກາງ​ການ​ສະດຸ້ງ​ຕື່ນ​ຢ່າງ​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ ​ແລະ​ປະຊາ​ຊາດ​ຈີນ, ທ່າມກາງ​ກາ​ປະສານ​ສົມທົບ​ກັນ​ລະຫວ່າງ​ລັດທິ​ມາກ-​ເລ​ນີນ​ກັບ​ຂະ​ບວນການ​ກຳມະກອນ​ຂອງ​ຈີນ, ພັກ​ກອມ​ມູນິດ​ຈີນ​ໄດ້​ກຳ​ເນີ​ດ​ເກີດ​ຂຶ້ນ. ຈີນສາມາດ​ສ້າງຕັ້ງ​ພັກ​ກອມ​ມູນິດ​ຈີນ, ນີ້​ແມ່ນ​ເຫດການ​ອັນ​ຍິ່ງ​ໃຫຍ່​ທີ່​ພິກ​ແຜ່ນດິນ​ປີ້ນ​ແຜ່ນ​ຟ້າ​ໄດ້​ປ່ຽນ​ແປງ​ທິດ​ທາງ ​ແລະ​ຂະ​ບວນການ​ພັດທະນາະຂອງ​ປະຊາ​ຊາດ​ຈີນ​ຫຼັງ​ປະຫວັດສາດ​ສະ​ໄໝ​ໃໝ່ (ປີ 1840-1949) ຢ່າງ​ເລິກ​ເຊິ່ງ, ​ໄດ້​ປ່ຽນ​ແປງ​ອະນາຄົດ ​ແລະ​ຊາຕາກຳ​ຂອງ​ປະຊາຊົນ ​ແລະ​ປະຊາ​ຊາດ​ຈີນ​ໄດ້​ຢ່າງ​ເລິກ​ເຊິ່ງ, ​ໄດ້​ປ່ຽນ​ແປງ​ທ່າ​ອ່ຽງ ​ແລະ​ສະພາບ​ການ​ພັດທະນາ​ຂອງ​ໂລກ​ຢ່າງ​ເລິກ​ເຊິ່ງ.

​ເມື່ອ​ພັກ​ກອມ​ມູນິດຈີນ​ໄດ້​ກຳ​ເນີ​ດ​ເກີດ​ຂຶ້ນ​ກໍ​ໄດ້​ຖື​ເອົາ​ການ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ປະຊາຊົນ​ຈີນ ​ແລະ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ​ເປັນ​ອຸດົມ​ການ​ແຕ່​ຫົວທີ ​ແລະ​ພາລະ​ກຳ​ຂອງ​ຕົນ. ​ໃນ​ໄລຍະ 100 ປີຜ່ານມາ, ພັກ​ກອມ​ມູນິດ​ຈີນ​ໄດ້​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ນຳພາ​ປຊາຊົນ​ຈີນ​ດຳ​ເນີນ​ການ​ຕໍ່ສູ້, ​ເສຍສະຫຼະ ​ແລະ​ປະດິດ​ສ້າງ​, ທັງ​ໝົດ​ນັ້ນ​ກໍ​ເພື່ອ​ບັນລຸ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ.

ເພື່ອ​ບັນ​ລຸ​ເປົ້າ​ໝາຍການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​​ເຕົ້າ​ໂຮມ​ຄວາມສາ​ມັກ​ຄີ​ແລະ​ນຳ​ພາ​ປະ​ຊາ​ຊົນ​ຈີນ​ຕໍ່​ສູ້​ຢ່າງ​​ອົງ​ອາດ​ກ້າ​ຫານ ບໍ່​ຍອມ​ຈຳ​ນົນ, ໄດ້​ສ້າງ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ປະ​ຕິ​ວັດ​ປະ​ຊາ​ທິ​ປະ​ໄຕ​ໃໝ່. ພວກ​ເຮົາ​ໄດ້​ຜ່ານ​ຜ່າ​ສົງ​ຄາມ​ປາບ​ປາມ​ຂຸນ​ເສິກ​ພາກ​ເໜຶອ, ສົງ​ຄາມ​ປະ​ຕິ​ວັດ​ທີ່​ດິນ, ສົງ​ຄາມ​ຕໍ່​ຕ້ານ​ຟາ​ຊິດ​ຍີ່​ປຸ່ນ, ສົງ​ຄາມ​ປົດ​ປ່ອຍຊາດ, ​​ໃຊ້​ການ​ປະ​ຕິ​ວັດ​ດ້ວຍ​ກຳ​ລັງ​ອາ​ວຸດ​ເພື່ອຕໍ່​ຕ້ານ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຕ້ານ​ການ​ປະ​ຕິ​ວັດ​, ໄດ້​ໂຄ່ນ​ລົ້ມ​ “ 3  ​ໜ່ວຍ​ພູ​ໃຫຍ່ “ ຄື ​ຈັກ​ກະ​ພັດນິ​ຍົມ, ລັດ​ທິ​ສັກ​ດິ​ນາ​ແລະ​ລັດ​ທິ​ທຶນ​ນິ​ຍົມ​ອາ​ຍາ​ສິດ, ໄດ້​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນທີ່ ປະ​ຊາ​ຊົນ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ​ແລະເປັນ​ເຈົ້າ​ຕົນ​ເອງ, ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ລາດ​ແຫ່ງ​ຊາດ​ແລະ​ການ​ປົດ​ປ່ອຍ​ປະ​ຊາ​ຊົນ. ໄຊ​ຊ​ະ​ນະ​ຂອງ​ການ​ປະ​ຕິ​​ວັດ​ປະ​ຊາ​ທິ​ປະ​ໄຕ​ໃໝ່​ໄດ້​ເປັນ​ການ​ສິ້ນ​ສຸດ​ປະ​ຫວັດ​ສາດ​​​ສັງ​ຄົມຈີນ​ເກົ່າ​ແບບ​ເຄິ່ງ​​ຫົວເມືອງ​ຂຶ້ນ​ແລະ​ເຄິ່ງ​ສັກ​ດິ​ນາ​​ໄດ້ຢ່າງ​ສິ້ນ​ເຊີງ, ໄດ້​ສິ້ນ​ສຸດ​ສະ​ພາບ​ການ​ແຕກ​ແຍກຄວາມ​ສາ​ມັກ​ຄີ​ຂອງ​ປະ​ເທດ​ຈີນ​ເກົ່າ​ໄດ້​ຢ່າງ​ສິ້ນ​ເຊີງ, ໄດ້​ຍົກ​ເລີກ​ສົນ​ທິ​ສັນ​ຍາ​ບໍ່​ເປັນ​ທຳ​ທີ່​ພວກຈັກ​ກະ​ພັດ​ບັງ​ຄັບ​ໃຫ້​ຈີນ​ລົງ​ນາມ ແລະຍົກ​ເລີກ​ສິດ​ອຳ​ນາດ​ພິ​ເສດ​ທຸກ​ຢ່າງ​ຂອງ​ພວກ​ຈັກ​ກະ​ພັດ​ຢູ່​ຈີນ​​ໄດ້ຢ່າງ​ສິ້ນ​ເຊີງ, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ພື້ນ​ຖານ​ທາງ​ສັງ​ຄົມ​ໃຫ້​ແກ່​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ຊາດ​ຂອງ​ປະ​ຊາ​ຊາດ​ຈີນ. ພັກ​ກອມ​ມູ​ນິດ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ໄດ້​ບຸກ​ບືນ​ສູ້​ຊົນ​ຢ່າງ​ອົງ​ອາດ​ກ້າ​ຫານ​ແລະ​ໄດ້​ປະ​ກາດ​ຕໍ່​ຊາວໂລກ​ຢ່າງ​ໜັກ​ແໜ້ນ​ວ່າ: ປະ​ຊາ​ຊົນ​ຈີນ​ໄດ້​ລຸກ​ຢືນ​ຂຶ້ນ​ແລ້ວ, ​ຍຸກ​ສ​ະ​ໄໝ​ທີ່ປະ​ຊາ​ຊາດ​ຈີນ​ຖືກ​ປະ​ເທດ​ອື່ນ​ກົດ​ຂີ່​ຂົ່ມ​ເຫັງ​ຕາມ​ລຳ​ພັງ​ໃຈ​ນັ້ນ​ໄດ້​ຜ່ານ​ພົ້ນ​ໄປ​ໂດຍ​ບໍ່​ມີ​ວັນ​ກັບ​ຄືນ​ມາ​ອີກ​ແລ້ວ!

ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ຟື້ນ​ຟູ​ຄວາມ​ຈຸ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງປະ​ຊາຊາດ​ຈີນ,​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ແລະ​ນຳ​ພາ​ປະ​ຊາ​ຊົນ​ຈີນ ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ, ​ບຸກ​ບືນ​ສູ້​ຊົນ, ໄດ້​ສ້າງ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​​ໃຫ້​ກັບການ​ປະ​ຕິ​ວັດ​ແລະ​ການສ້າງ​​ສັງ​ຄົມ​ນິ​ຍົມ. ພວກ​ເຮົາ​ໄດ້​ດຳ​ເນີນ​ການ​ປະ​ຕິວັດສັງ​ຄົມ​ນິ​ຍົມ, ໄດ້​ດັບ​ສູນ​ລະ​ບອບ​​ສັກ​ດິນາ​ທີ່ກົດ​ຂີ່​ຂູດ​ຮີດ​ມາ​ເປັນ​ເວ​​ລາ​ດົນ​ນານ​ໄດ້ຫຼາຍ​ພັນ​ປີ​ຢູ່​ຈີນ, ໄດ້​ສ້າງ​ຕັ້ງ​ລະ​ບອບ​ພື້ນ​ຖານ​ສັງ​ຄົມ​ນິ​ຍົມ, ຊຸກ​ຍູ້​ການສ້າງ​ສັງ​ຄົມ​ນິ​ຍົມ, ໄດ້ເອົາ​ຊະ​ນະ​ການ​ມ້າງ​ເພ​ທຳ​ລາຍ​ເພື່ອ​ຫວັງໂຄ່ນ​ລົ້ມແລະ​ ​ທ້າ​ທາຍ​ເກາະ​ຜິດ​ດ້ວຍ​ກຳ​ລັງ​ອາ​ວຸດ​ຂອງ​ພວກ​ຈັກ​ກະ​ພັດນິ​ຍົມ​ແລະ​ພວກ​ມະ​ຫາ​ອຳ​ນາດ​ນິ​ຍົມ​, ໄດ້​ບັນ​ລຸ​ການ​ປ່ຽນ​ແປງ​ທາງ​ສັງ​ຄົມ​ທີ່ກວ້າງ​ຂວາງ​ແລະ​ເລິກ​ເຊິ່ງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​​ຂອງປະ​ຊາ​ຊາດ​ຈີນ, ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ​ທີ່​ຍິ່ງ​ໃຫຍ່​ຈາກ​ປະ​ເທດ​ໃຫຍ່​ໃນ​ທິດ​ຕາ​ເວັນ​ອອກ​ທີ່​ທຸກ​ຍາກ​ທີ່ມີ​ປະ​ຊາ​ກອນ​ຢ່າງຫຼວງຫຼາຍ​ກ້າວ​ໄປ​ສູ່​ສັງ​ຄົມ​ນິ​ຍົມ, ໄດ້​ສ້າງ​ເງື່ອນ​ໄຂ​ພື້ນ​ຖານ​ທາງ​ການ​ເມືອງ​ແລະ​ພື້ນ​ຖານ​ດ້ານ​ລະ​ບອບ​ໃຫ້​ແກ່​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ພັກ​ກອມ​ມູ​ນິດ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ໄດ້​ບຸກ​ບືນ​ສູ້​ຊົນ​ຢ່າງ​ອົງ​ອາດ​ກ້າ​ຫານ​ແລະ​ໄດ້​ປະ​ກາດ​ຕໍ່​ຊາວໂລກ​ຢ່າງ​ໜັກ​ແໜ້ນ​ວ່າ: ປະ​ຊາ​ຊົນ​ຈີນ​ບໍ່​ພຽງ​ແຕ່​ຮູ້​ວິ​ທີທຳ​ມ້າງ​ໂລກ​ເກົ່າ ​ຍັງ​ຮູ້​ຈັກ​ວິ​ທີກໍ່​ສ້າງ​ໂລກ​ໃໝ່, ມີ​ແຕ່​​ສັງ​ຄົມ​ນິ​ຍົມ​​ເທົ່າ​ນັ້ນຈິ່ງ​ຈະ​ສາ​ມາດ​ກູ້​ຊາດ​​ຈີນ​ໄດ້, ມີ​ແຕ່​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ເທົ່າ​ນັ້ນ​ຈິ່ງ​ຈະ​ສາ​ມາດ​ພັດ​ທະ​ນາຈີນ​ໄດ້!

ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ຟື້ນ​ຟູ​ຄວາມ​ຈຸ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງປະ​ຊາຊາດ​ຈີນ,​ພັກ​ກອມ​ມູ​ນິດ​ຈີນ​ໄດ້​​ເຕົ້າ​ໂຮມ​ຄວາມສາ​ມັກ​ຄີ​ແລະ​ນຳ​ພາ​ປະ​ຊາ​ຊົນ​ຈີນ ປົດ​ປ່ອຍ​ແນວ​ຄິດ, ບຸກ​ບືນ​ກ້າວ​ໄປ​ໜ້າ​, ໄດ້​ສ້າງ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ປະ​ຕິ​ຮູບ,ເປີດ​ປະ​ຕູ​ສູ່​ພາຍນອກ ແລະ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​​ທີ່ທັນ​ສະ​ໄໝ.​ພວກ​ເຮົາ​ໄດ້​ບັນ​ລຸ​ບາດ​ລ້ຽວ​ອັນ​ຍິ່ງ​ໃຫຍ່​ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​ຍາວ​ນານ​ໃນ​ປະ​ຫວັດ​ສາດ​ຂອງ​ພັກ​ນັບ​ແຕ່​ສະ​ຖາ​ປະ​ນາ​ສ​ປ​ຈີນ​ເປັນ​ຕົ້ນ​ມາ, ໄດ້​ກຳ​ນົດ​ແນວ​ທາງ​ພື້ນ​ຖານ​ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ສັງ​ຄົມ​ນິ​ຍົມ, ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ເອົາ​ຊະ​ນະ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ​ທີ່​ມາ​ຈາກ​ທຸກ​ທິດ​ທາງ, ໄດ້​ສ້າງ​ຕັ້ງ, ຍຶດ​ໝັ້ນ, ປົກ​ປ້ອງ ແລະ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ໄດ້​ບັນ​ລຸ​ການ​ຫັນ​ປ່ຽນ​​ທີ່​ມີລັກ​ສະ​ນະ​ປະ​ຫວັດ​ສາດ​ຈາກ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ແຜນ​ການລວມ​ສູນໃນ​ລະ​ດັບ​ສູງ​​ໄປ​ສູ່ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຕະຫຼາດ​ສັງ​ຄົມ​ນິ​ຍົມ​ທີ່​ເຕັມ​ໄປ​ດ້ວຍຄວາມ​ມີ​ຊີ​ວິດ​ຊີ​ວາ,ຈາກ​ການ​ປິດ​ປະ​ຕູ​ແລະ​ເຄິ່ງ​ປິດ​ປະ​ຕູ​ສູ່​ການ​ເປີດ​ປະ​ຕູ​ຢ່າງ​ຮອບ​ດ້ານ, ໄດ້​ບັນ​ລຸ​ການ​ບຸກ​ທະ​ລຸ​​ທີ່​ມີລັກ​ສະ​ນະ​ປະ​ຫວັດ​ສາດຈາກ​ສະ​ພາບ​ກຳ​ລັງ​ການ​ຜະ​ລິດ​ທີ່ຫຼ້າຫຼັງ​ໂດຍ​ທຽບ​ຖານ​ສູ່​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ເປັນ​ອັນ​ອັບ​ສອງ​ຂອງ​ໂລກ, ໄດ້​ບັນ​ລຸ​ການ​​ພັດ​ທະ​ນາ​ແບບກ້າວ​ກະ​ໂດດ​​ຂັ້ນ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຈາກ​ສະ​ພາບ​ ທີ່​ປະ​ຊາ​ຊົນ​​ກິນ​ບໍ່​ອີ່ມ​ນຸ່ງ​ບໍ່​ອຸ່ນ​ສູ່ຄວາມ​ອີ່ມ​ໜຳ​ສຳ​ລານ​ໂດຍ​ລວມ​ແລະ​ມຸ້ງ​ໜ້າ​ໄປ​ສູ່​ຄວາມ​ອີ່ມ​ໜຳ​ສຳ​ລານ​ຮອບ​ດ້ານ, ໄດ້​ສ້າງ​ເງື່ອນ​ໄຂ​ຮັບ​ປະ​ກັນ​ດ້ານ​ລະ​ບຽບ​ການ​​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາແລະ​ເງື່ນ​ໄຂ​ດ້ານ​ວັດ​ຖຸ​ເພື່ອ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ໃຫ້​ແກ່​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ພັກ​ກອມ​ມູ​ນິດ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ໄດ້​ບຸກ​ບືນ​ສູ້​ຊົນ​ຢ່າງ​ອົງ​ອາດ​ກ້າ​ຫານ​ແລະ​ໄດ້​ປະ​ກາດ​ຕໍ່​ຊາວໂລກ​ຢ່າງ​ໜັກ​ແໜ້ນ​ວ່າ: ການ​ປະ​ຕິ​ຮູບ​ແລະ​ເປີ​ດ​ປະ​ຕູ​ສູ່​ພາຍນອກ​ແມ່ນ​ມາດ​ຕະ​ການ​ທີ່​ເປັນ​ຂໍ​ກຸນ​ແຈ​ຕັດ​ສິນ​ອະ​ນາ​ຄົດ​ແລະ​ຊາ​ຕາ​ກຳ​ຂອງ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ, ຈີນ​ໄດ້​ກ້າວ​ໄປ​ທ່ວງ​ທັນ​ກັບ​ຍຸກ​ສະ​ໄໝ​ດ້ວຍ​ບາດ​ກ້າວ​ໃຫ​ຍ່!

ເພື່ອ​ບັນ​ລຸເປົ້າ​ໝາຍ​ການ​ຟື້ນ​ຟູ​ຄວາມ​​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ ແລະ ນຳ​ພາ​ປະ​ຊາ​ຊົນ​ຈີນ, ເຊື່ອ​ໝັ້ນ​ຕົນ​ເອງ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ປະ​ດິດ​ສ້າງ​ໃໝ່​ບົນ​ພື້ນ​ຖານ​ທີ່​ຍຶດ​ໝັ້ນ​ທິດ​ທາງ​ການ​ເມືອງ​ອັນ​ຖືກ​ຕ້ອງ, ເຊື່ອມ​ໂຍງ​ການ​ຕໍ່​ສູ້​ທີ່​ຍິ່ງ​ໃຫຍ່ ໂຄງ​ການ​ທີ່​ຍິ່ງ​ໃຫຍ່, ພາ​ລະ​ກິດ​ທີ່​ຍິ່ງ​ໃຫຍ່ ແລະ ຄວາມ​ໃຝ່​ຝັນ​ທີ່​ຍິ່ງ​ໃຫຍ່​ໃຫ້​ເປັນ​ເອ​ກະ​ພາບ​ກັນ, ໄດ້​ສ້າງ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ໃຫ້​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ຍຸກ​ໃໝ່, ພວກ​ເຮົາ​ໄດ້​ຍຶດ​ໝັ້ນ ແລະ ເພີ່​ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກຢ່າງ​ຮອບ​ດ້ານ, ຊຸກ​ຍູ້​ແຜ​ນ​ຍຸດ​ທະ​ສາດລວມ​ “ 5 ສ້າງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ”​ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ຊຸກ​ຍູ້​ແຜນ​ຍຸດ​ທະ​ສາດ “4 ຮອບ​ດ້ານ” ຢ່າງ​ມີ​ການ​ປະ​ສານ​ສົມ​ທົບ​ກັນ, ຍຶດ​ໝັ້ນ ແລະ ປັບ​ປຸງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ສົມ​ບູນ​ຂຶ້ນ, ຊຸກ​ຍູ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​​ດ້ານ​ລະ​ບົບ ແລະ ຄວາມ​ສາ​ມາດການ​ປົກ​ຄອງ​ບໍ​ລິ​ຫານ​ປະ​ເທດ, ຍຶດ​ໝັ້ນ​ການ​ຄຸ້ມ​ຄອງ​ພັກ​ຕາມ​ລະ​ບຽບ​ການ, ໄດ້​ສ້າງ​ລະ​ບົບ​ກົດ​ລະ​ບຽບ​ພາຍ​ໃນ​ພັກ​ທີ່​ອ່າວ​ສົມ​ບູນ, ໄດ້​ເອົາ​ຊະ​ນະ​ຄວາມ​ສ່ຽງ ແລະ ສິ່ງ​ທ້າ​ທາຍ​​ທີ່ໜັກ​ໜ່ວງ​ຕ່າງໆ, ໄດ້​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ​ປະ​ການ​ທີ​ໜຶ່ງ, ​ໄດ້ກຳ​ນົດ​ແຜນ​ຍຸດ​ທະ​ສາດ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ ​ປະ​ການ​ທີ 2 ຢ່າງ​ຈະ​​ແຈ້ງ, ພາ​ລະ​ກິດ​ຂອງ​ພັກ ແລະ ລັດ​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ຄັ້ງ​ປະ​ຫວັດ​ສາດ, ເກີດ​ມີ​ການ​ປ່ຽ​ນ​ແປງ​ຄັ້ງ​ປະ​ຫວັດ​ສາດ, ໄດ້​ສ້າງ​ສິ່ງ​ຮັບ​ປະ​ກັນ​ດ້ານ​ລະ​ບຽບ​ການ​ທີ່​ສົມ​ບູນກວ່າ​ເກົ່າ, ​ສ້າງພື້ນ​ຖານ​ວັດ​ຖຸ​ທີ່​ໜັກ​ແໜ້ນກວ່າ​ເກົ່າ, ​ສ້າງ​ພະ​ລັງ​ໃຈ​ທີ່​ເປັນ​ເຈົ້າ​ການກວ່າ​ເກົ່າ​ໃຫ້​ແກ່​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ພັກ​ກອມ​ມູ​ນິດ​ຈີນ ແລະ ປະ​ຊາ​ຊົນ​ຈີນ​ໄດ້​​ບຸກ​ບືນ​ສູ້​ຊົນ​ຢ່າງ​ອົງ​ອາດ​ກ້າ​ຫານ​ ແລະ​ໄດ້​ປະ​ກາດ​ຢ່າງ​​ໜັກ​ແໜ້ນ​ຕໍ່​ຊາວ​ໂລກວ່າ, ປະ​ຊາ​ຊາດ​ຈີນ​ໄດ້​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດຈາກ​ການ​ລຸກ​ຢືນ​ຂຶ້ນ ຮັ່ງ​ມີ​ຂຶ້ນ ​ຈົນຮອດ​ເຂັ້ມ​ແຂງ​ຂຶ້ນ, ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເ​ຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນໄດ້​​ເຂົ້າ​ສູ່​ຂະ​ບວນ​ການ​ປະ​ຫວັດ​ສາດ​ທີ່​ບໍ່​ສາ​ມາດຕ່າວ​ປີ້ນ​ໄດ້.

ໃນໄລ​ຍະ 100 ປີ​ທີ່​ຜ່ານ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​​ເຕົ້າ​ໂຮມສາ​ມັກ​ຄີ ແລະ ນຳ​ພາ​ປະ​ຊາ​ຊົນ​ຈີນ​ດ້ວຍ​ຄວາມ​ອົງ​ອາດ​ກ້າ​ຫານ​ແບບ “ມີ​ຜູ້​ຄົນ​ທີ່​ຍິນ​ດີ​ເສຍ​ສະຫຼະ​ເພື່​ອ​ອຸ​ດົມ​ການ​ສູງ​ສົ່ງຫຼາຍ​ປານ​ນີ້ ຈຶ່ງ​ສາ​ມາດ​ປ່ຽນ​ແປງ​ໂລກ​ເກົ່າ​ໃຫ້​ເປັນ​ໂລກ​ໃໝ່​ອ່ຽມ”, ​ໄດ້ຂຽນ​ປະ​ຫວັດ​ສາດໜ້າ​ໃໝ່​ທີ່​ສະ​ຫງ່າ​ຜ່າ​ເຜີຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດຫຼາຍ​ພັນ​ປີ​ຂອງ​ປະ​ຊາ​ຊົນ​ຈີນ. ​ໃນ​ໄລ​ຍະ 100 ປີ​ທີ່​ຜ່ານ​ມາ, ເສັ້ນ​ທາງ​ອັນ​ຍິ່ງ​ໃຫຍ່​ທີ່ໄດ້​ບຸກ​ເບີກ​ໄວ້ ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ທີ່​ໄດ້​​ສ້າງ​ຂຶ້ນ, ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ທີ່​ຍາດ​ມາ​ໄດ້, ຈະຖືກ​ບັນ​ທຶກ​​ໄວ້​ໃນ​ປະ​ຫວັດ​ສາດ​​ແຫ່ງການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊາດ​ຈີນ ກໍ​ຄື​ປະ​ຫວັດ​ສາດ​ການ​ພັດ​ທະ​ນາ​ຂອງ​ອະ​ລິ​ຍະ​ທຳ​ມະ​ນຸດ​ຢ່າງ​ແນ່ນອນ.

ບັນ​ດາ​ສະ​ຫາຍ ແລະ​ເພື່ອນ​ມິດ!

ເມື່ອ 100 ປີ​ກ່ອນ, ​ບັນ​ດາຜູ້​ນຳ​ໜ້າ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນຂຶ້ນ​ມາ, ສ້າງ​​ຈິດໃຈ​ສ້າງ​ຕັ້ງ​ພັກ​ອັນ​ຍິ່ງ​ໃຫຍ່ ຄື: ຍຶດ​ໝັ້ນ​ໃນ​ສັດ​ຈະ​ທຳ, ຍຶດ​ໝັ້ນ​ອຸ​ດົມ​ການ, ປະ​ຕິ​ບັດ​ຕາມ​ອຸ​ດົມ​ການ​ແຕ່​ຫົວ​ທີ, ແບ​ກ​ຫາບ​ພາ​ລະ​​ກຳ, ບໍ່​ຢ້ານ​ກົວ​ຕໍ່​ການ​ເສຍ​ສະ​ຫຼະ, ຕໍ່​ສູ້​ຢ່າງ​ກ້າ​ຫານ, ຈົງ​ຮັກ​ພັກ​ດີ​ຕໍ່​ພັກ ແລະ​ບໍ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ, ນີ້​ກໍ​ແມ່ນ​ແຫຼ່ງ​​ກຳລັງ​ແຮງ​ດ້ານ​ຈິດ​ໃຈ​ຂອງ​ພັກ​ກອມ​ມູ​ນິດ​ຈີນ.

ໃນໄລ​ຍະ 100 ປີ​ທີ່​ຜ່ານ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຊີດ​ຊູ ແລະ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ສ້າງ​ຕັ້ງ​ພັກທີ່​ຍິ່ງ​ໃຫຍ່, ແລະ​ໄດ້​ສ້າງ​​ຈິດ​ໃຈ​ຂອງ​ຊາວ​ພັກ​ກອມ​ມູ​ນິດ​ຈີນ​​ຢ່າງ​ເປັນ​ລະ​ບົບໃນ​ການ​ຕໍ່​ສູ້​ຍືດ​ເຍື້ອຍາວ​ນານ, ແລະ​ໄດ້​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ທາດ​ການ​ເມືອງ​ທີ່​ພົ້ນ​ເດັ່ນ. ປະ​ຫວັດ​ສາດ​ເຄື່ອນ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈິດໃຈ​ເຫຼົ່​າ​ນີ້​ໄດ້​ສືບ​ທອດ​ໄປ​ທຸກ​ເຊັ່ນ​ຄົນ. ພວກ​ເຮົາ​ຄວນ​ສືບ​ຕໍ່​ເຊີດ​ຊູ​ມູນ​ເຊື້ອ​ທີ່​ມີ​ກຽດສະ​ຫງ່າ, ​ສືບ​ທອດນ້ຳ​ໃຈ​ປະ​ຕິ​ວັດ, ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​​ຈິດ​ໃຈ​ສ້າງ​ຕັ້ງ​ພັກ​ທີ່​ຍິ່ງ​ໃຫຍ່​ຕະຫຼອດ​ໄປ!

ບັນ​ດາ​ສະ​ຫາຍ ແລະ ເພື່ອນ​ມິດ!

ໃນ​ໄລ​ຍະ 100 ປີ​ທີ່​ຜ່ານ​ມາ, ຜົນ​ສຳ​ເລັດ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ຍາດ​ມາ​ໄດ້, ແມ່ນ​ຜົນ​ສຳ​ເລັດ​ຈາກ​ຄວາມ​ສາ​ມັກ​ຄີ ແລະ ການ​ສູ້​ຊົນ​ຂອງ​ຊາວ​ພັກ​ກອມ​ມູ​ນິດ​ຈີນ ປະ​ຊາ​ຊົນ​ຈີນ ແລະ ປະ​ຊາ​ຊາດ​ຈີນ. ຊາວ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ​ເໝົາ​ເຈີ​ຕຸ່ງ, ສະ​ຫາຍ​ເຕີ້ງ​ສ້ຽວ​ຜິງ, ສະ​ຫາຍ​ຈ່​ຽງ​ເຈີ​ໝິນ, ສະ​ຫາຍ​ຫູ​ຈິນ​ທ່າວ​ເປັນ​ຕົວ​ແທນ​ສຳ​ຄັນ​ຕົ້ນ​ຕໍ​ນັ້ນ, ໄດ້​ສ້າງ​ຄຸນ​ງາມ​ຄວາມ​ດີ​ອັນ​ຍິ່ງ​ໃຫຍ່​ເປັນ​​ຄັ້ງ​ປະ​ຫວັດ​ສາດ​ໃຫ້​​ແກ່ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ! ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຢ່າງ​ສູງ​ຕໍ່​ພວກ​ເພິ່ນ!

ເນື່ອງ​ໃນ​ໂອ​ກາດ​ນີ້, ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ອາ​ໄລ​ອາ​ວອນ​ຢ່າງ​ສຸດ​ຊຶ້ງ​ເຖິງ​ນັກ​ປະ​ຕິ​ວັດ​ລຸ້ນ​ອາ​ວຸ​ໂສ ເຊັ່ນ, ສະ​ຫາຍ​ເໝົາ​ເຈີ​ຕຸ່ງ, ສະ​ຫາຍ​ໂຈ່​​ເອີ່ນ​ໄຫຼ, ສະ​ຫາຍ​ລິວ​ຊ້າວ​ສີ, ສະ​ຫາຍ​ຈູ່​ເຕີ, ສະ​ຫາຍ​ເຕີ້ງ​ສ້ຽວ​ຜິງ, ສະ​ຫາຍ​ເສີນ​ຢຸນ ແລະ​ສະ​ຫາຍ​ອື່ນໆ​ທີ່​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ປະ​ຕິ​ວັດ ການ​ສ້າງ​ສາ​ພັດ​ທະ​ນາ ແລະ ການ​ປະ​ຕິ​ຮູບປະ​ເທດ​ຈີນ, ກໍ​ຄື​ການ​ສ້າງ​ຕັ້ງ ປັບ​ປຸງ ແລະ​ການ​ພັດ​ທະ​ນາ​​ພັກ​ກອມ​ມູ​ນິ​ດ​ຈີນ, ຂໍ​ສະ​ແດງ​ຄວາມ​ອາ​ໄລ​ອາ​ວອນ​ຢ່າງສຸດ​ຊຶ້ງ​ເຖິງ​ນັກ​ປະ​ຕິ​ວັດ​​ລຸ້ນອາ​ວຸ​ໂສທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ຢ່າງ​ກ້າ​ຫານ​ເພື່ອ​ສະ​ຖາ​ປະ​ນາ ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ສ​ປ​ຈີນ, ຂໍ​ສະ​ແດງ​ຄວາມ​ອາ​ໄລ​ອາ​ວອນ​ຢ່າງ​​ສຸດ​ຊຶ້ງ​ຕໍ່​ນັກ​ປະ​ຕິ​ວັດ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ການ​ປະ​ຕິ​ຮູບ ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ການ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ, ຂໍ​ສະ​ແດງ​ຄວາມ​ອາ​ໄລ​ອາ​ວອນ​ຢ່າງ​ສຸດ​ຊຶ້ງ​ຕໍ່ວິ​ລະ​ບຸ​ລຸດ​ທຸກໆ​ທ່ານ​ທີ່​ໄດ້​ບຸກ​ບືນ​ສູ້​ຊົນ​ຢ່າງ​ທໍ​ລະ​ຫົດ​ອົດ​ທົນ​ເພື່ອ​ຄວາມ​ເປັນ​ເອ​ກະ​ລາດ​ແຫ່ງ​ຊາດ ແລະ ການ​ປົດ​ປ່ອຍ​ປະ​ຊາ​ຊົນ​ໃນ​ສະ​ໄໝ​ໃໝ່. ຄຸນ​ງາມ​ຄວາມ​ດີ​ຂອງພວກ​ເພິ່ນ​​ເພື່ອ​ປະ​ເທດ​ຊາດ ແລະ ປະ​ຊາ​ຊາດ​ຈີນ​ນັ້ນ​ຈະ​ຖືກ​ບັນ​ທຶກ​ໄວ້​ໃນ​ປະ​ຫວັດ​ສາດ​ຕະຫຼອດ​ໄປ! ​ຈິດ​ໃຈອັນສູງ​ສົ່ງ​ຂອງ​ພວກ​ເພິ່ນ​ຈະ​ຖືກ​ຈື່​ຈຳ​ໄວ້​ໃນ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ຈີນຕະຫຼອດກາ​ລະ​ນານ!

ປະ​ຊາ​ຊົນ​ເປັນ​ຜູ້​ສ້າງ​ປະ​ຫວັດ​ສາດ, ແມ່ນ​ວິ​ລະ​ຊົນທີ່​ແທ້​ຈິງ. ຂ້າ​ພະ​ເຈົ້າ​​ຂໍຕາງ​ໜ້າ​​ໃຫ້​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ, ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ອັນ​ສູງ​ສົ່ງຕໍ່​ກຳ​ມະ​ກອນ, ຊາວ​ກະ​ສິ​ກອນແລະປັນ​ຍາ​ຊົນ​ທັງ​ຫຼາຍ​ໃນ​ທົ່ວ​ປະ​ເທດ​, ບັນ​ດາພັກ​ຝ່າຍ​ປະ​ຊາ​ທິ​ປະ​ໄຕ​, ບຸກ​ຄົນ​ທີ່ບໍ່​ສັງ​ກັດ​ພັກ​ຝ່າຍ​ໃດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຂອງ​ປະ​ຊາ​ຊົນ, ບຸກ​ຄົນ​ຮັກ​ຊາດ​ໃນ​ວົງ​ການ​ຕ່າງໆ, ຜູ້​ບັນ​ຊາ​ການ​ແລະ​ທະ​ຫານ​ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ, ນາຍ​ແລະ​ພົນ​ທະ​ຫານ​ຂອງກອງຕຳຫຼວດ​ປະ​ກອບ​ອາ​ວຸດ, ຕຳຫຼວດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຜູ້​ບັນ​ຊາ​ການ ແລະຕຳຫຼວດກອງ ດັບ​ເພີງ​ແລະ​ກູ້​ໄພ, ຜູ້​ອອກ​ແຮງ​ງານ​ສັງ​ຄົມ​ນິ​ຍົມ​ທຸກ​ຖ້ວນ​ໜ້າແລະສະ​ມາ​ຊິກ​​ຂອງ​ແນວ​ໂຮມ​ເອ​ກະ​ພາບທັງຫຼາຍ! ​ຂໍສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າ​ວ​ອັນ​ອົບ​ອຸ່ນເຖິງ​ພີ່​ນ້ອງ​ຮ່ວມ​ຊາດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ, ເຂດບໍ​ລິ​ຫານ​ພິ​ເສດ​ມາ​ກາວ ແລະ​ພີ່​ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ ພ້ອມ​ດ້ວຍ​ຊາວ​ຈີນ​ຕ່າງ​ດ້າວ​ທັງ​ຫຼາຍ! ​ຂໍສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​​ນຳປະ​ຊາ​ຊົນ​ແລະ​ເພື່ອນ​ມິດ​ບັນ​ດາ​ປະ​ເທດ​​ທີ່​ປະ​ຕິ​ບັດ​ຕໍ່​ປະ​ຊາ​ຊົນ​ຈີນ​ດ້ວຍໄມ​ຕີ​ຈິດ​ມິດຕະ​ພາບ​ທີ່​ໄດ້ເອົາ​ໃຈ​ໃສ່​ແລະ​ໃຫ້​ການສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​​ປະ​ຕິ​ວັດ, ການ​ສ້າງ​ສາ​ແລະ​ການ​ປະ​ຕິ​ຮູບ​ຂອງ​ຈີນ!

ບັນ​ດາ​ສະ​ຫາຍແລະ​ເພື່ອນ​ມິດ!

ອຸ​ດົມ​ການ​ແຕ່​ຫົວ​ທີ​ເກີດ​​ຂຶ້ນ​ອ່າວ​ງ່າຍ, ແຕ່​ການ​ຍຶດ​ໝັ້ນ​​ອຸ​ດົມ​ການ​ແຕ່​ຫົວ​ທີຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ນັ້ນ​ແມ່ນ​ເຮັດ​ໄດ້​ຍາກຫຼາຍ. ການ​ຖື​​ເອົາປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ ຈະ​ສາ​ມາດ​ຮັບ​ຮູ້​​ໄດ້​ເຖິງສາ​ເຫດ​​ຂອງ​ການ​ລົ້ມ​ສະຫຼາຍ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ​ໄດ້. ພວກ​ເຮົາ​ຕ້ອງ​​ສ່ອງ​ເບິ່ງ​ສະ​ພາບ​ຄວາມ​ເປັນຈິງ​ແລະ​ຈ້ອງເບິ່ງອະ​ນາ​ຄົດ​ຈາກປະ​ຫວັດ​ສາດ, ໃນ​ການ​ສູ້​ຊົນ​ເປັນ​ເວ​ລາ 100 ປີ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ພວກ​ເຮົາ​ຕ້ອງ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ: ເປັນ​ຫຍັງ​ພວກ​ເຮົາ​ຈິ່ງ​ສາ​ມາດ​ເຮັດ​ສຳ​ເລັດ​ໄດ້, ໃນ​ອະ​ນາ​ຄົດ​ພວກ​ເຮົາ​ຄວນ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາ​ມາດ​​ໄດ້​ຮັບ​ຜົນ​ສຳ​ເລັ​ດ​ອີກ​ຕື່ມ​ ເພື່ອ​ມີ​ຄວາມ​ໝັ້ນ​ໃຈຫຼາຍກວ່າ​ເກົ່າ, ມີ​ຄວາມ​ຕື່ນ​ຕົວ​ໃນ​ການ​ຈື່ຈຳ​ອຸ​ດົມ​ການ​ແຕ່​ຫົວ​ທີ​ແລະພາ​ລະ​ກຳຢ່າງ​ໜັກ​ແໜ້ນກວ່າ​ເກົ່າ ແລະ​ບຸກ​ເບີກ​ອະ​ນາ​ຄົດ​ທີ່​ດີ​ງາມ​ໃນ​ຂະ​ບວນ​ການ​​ອອກ​ເດີນ​ທາງ​ຄັ້ງໃໝ່.

——ການ​ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ, ບຸກ​ເບີກ​ອະ​ນາ​ຄົດ, ຕ້ອງ​ຍຶດ​ໝັ້ນ​ການ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ. ເຮັດ​ວຽກ​ຂອງ​ປະ​ເທດ​ຈີນ​ໃຫ້​ດີ, ຂໍ​ກຸນ​ແຈ​ຂຶ້ນ​ຢູ່​ກັບ​ພັກ. ປະ​ຫວັດ​ສາດຈີນ​ສະ​ໄໝ​ໃໝ່ 180 ​ກວ່າປີ​​ມາ​ນີ້, ປະ​ຫວັດ​ສາດ 100 ປີ​ທີ່​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ ແລະ​ປະ​ຫວັດ​ສາດ 70 ກວ່າ​ປີ​  ທີ່​ສະ​ຖາ​ປະ​ນາ ສ​ປ ​ຈີນ ເປັນ​ຕົ້ນ​ມາ​ລ້ວນ​ແຕ່​ໄດ້​​ພິ​ສູດ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ວ່າ: ບໍ່​ມີ​ພັກ​ກອ​ມ​ມູ​ນິດ​ຈີນ ກໍ​ບໍ່​ມີ​ປະ​ເທດ​ຈີ​ນ​ໃໝ່, ​ບໍ່​ມີ​ພັກ​ກອມ​ມູ​ນິດ​ຈີນ ​ກໍ​ບໍ່​ມີການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອ​ງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ປະ​ຫວັດ​ສາດ​ ແລະ​ປະ​ຊາ​ຊົນ​ໄດ້​ເລືອກ​ພັກ​ກອມ​ມູ​ນິດ​ຈີນແລ້ວ. ການ​ນຳ​ພາ​ຂອງ​ພັກ​ກ​ອມ​ມູ​ນິດ​ຈີນ​ແມ່ນລັກ​ສະ​ນະ​ທາດ​ແທ້​ທີ່​ສຸດ​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ແມ່ນ​ທ່າ​ແຮງ​ໃຫຍ່​ທີ່​ສຸດ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ແມ່ນ​ພື້​ນ​ຖານແລະ​ສາຍເລືອດ​ຂອງ​ພັກ​ແ​ລະ​ປະ​ເທດ​ຊາດ, ພົວ​ພັນ​ໂດຍ​ກົງ​ກັບຜົນ​ປະ​ໂຫຍດ​ ແລະ​ຊາ​ຕາ​ກຳ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ.

ໃນ​ຂະ​ບວນ​ການ​ອອກ​ເດີນ​ທາງ​ໃໝ່, ພວກ​ເຮົາ​ຕ້ອງ​ຍຶດ​ໝັ້ນ​ການ​ນຳ​ພາຂອງ​ພັກ ​ຢ່າງຮອບ​ດ້ານ​, ປັບ​ປຸງ​ບູ​ລະ​ນະ​ການ​ນຳ​ພາ​ຂອງ​ພັກ​ຢ່າງ​ບໍ່​ຢຸດ​ຢັ້ງ, ເພີ່ມ​ທະ​ວີ “4 ສະ​ຕິ” (​ສະ​ຕິ​ການ​ເມືອງ, ສະ​ຕິເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ລວມ, ສະ​ຕິ​ແກນ​ນຳ ແລະ​ສະ​ຕິ​​ເປັນ​ເອ​ກະ​ພາບ​ກັບ​ສູນ​ກາງ), ຍຶດ​ໝັ້ນ ​“4 ຄວາມ​ໝັ້ນໃຈ”​ ຕົນ​ເອງ (ມີຄວາມ​ໝັ້ນ​ໃຈ​​ຕົນ​ເອງ​ດ້ານເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ​ມີ ຄວາມ​ໝັ້ນ​ໃຈ​ຕົນ​ເອງ​ດ້ານ​ທິດ​ສະ​ດີ, ​ມີຄວາມ​ໝັ້ນ​ໃຈ​ຕົນ​ເອງ​ດ້ານ​ລະ​ບອບ ແລະ​ມີ​ຄວາມ​ໝັ້ນ​ໃຈ​ຕົນ​ເອງ​ດ້ານ​ວັດ​ທະ​ນະ​ທຳ), ປະ​ຕິ​ບັດ “2 ປົກ​ປ້ອງ” (ປົກ​ປ້ອງ​ຖາ​ນະແກນ​ກາງ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໃນ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກແລະ​ໃນ​ທົ່​ວ​ພັກ​ຢ່າງ​ເດັດ​ດ່ຽວ ແລະ​ປົກ​ປ້ອງ​ອຳ​ນາດ​ອິດ​ທິ​ພົນ​ແລະ​ການ​ນຳ​ພາ​ລວມ​ສູນ​ຢ່າງ​ເປັນ​ເອ​ກະ​ພາບ​ຂອງ​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​), ຕ້ອງ​ຈື່​ຈຳ​ຢ່າງ​ໜັກ​ແໜັ້ນ​ກ່ຽວ​ກັບ​ສິ່ງ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ຕ້ອງ​ຍົກ​ສູງລະ​ດັບການ​ປົກ​ຄອງ​ປະ​ເທດຕາມຫຼັກ​ວິ​ທະ​ຍາ​ສາດ, ປະ​ຊາ​ທິ​ປະ​ໄຕ​ ແລະ​ຕາມ​ກົດ​ໝາຍ​ຂອງ​ພັກຢ່າງ​ບໍ່​ຢຸດ​ຢັ້ງ, ເສີມ​ຂະ​ຫຍາຍ​ບົດ​ບາດ​​ແກນ​ນຳຂອງພັກ​ໃນ​ການ​ຄຸ້​ມ​ຄອງ​ສະ​ພາບ​ການ​ລວມ ແລະ​ປະ​ສານ​ງານ​ທຸກ​ຝ່າຍ!

——ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ, ບຸ​ກ​ເບີກ​ອະ​ນາ​ຄົດ, ຕ້ອງ​ສາ​ມັກ​ຄີ​ແລະ​ນຳພາປະ​ຊາ​ຊົນ​​ຈີນ​ສູ້​ຊົນ​ເພື່ອ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ຢ່າງບໍ່​ຢຸດ​ຢັ້ງ. ປະ​ເທດ​ຊາດ​ກໍ​ແມ່ນ​ປະ​ຊາ​ຊົນ, ປະ​ຊາ​ຊົນ​ກໍ​ແມ່ນ​ປະ​ເທດ​ຊາດ, ການ​ສ້າງ​ຕັ້ງປະ​ເທດ​​ຮັກ​ສາ​ປະ​ເທດ​ຊາດກໍ​ແມ່ນຮັກ​ສາ​ຄວາມ​ສັດ​ທາຂອງ​ປະ​ຊາ​ຊົນ. ຮາກ​ຖານ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຂຶ້ນ​ຢູ່​ກັບ​ປະ​ຊາ​ຊົນ, ສາຍ​ເລືອດ​ຂຶ້ນຢູ່​ກັບ​ປະ​ຊາ​ຊົນ, ກຳ​ລັງ​ກໍ​ມາ​ຈາກ​ປະ​ຊາ​ຊົນ. ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົວ​ແທນ​ໃຫ້​ແກ່​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ຈີນ​ຈຳ​ນວນຫຼວງຫຼາຍ​ທີ່​ສຸດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຮ່ວມ​ທຸກ​ຮ່ວມ​ສຸກ​ກັບ​ປະ​ຊາ​ຊົນ, ຮ່ວມ​ເປັນ​ຮ່ວມ​ຕາຍ​ກັບ​ປະ​ຊາ​ຊົນ, ບໍ່​ມີ​ຜົນ​ປະ​ໂຫຍດ​ພິ​ເສດ​ສ່ວນ​ຕົວ​ແຕ່​ຢ່າງ​ໃດ ແລະ​ບໍ່​ເຄີຍ​ເປັນ​ຕົວ​ແທນ​ໃຫ້​ແກ່​ຜົນ​ປະ​ໂຫຍດ​ຂອງ​ກຸ່ມ​ຜົນ​ປະ​ໂຫຍດ​ໃດ, ກຸ່ມ​ອິດ​ທິ​ກຳ​ລັງ​ໃດ ແລະ​ຊັ້ນ​ຄົນ​ອຳ​ນາດ​ພິ​ເສດ​ໃດ. ກົນ​ອຸ​ບາຍ​ທຸກ​ຮູບ​ແບບ​ທີ່​ຢາກ​ແບ່ງ​ແຍກ ແລະ​ເຮັດ​ໃຫ້​ພັກ​ກອມ​ມູ​ນິດ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ເປັນ​ປໍ​ລະ​ປັກ​ກັນ​ນັ້ນ ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ເດັດ​ຂາດ! ຊາວ​ພັກ​ກອມ​ມູ​ນິດ​ຈີນ 95 ລ້ານກວ່າ​ຄົນ​ຈະ​ບໍ່​ຍອມ​ຮັບ! ປະ​ຊາ​ຊົນ​ຈີນ 1,4 ຕື້​​ກວ່າຄົນ​ກໍ​ຈະບໍ່​ຍອມ​ຮັບເຊັ່ນ​ກັນ!

​   ໃນ​ຂະ​ບວນ​ການ​ອອກ​ເດີນ​ທາງ​ຄັ້ງ​ໃໝ່, ພວກ​ເຮົາ​ຕ້ອງ​​​ໃກ້​ຊິດ​ຕິດ​ແທດ ແລະ​ອາ​ໄສປະ​ຊາ​ຊົນເພື່ອ​ສ້າງ​ປະ​ຫວັດ​ສາດ, ​ຍຶດ​ໝັ້ນຈຸດ​ປະ​ສົງ​ພື້ນ​ຖານ​ທີ່​ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ສຸດ​ໃຈ, ຍຶດ​ໝັ້ນ​ໃນຫຼັກ​ໝັ້ນປະ​ຊາ​ຊົນ, ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງປະ​ຊາ​ຊົນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ເຄົາ​ລົບ​ນັບ​ຖື​ຈິດ​ໃຈ​ປະ​​ດິດສ້າງ​ໃໝ່​ຂອງ​ປະ​ຊາ​ຊົນ, ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ດ້ານ​ການ​ພັດ​ທະ​ນາ​ທີ່ຖື​ເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ. ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕ​​ປະ​ຊາ​ຊົນ​ໃນ​ຕະ​ຫລອ​ດ​ຂະ​ບວນ​ການ, ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ທຳ ແລະ​ຍຸ​ຕິ​ທຳ​​ທາງ​ສັງ​ຄົມ​, ສຸມ​ໃສ່​ແກ້​ໄຂ​ບັນ​ຫາ​ການ​ພັດ​ທະ​ນາ​ທີ່​ບໍ່​ດຸ່ນ​ດ່ຽງ​ກັນ, ບໍ່​ຮອບ​ດ້ານ  ແລະ​ບັນ​ຫາ​ທີ່​ປະ​ຊາ​ຊົນ​ມີ​ຄວາມ​ເດືອດ​ຮ້ອນ, ຫຍຸ້ງ​ຍາກ ແລະ​​ມີ​ຄວາມກັງ​ວົນ​ໃຈ, ຊຸກ​ຍູ້​ການ​ພັດ​ທະ​ນາ​​ຄົນຢ່າງ​ຮອດ​ດ້ານ ແລະ​ຊຸກ​ຍູ້​ການ​ສ້າງ​ຄວາມ​ຮັ່ງ​​ມີຮ່ວມ​ກັນ​ຂອງ​ທົ່ວ​ປວງ​ຊົນ​ໃຫ້​ມີ​ຄວາມ​ຄືບ​ໜ້າ​​ຕົວ​ຈິງ​ຢ່າງ​ເຫັນ​ໄດ້​ເດັ່ນ​ຊັດ​ກວ່າ​ເກົ່າ.

     ຖືເອົາ​ປະ​ຫວັດ​ສາດ​ເປັນ​​ແວ່ນ​ແຍງ, ​ບຸກ​ເບີກ​ອະ​ນາ​ຄົດ,​ຈຳ​ເປັນ​ຕ້ອງ​ສືບ​ຕໍ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ລັດ​ທິ​ມາກ​ໃນ​ແບບ​ຂອງ​ຈີນ. ລັດ​ທິ​ມາກ​ແມ່ນ​ແນວ​​ຄິດ​ຊີ້​ນຳ​​ພື້ນ​ຖານໃນ​ການ​ສ້າງ​ຕັ້ງ​ພັ​ກກອມ​ມູ​ນິດ​ຈີນ ແລະ​ປະ​ເທດ​ຈີນ, ແມ່ນ​ມິ່ງ​ຂວັນ​ ແລະ​ທຸງ​ນຳ​ໜ້າ​ຂອງ​ພັກ​ກອມ​ມູ​ນິດ​ຈີນ. ພັກ​ກອມ​ມູ​ນິດ​ຈີນ​​ໄດ້ຍຶດ​ໝັ້ນ​​ໃນຫລັກ​ມູນ​ພື້ນ​ຖານ​ຂອງ​ລັດ​ທິ​ມາກ, ຍຶ​ດ​ໝັ້ນ​ການ​ສະ​ແຫວງ​ຫາ​ສັດ​ຈະ​ຈາກ​ຄວາມ​ເປັນ​ຈິງ, ເດີນ​ທາງຕາມ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຈີນ, ​ສຶກ​ສາ​ທ່ວງ​ທ່າ​ຂອງ​ຍຸກ​ສະ​ໄໝ, ກຳ​​ແໜ້ນ​ຄວາມ​ເປັນ​ເຈົ້າ​ການ​​ຄັ້ງ​ປະ​ຫວັດ​ສາດ, ​ດຳ​ເນີນ​ການຄົ້ນ​ຄວ້າ​ສະ​ແຫວງ​ຫາ​ຢ່າງ​ຫຍຸ້ງ​ຍາກ​ລຳ​ບາກ, ຊຸກ​ຍູ້​ໃຫ້​ລັດ​ທິ​ມາກ​​ເປັນ​ແບບ​ຂອງຈີນ ແລະ​ຕາມ​ຍຸກ​ສະ​ໄໝ, ​ເພື່ອຊີ້​ນຳ​ນຳ​ພາ​ປະ​ຊາ​ຊົນ​ຈີນ​​ໃນ​ການຊຸກ​ຍູ້​ການ​ປະ​ຕິ​ວັດ​​ທາງສັງ​ຄົມ​ອັນ​ຍິ່ງ​ໃຫຍ່​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເປັນ​ຫຍັງພັກ​ກອມ​ມູ​ນິດ​ຈີນ​​ຈຶ່ງເຮັດ​ສຳ​ເລັດ​​ໜ້າ​ທີ່ໄດ້, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພະ​ເສດ​ຂອງ​ຈີນ​ມີ​ຫຍັງ​ດີ, ເວົ້າ​ເຖິງ​ກົກ​ເຖິງ​ຮາກ​ແລ້ວ​ກໍ​ຍ້ອນ​ວ່າ​ລັດ​ທິ​ມາກ​ແມ່ນ​ທິດ​ສະ​ດີ​ຊີ້​ນຳ​ທີ່​ດີ.     

ໃນ​ຂະ​ບວນ​ການ​ອອກ​ເດີນ​ທາງ​ຄັ້ງ​ໃໝ່, ພວກ​ເຮົາ​ຕ້ອງ​ຍຶດ​ໝັ້ນ​ລັດ​ທິ​ມາກ-ເລ​ນິນ, ແນວ​ຄິດ​​ເໝົາເຈີ​ຕຸ່ງ, ທິດ​ສະ​ດີ​ເຕີ້ງ​ສຽວ​​ຜີງ, ແນວຄິ​ດ​ສຳ​ຄັນ “3 ​ຕົວ​ແທນ” , ​ທັດ​ສະ​ນະພັດ​ທະ​ນາ​​ຕາມຫລັກ​ວິ​ທະ​ຍາ​ສາດ, ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຢ່າງ​ຮອບ​ດ້ານ, ຍຶດ​ໝັ້ນ​ການ​ຖື​ເອົາ​ຫລັກ​ມູນ​ພື້ນ​ຖານ​ຂອງ​ລັດ​ທິ​ມາກ​​ປະ​ສານ​ສົມ​ທົບ​​ກັບ​ສະ​ພາບຄວາມ​ເປັນ​ຈິງ​​ຂອງ​ຈີນ ແລະ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊົນ​ຊາດ​ຈີນ, ນຳ​ເອົາ​ລັດ​ທິ​ມາກ​​ມາ​ສັງ​ເກດ​ຍຸກ​ສະ​ໄໝ ກຳ​ແໜ້ນ​ຍຸກ​ສະ​ໄໝ ແລະນຳ​ພາ​ຍຸ​ກ​ສະ​ໄໝ, ສືບ​ຕໍ່​ພັດ​ທະ​ນາ​ລັດ​ທິ​ມາກ​​ໃນແບບ​ຈີນ​ໃນ​ຍຸກ​ສະ​ໄໝ​ປັດ​ຈຸ​ບັນ ແລະ​ລັດ​ທິ​ມາກ​ໃນ​ສະ​ຕະ​ວັດ​ທີ 21.

ຖືເອົາ​ປະ​ຫວັດ​ສາດ​ເປັນ​​ແວ່ນ​ແຍງ, ​ບຸກ​ເບີກ​ອະ​ນາ​ຄົດ​,​ຈຳ​ເປັນ​ຕ້ອງ​ຍຶ​ດ​ໝັ້ນ ແລະ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ການເດີນຕາມ​ເສັ້ນ​ທາງ​ຂອງ​ຕົນ​​ເປັນ​ຈຸດ​ພື້ນ​ຖານທາງ​ດ້ານ​ທິດ​ສະ​ດີ ແລະ​ພຶດ​ຕິ​ກຳ​ທັງ​ໝົດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ​ທັງ​ແມ່ນ​ຂໍ້​ສະ​ຫລຸບ​​ຂອງ​ປະ​ຫວັດ​ສາດ​ທີ່​ພັກ​ກອມ​ມູ​ນິດ​ຈີນໄດ້​ຮັບ​ຈາກ​ການ​ນຳ​ພາ​ສູ້​ຊົນ​ເປັນ​​ເວ​ລາຮ້ອຍ​ປີ. ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ແມ່ນ​ຜົນ​ສຳ​ເລັດ​​ພື້ນ​ຖານ​ຂອງ​ພັກ ແລະ​ປະ​ຊາ​ຊົນ​ຈີນ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ນາໆ​ປະ​ການ ແລະ​ເສຍ​ສະ​ຫລະ​ຢ່າງ​ຫລວງ​ຫລາຍ, ເປັນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອ​ງ​ຄືນ​ໃໝ່​ຂອງ​ປະ​ຊາ​ຊາດ​ຈີນ. ພວກ​ເຮົາ​ຍຶ​ດ​ໝັ້ນ ແລະ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ​ໄດ້ຊຸກ​ຍູ້​​ຄວາມ​ສີ​ວິ​ໄລ​ດ້າ​ນ​ວັດ​ຖຸ, ​ຄວາມສີ​ວິ​ໄລ​ດ້ານ​ການ​ເມືອງ, ​ຄວາມສີ​ວິ​ໄລ​ດ້ານ​ຈິດ​ໃຈ, ຄວາມສີ​ວິ​ໄລ​​ທາງ​ສັງ​ຄົມ ແລະ​​ຄວາມສີ​ວິ​ໄລ​ດ້ານ​ຊີ​ວະ​ພາບ​ໃຫ້​ພັດ​ທະ​ນາ​ແບບປະ​ສານ​ສົມ​ທົບ​ກັນ, ໄດ້​ສ້າງ​ເສັ້ນ​ທາງ​​ທັນ​ສະ​ໄໝ​ອັນ​ໃໝ່​ທີ່​ມີ​ສີ​ສັນ​ຂອງ​ຈີນ, ທັງ​ໄດ້​ສ້າງ​ຮູບ​ແບບ​ໃໝ່​ຂອງຄວາມ​ສີ​ວິ​ໄລ​​ຂອງມະ​ນຸດ.

ໃນ​ຂະ​ບວນ​ການ​ອອກ​ເດີນ​ທາງ​ຄັ້ງ​ໃໝ່, ພວກ​ເຮົາ​ຕ້ອງ​ຍຶດ​ໝັ້ນ​ທິດ​ສະ​ດີ​ພື້ນ​ຖານ  ແນວ​ທາງ​ພື້ນ​ຖານ ແລະຍຸດ​ທະ​ສາດ​ພື້ນ​ຖານ​ຂອງ​ພັກ, ຊຸ້​ກ​ຍູ້ແຜນ​ຍຸດ​ທ​ະ​ສາດ​ລວມ “​ການ​ພັດ​ທະ​ນາ​ພາ​ລະ​ກິດ 5 ດ້ານ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ”, ຊຸ້ກ​ຍູ້ແຜນຍຸດ​ທະ​ສາດ “4ຮອບ​ດ້ານ”​​ໃຫ້​ສາ​ມາດ​ປະ​ສານ​ສົມ​ທົບ​ກັນ, ​ລົງ​ເລິກການ​ປະ​ຕິ​ຮູບ ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ, ເລີ່ມ​ຕົ້ນ​ຈາກ​ໄລ​ຍະ​ພັດ​ທະ​ນາ​ອັນ​ໃໝ່, ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄວາມ​ຄິດ​ດ້ານ​ການ​ພັດ​ທະ​ນາ​ອັນ​ໃໝ່​ຢ່າງ​ຄົບ​ຖ້ວນ ຖືກ​ຕ້ອງ ແລະ​ຮອບ​ດ້ານ, ສ້າງ​ໂຄງ​ປະ​ກອບ​ກ​ານ​ພັດ​ທະ​ນາ​ອັນໃໝ່, ຊຸ​ກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ສົ່ງ​ເສີມ​ຄວາມ​ເປັນ​ເຈົ້າ​ຕົນ​ເອງ ແລະ​ຄວາມ​ເຂັ້ມ​ແຂງດ້ວຍ​ຕົນ​ເອງ​ດ້ານວິ​ທະ​ຍາ​ສາດ-​ເຕັກ​ໂນ​ໂລ​ຊີ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ, ຍຶດ​ໝັ້ນການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ, ຍຶດ​ໝັ້ນ​​ລະ​ບົບຄ່າ​ນິ​ຍົມ​​ຕົ້ນ​ຕໍ​ສັງ​ຄົມ​ນິ​ຍົມ, ຍຶດ​ໝັ້ນ​ການ​ຮັບ​ປະ​ກັນ ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ, ຍຶດ​ໝັ້ນ​​ການ​ເຮັດໃຫ້​ມະ​ນຸດ ແລະ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ຮັ່ງ​ຂຶ້ນ, ປະ​ເທດ​ເຂັ້ມ​ແຂງ, ​ດິນ​ແດນສວຍ​ງາມ.

ຊົນ​ຊາດ​ຈີນ​ມີ​ອະ​ລິ​ຍ​ະ​ທຳ​ຫລາກ​ຫລາຍ​ສີ​ສັນ​ທີ່​ສ້າງຂຶ້ນ​ໃນ​​ຂະ​ບວນວິ​ວັດ​​ຂອງ​ປະ​ຫວັດ​ສາດ​ເປັນ​ເວ​ລາ 5 ພັນກວ່າ​ປີ, ພັກ​ກອມ​ມູ​ນິດ​ຈີນ​ມີ​ພຶ​ດ​ຕິ​ກຳ​ສູ້​ຊົນ​ເປັນ​ເວ​ລາຮ້ອຍ​ປີ ແລະ​ມີ​ປະ​ສົບ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ​ພັດ​ທະ​ນາ​ປະ​ເທດ​ເປັນ​ເວ​ລາ 70 ກວ່າ​ປີ, ພວກ​ເຮົາ​ໄດ້​ຕັ້ງ​ໜ້າ​ຮ່ຳ​ຮຽນ ແລະ ຖອ​ດ​ຖອນ​ບົດ​ຮຽນ​ທີ່​ເປັນ​ປະ​ໂຫຍດ​ທີ່​ດີ​ທຸກ​ຢ່າງ​​ດ້ານ​ອະ​ລິ​ຍະ​ທຳ​ຂອງ​ມະ​ນຸດ, ຍິນ​ດີ​​ຮັບ​ຟັງຂໍ້​ສະ​ເໜີ​ທີ່​ມີ​ຜົນ​ດີ ແລະ ຄຳ​ຕຳ​ໜິ​ຕິ​ຊົມ​ທີ່​ມີ​ເຈດ​ຕະ​ນາ​ດີ​ທຸກ​ຢ່າງ, ແຕ່​ຈະ​ບໍ່​ຍອມ​ໃຫ້​ໃຜ​ມາ​ເປັນ​ປະ​ລະ​ມາ​ຈານ​ຊີ້​ໄມ້​ຊີ້​ມື​ແບບ​ບັງ​ຄັບ​ຢ່າງ​ເດັດ​ຂາດ. ພັກ​ກອມ​ມູ​ນິດ​ຈີນ ແລະ​ປະ​ຊາ​ຊົນ​ຈີນ​ຈະ​ກ້າວ​ເດີນ​ຕໍ່​ໄປ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ​ຕາມ​ເສັ້ນ​ທາງ​ທີ່​ຕົນ​ເອງ​ເລືອກ​ເຟັ້ນ, ກຳ​ແໜ້ນ​ຊາ​ຕາ​ກຳ​ແຫ່ງ​ການ​ພັດ​ທະ​ນາ ແລະ ​ຄວາມກ້າວ​ໜ້າ​ຂອງ​ປະ​ເທດ​ຈີນ​ໄວ້​ໃນ​ກຳ​ມື​ຂອງ​ຕົນ.

ຖືເອົາ​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ, ​ບຸກ​ເບີກ​ອະ​ນາ​ຄົດ, ຈຳ​ເປັນ​ຕ້ອງ​ເລັ່ງ​ລັດ​ການ​ພັດ​ທະ​ນາ​ວຽກ​ງານ​ການ​ປ້ອງ​ກັນ​ປະ​ເທດ ແລະ​​ການ​ສ້າງກອງ​ທັບ​ໃຫ້​ທັນ​ສະ​ໄໝ. ​ຖ້າ​ຢາກສ້າງ​ປະ​ເທດ​ທີ່​ເຂັ້ມ​ແຂງ​ຕ້ອງ​ສ້າງກອງ​ທັບ​ທີ່​ເຂັ້ມ​ແຂງ, ກອງ​ທັບ​ມີ​ຄວາມ​ເຂັ້​ມ​ແຂງ, ປະ​ເທດ​ຈຶ່ງ​ມີ​ຄວາມ​ໝັ້ນ​ຄົງ. ​ການທີ່ຍຶດໝັ້ນ​ການ​ຖື​ເອົາພັກ​ເປັນ​ຜູ້​ຊີ້​ນຳ​ນຳ​ພາ​ກອງ​ທັບ ແລະສ້າງ​​ກອງ​ທັບ​ປະ​ຊາ​ຊົນ​ຂອງ​ຕົນນັ້ນ, ​ເປັນ​ສັດ​ຈະ​ທຳ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ຍາດ​ມາ​ໄດ້​ທ່າມ​ກາງ​ການ​ເສຍ​ສະ​ຫລະເລືອດ​ເນື້ອ ແລະ​ໝື້​ປືນ. ກອງ​ທັບ​ປະ​ຊາ​ຊົນໄດ້​ສ້າງ​ຄຸນ​ງາມ​ຄວາມ​ດີອັນ​ສະ​ຫງ່າ​ລາ​ສີ​ເພື່ອ​ພັກ​ແລະ​ປະ​ຊາ​ຊົນ, ແມ່ນ​ເສົາ​ຄ້ຳ​ທີ່​ເຂັ້ມ​ແຂງໃນ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ປະ​ຕິ​ວັດ​ສີ​ແດງ ແລະກຽດ​ສັກ​ສີ​ຂອງ​ຊົນ​ຊາດ​ຈີນ​ ທັງເປັນ​ກຳ​ລັງ​ເຂັ້ມ​ແຂງໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

ໃນ​ຂະ​ບວນ​ການ​​ອອກ​ເດີນ​ທາງ​ຄັ້ງ​ໃໝ່, ພວກ​ເຮົາ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ ​ຄິດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ໃນ​ຍຸກ​ສະ​ໄໝ​ໃໝ່, ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ​ຍຸດ​ທະ​ສາດການ​ທະ​ຫານ​ໃນຍຸກ​ສະ​ໄໝ​ໃໝ່, ຍຶດ​ໝັ້ນ​​ການ​ນຳ​ພາຂອງ​ພັກ​ກອມ​ມູ​ນິດ​ຈີນ​ແບບ​ເດັດ​ຖານ​ທີ່​ມີ​ຕໍ່​ກອງ​ທັບ​ປະ​ຊາ​ຊົນ​, ຍຶດ​ໝັ້ນ​ເດີນ​​ຕາມ​ເສັ້ນ​ທາງ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ການ​ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ, ຊຸກ​ຍູ້​ການ​ສ້າງ​​ກອງ​ທັບດ້ວຍ​ການ​ເມືອງ, ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ຜ່ານ​ການ​ປະ​ຕິ​ຮູບ,  ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ຜ່ານວິ​ທະ​ຍາ​ສາດ​-ເຕັກ​ໂນ​ໂລ​ຊີ, ສ້າງກອງ​ທັບ​ໃຫ້​ເຂັ້ມ​ແຂງ​ດ້ວ​ຍ​ບຸກ​ຄະ​ລາ​ກອນ ແລະບໍ​ລິ​ຫານກອງ​ທັບ​ຕາມ​ກົດ​ໝາຍ​ຢ່າງ​ຮອ​ບ​ດ້ານ,  ສ້າງກອງ​ທັບ​ປະ​ຊາ​ຊົນ​ໃຫ້​ເປັນ​ກອງ​ທັບ​ສຸດຍອດ​ຂອງ​ໂລກ, ປົກ​ປ້ອງອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ດ້ວຍ​ຄວາມ​ສາ​ມາດ​ທີ່​​ເຂັ້ມ​ແຂງກວ່າ​ເກົ່າ ແລະ​ດ້ວຍ​ວິ​ທີ​ທີ່​ມີປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ.

​​​  ຖື​ປະ​ຫວັດ​ສາດ​ເປັນ​ແວ່ນແຍງ,​ບຸກ​ເບີກອະ​ນາ​ຄົດ,ຕ້ອງ​ຊຸກ​ຍູ້​ການ​ສ້າປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ຢ່າງ​ບໍ່​ຢຸດຢັ້ງ. ສັນ​ຕິ​ພາບ,​ກ​ານຢູ່​​ຮ່ວມ​ກັນ​ໂດຍ​ສັນ​ຕິ ແລະຄວາມ​ປອງດອງ​ກັນ ແມ່ນ​ແນວ​ຄວາມ​ຄິດ​ທີ່​ຊົນ​ຊາດ​ຈີນ​ສະ​ແຫວງ​ຫາ​ແລະ​ສືບ​ທອດ​ກັນ​ມາ​ຕະ​ຫຼອດ​ໄລ​ຍະ​ເວ​ລາ 5 ພັນ​ກວ່າ​ປີ​ຜ່ານ​ມາ,ໃນ​ສາຍ​ເລືອດ​ຂອງ​ຊົນ​ຊາດ​ຈີນ​ບໍ່​ມີ​​ແຊນ​ທີ່​ຮຸກ​ຮານ​ຄົນ​ອື່ນ​ ແລະ​ຢາກ​ເປັນ​ເຈົ້າ​ອຳ​ນາດ​​ຂອງໂລກ.ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເອົາ​ໃຈ​ໃສ່​ອະ​ນາ​ຄົດ ​ແລະ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ,ຮ່ວມ​ກັບ​ກຳ​ລັງ​ທຸກ​ຝ່າຍທີ່​ກ້າວ​ໜ້າເກາະ​ແຂນ​ກັນ​ກ້າວ​ເດີນ​ໄປ​ໜ້າ, ຈີນ​ເປັນ​ຜູ້​​ສ້າງ​ສັນ​ຕິ​ພາບ​ໂລກ ຜູ້​ປະ​ກອບ​ສ່ວນພັດ​ທະ​ນາ​ໂລກ ແລະ ຜູ້ປົກ​ປ້ອງລະ​ບຽບສາ​ກົນຢ່າງ​ສະ​ເໝີ​ຕົ້ນ​ສະ​​ເໝີ​ປາຍ.

  ໃນ​ຂະ​ບວນ​ການ​ອອກ​ເດີນ​ທາງ​ຄັ້ງ​ໃໝ່​,ພວກ​ເຮົາ​ຕ້ອງ​​ຊູ​ຄັນ​ທຸງ​ສັນ​ຕິ​ພາບ ການ​ພັດ​ທະ​ນາ ການ​ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ,ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດທີ່​ສັນ​ຕິ​ພາບ ​ເອ​ກະ​ລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ,ຍຶດ​ໝັ້ນການ​ເດີນ​ຕາມ​ເສັ້ນ​ທາງ​​ ພັດ​ທະ​ນາ​ໂດຍ​ສັນ​​ຕິ,ຊຸກ​ຍູ້​ການສ້າງສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່,ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ,ຊຸກ​ຍູ້​​ການ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຮ່ວມ​ກັນ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ, ​ສະ​ໜອງ​ໂອ​ກາດ​ໃໝ່​ໃຫ້​​ກັບ​ໂລກ​ດ້ວຍ​ການ​ພັດ​ທະ​ນາ​ໃໝ່​ຂອງ​ຈີນ. ພັກ​ກອມ​ມູ​ນິດ​ຈີນ​ຈະ​ສືບ​ຕໍ່​ຮ່ວມ​ກັບ​ປະ​ເທດ​ແລະ​ປະ​ຊາ​ຊົນ​ຜູ້​ທີ່​​ຮັກ​ຫອມ​ສັນ​ຕິ​ພາບ,ເສີມ​ຂະ​ຫຍາຍຄ່ານິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ​ ຄື:​ສັນ​ຕິ​ພາບ ການ​ພັດ​ທະ​ນາ ທ່ຽງ​ທຳ ​ເປັນ​ທຳ ປະ​ຊາ​ທິ​ປະ​ໄຕ ແລະ​ເສ​ລີ​ພາບ, ຈະ​ຍຶດ​ໝັ້ນ​ການ​ຮ່ວມ​ມືກັນ ​ບໍ່​ເປັນ​ປໍ​ລະ​ປັກ​ກັນ, ຈະຍຶດ​ໝັ້ນການເປີດ​ປູ​ຕູ​ສູ່​ພາຍນອກ ບໍ່​​ປິດ​ປະ​ຕູ, ​ຈະຍຶດ​ໝັ້ນ​​ໃນ​ຫຼັກ​ການຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ບໍ່ດຳ​ເນີນ​ການ​ແຂ່ງ​ຂັນ​ແບບ​​ເຈົ້າ​ໄດ້​ຂ້ອຍ​ເສຍ, ຄັດ​ຄ້ານ​ລັດ​ທິ​ເຈົ້າ​ອຳ​ນາດ ແລະ ການ​ເມືອງ​ມະ​ຫາ​ອຳ​ນາດ,ຊຸກ​ຍູ້​ຂະ​ບວນ​ປະ​ຫວັດ​ສາດ​ໃຫ້​ກ້າວ​ໄປ​ໜ້າ​ສູ່​ເປົ້າ​ໝາຍ​​ທີ່​ສະ​ຫວ່າງ​ສະ​ໄຫວ.

  ປະ​ຊາ​ຊົນ​ຈີນ​ແມ່ນ​ປະ​ຊາ​ຊົນ​ທີ່​ມັກ​ຄວາມ​ເປັນ​ທຳ​ແລະ​ບໍ່​ຢ້ານ​ກົວ​ຄວາມ​ຮຸນ​ແຮງ,ຊົນ​ຊາດ​ຈີນ​ແມ່ນ​ຊົນ​ຊາດ​ທີ່​ມີ​ຄວາມ​ພາກ​ພູມ​ໃຈ​ຕໍ່​ຊົນ​ຊາດ​ຕົນແລະ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຕົນ​ເອງ​ທີ່​ເຂັ້ມ​ແຂງ​​. ​ແຕ່​ໃດໆມາ ປະ​ຊາ​ຊົນ​ຈີນກໍ​ບໍ່​ເຄີຍ​ຂົ່ມ​ເຫັງ ບີບ​ບັງ​ຄັບ​ ຫຼື ​​ກົດ​ຂີ່ຂູດ​ຮີດປະ​ຊາ​ຊົນ​ປະ​ເທດ​ອື່ນ​ໃຫ້​ເປັນ​ຂ້ອຍ​ຂ້າ,ຈັ່ງ​ຊັ້ນ,ໃນ​ອະ​ດີດ​ບໍ່​ເຄີຍ​ເຮັດ,ປັດ​ຈຸ​ບັນ​​ກໍ່​ບໍ່​ໄດ້​ເຮັດ​ ​ແລະອະ​ນາ​ຄົດ​ກໍ່​ຈະ​ບໍ່​ເຮັດ​ແບບນັ້ນ​ເດັດ​ຂາດ. ໃນ​ເວ​ລາ​ດຽວ​ກັນ,ປະ​ຊາ​ຊົນ​ຈີນກໍ່​ມີ​ຄວາມ​ຕັດ​ສິນ​ໃຈ​ຂັ້ນ​​ເດັດ​ຂາດ​ທີ່​ບໍ່​ອະ​ນຸ​ຍາດ​ໃຫ້​ອິດ​ທິ​ກຳ​ລັງ​ພາຍນອກ​ໃດໆ​ເຂົ້າ​ມາຂົ່ມ​ເຫັງ ບີບ​ບັງ​ຄັບ​ຫຼືກົດ​ຂີ່ຂູດ​ຮີດ​ພວກ​ເຮົາ​​ໃຫ້ເປັນ​ຂ້ອຍ​ຂ້າ,ຜູ້​ໃດ​​ຄິດ​ເຮັດ​ແນວນີ້, ຍ່ອມ​ຈະ​ໄດ້​ຮັບ​ຜົນ​ຮ້າຍ​ຈົນ​ເລືອດນອງ​ຍ້ອນ​ຈິດ​ໃຈ​ຕໍ່​ສູ້​ແບບ​ກ້າ​ເສຍ​ສະ​ຫຼະ​ເລືອດ​ເນື້ອຂອງ​ປະ​ຊາ​ຊົນ​ຈີນ1,4 ຕື້ກວ່າ​ຄົນ.

  ຖື​ປະ​ຫວັດ​ສາດ​ເປັນ​ແວ່ນແຍງ,​ບຸກ​ເບີກອະ​ນາ​ຄົດ,ຕ້ອງ​ດຳ​ເນີນ​ການຕໍ່​ສູ້​​ທີ່​ຍິ່ງ​ໃຫຍ່​ທີ່​ມີ​​ຈຸດ​ພິ​ເສດ​ໃໝ່​ດ້ານ​ປະ​ຫວັດ​ສາດ​ຫຼາຍ​ຢ່າງ. ການ​ກ້າ​ຕໍ່​ສູ້​ ກ້າ​ເອົາ​ໄຊ​ຊະ​ນະ ແມ່ນ​ກຳ​ລັງ​ຈິດ​ໃຈ​ທີ່​ເຂັ້ມ​ແຂງຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່ບໍ່​ມີ​ຝ່າຍ​ໃດ​ສາ​ມາດ​ເອົາ​ຊະ​ນະໄດ້​. ​ຢາກບັນ​ລຸ​ຄວາມ​ໄຝ່ຝັນ​ອັນ​ຍິ່ງ​ໃຫຍ່​ໃຫ້​ປາ​ກົດ​ເປັນ​​ຈິງ ກໍ່​ຕ້ອງ​ບຸກ​ບືນ​ສູ້​ຊົນ​ຢ່າງ​ອົງ​ອາດ​ກ້າ​ຫານ​ແລະ​ບໍ່​ລົດ​ລະ. ປັດ​ຈຸ​ບັນ,ພວກ​ເຮົາ​​ພວມ​ຫຍັບ​ເຂົ້າ​ໃກ້ ທັງ​​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາ​ມາດ​ຫຼາຍກວ່າ​ເກົ່າ​ເມື່ອ​ປຽບ​ທຽບກັບ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ຜ່ານ​ມາ​ ທີ່​ຈະ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ການ​ເຮັດ​ສຳ​ເລັດ​ໜ້າ​ທີ່​ໃນ​ການຟື້ນ​ຟູ​ຄວາມ​ຈ​ະ​ເລີນ​ຮຸ່ງ​ເຮືອງອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ,ພ້ອມ​ດຽວ​ກັນນີ້​​ກໍ່​ຕ້ອງ​ກະ​ກຽມ​ໃຫ້​ດີ​ດ້ວຍ​ການ​ສຸມ​ຄວາມ​ພະ​ຍາ​ຍາມ​ທີ່​ຫຍຸ້ງ​ຍາກ​ລຳ​ບາກກວ່າ​ເກົ່າ.

  ໃນ​ຂະ​ບວນ​ການ​ອອກ​ເດີນ​ທາງ​ຄັ້ງ​ໃໝ່​,ພວກ​ເຮົາ​ຕ້ອງ​​ເພີ່ມ​ທະ​ວີ​ສະ​ຕິ​ລະ​ວັງ​ຕົວ,ຍາມ​ສະ​ໜຸ​ກ​ກໍ​ຕ້ອງ​ຄຳ​ນຶງ​ເຖິງ​ໄພ,ຈັດ​ຕັ້ງ​ປະ​ຕິ​ບັດ​ທັດ​ສະ​ນະ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໂດຍ​ລວມ,ວາງ​ແຜນ​ຢ່າງເອ​ກະ​ພາບ​ກັນ​ໃນ​ດ້ານ​ການ​ພັດ​ທະ​ນາ​ແລະ​ດ້ານ​ຄວາມ​ໝັ້ນ​ຄົງ,ວາງ​ແຜນ​ຍຸ​ດ​ທະ​ສາດ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ​ເພື່ອ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ໂລກ​ທີ່​ບໍ່​ເຄີຍ​ມີ​ໃນ​ຮອບ​ຮ້ອຍ​ປີ​​ຜ່ານ​ມາ, ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ຕໍ່ຈຸດ​ພິ​ເສດ​ໃໝ່​ແລະ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​​ທີ່​ເກີດ​ຂຶ້ນ​ຈາກ​ການ​ປ່ຽນ​ແປງ​ຂອງ​ຄວາມ​ຂັດ​ແຍ້ງ​​ຕົ້ນ​ຕໍທີ່​ມີ​ຢູ່​ໃນສັງ​ຄົມ​ຈີນ​,ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ຕໍ່​ຄວາມ​ຂັດ​ແຍ້ງ​ແລະ​ສິ່ງທ້​າ​ທາຍ​ໃໝ່​​ທ່າມ​ກາງ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ທີ່​ສະ​ຫຼັບ​ສັບ​ຊ້ອນ,ກ້າຕໍ່​ສູ້,ຮູ້​ວິ​ທີ​ຕໍ່​ສູ້​,ພົບ​ພູ​ກໍ່ເຮັດ​ເສັ້ນ​ທາງຂ້າມ​ຜ່ານ,ພົບ​ນ້ຳ​ກໍ່​ສ້າງ​ຂົວ,ກ້າ​ເອົາ​ຊະ​ນະ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ​ທຸກ​ຢ່າງ!

  ຖືເອົາ​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ,​ບຸກ​ເບີກ​ອະ​ນາ​ຄົດ,ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ຂອງ​ຊົນ​ຊາດ​ຈີນ. ໃນ​ຂະ​ບວນ​ການ​ສູ້​ຊົນ100ປີ,ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຖືເອົາ​ແນວ​ໂຮມ​ເອ​ກະ​ພາບໄວ້​ໃນ​ຖາ​ນະ​ສຳ​ຄັນ​ຕະ​ຫຼອດ​ມາ,ໄດ້​ປັບ​ປຸງ​ແລະ​ພັດ​ທະ​ນາ​ແນວ​​ໂຮມ​ເອ​ກະ​ພາບທີ່ກວ້າງ​ຂວາງກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັັ້ງ,​ເຕົ້າ​ໂຮມ​ຄວາມສາ​ມັກ​ຄີ​ຂອງ​ກຳ​ລັງ​ທຸກ​ຝ່າຍ, ເອົາ​ໃຈ​​ໃສ່​ປຸກລະ​ດົມ​ປັດ​ໄຈ​​ທຸກ​ຢ່າງ​ທີ່​ລະ​ດົມ​ໄດ້, ​ເຕົ້າ​ໂຮມ​ກຳ​ລັງເພື່ອ​ບຸກ​ບືນ​ສູ້​ຊົນ​ຮ່ວມ​ກັນ​ໃຫ້​ຫຼາຍ​ທີ່​ສຸດ. ແນວ​​ໂຮມ​ເອ​ກະ​ພາບ​ຮັກ​ຊາດ ແມ່ນ​ເຄັດ​ລັບທີ່​ສຳ​ຄັນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ລູກ​ຫຼານ​ປະ​ຊາ​ຊາດ​ຈີນ​ພາຍ​ໃນ​ແລະຢູ່​ໃນ​ໂລກ​ເພື່ອ​ບັນ​ລຸ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ.

  ໃນ​ຂະ​ບວນ​ການ​ອອກ​ເດີນ​ທາງ​ຄັ້ງ​ໃໝ່​,ພວກ​ເຮົາ​ຕ້ອງຍຶດ​ໝັ້ນ​ຄວາມສາ​ມັກ​ຄີ​ຂະ​ໜາດ​ໃຫຍ່ແລະ​ການປະ​ສານ​ກັນຂ​ະ​ໜາດ​ໃຫຍ່,ຍຶດ​ໝັ້ນການ​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ແລະ​ຄວາມ​ມີ​​ຫຼາກຫຼາຍ,ເພີ່ມ​ທະ​ວີ​ການ​​ນຳ​ພາ​ທາງ​ດ້ານ​ການ​ເມືອງແນວ​ຄິດ,ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ,ເຕົ້າ​ໂຮມ​ຜູ້​ມີ​ຄວາມ​ຮູ້​ຄວາ​ມ​ສາ​ມາດ​ທົ່ວ​ໂລກ,ພະ​ຍາ​ຍາມ​ສະ​ແຫວງ​ຫາການ​ສ້າງ​ສະ​ພາບ​ການ​ທີ່​ປະ​ຊາ​ຊົນ​ຈີນ​ໃນ​ທົ່ວ​ໂລກ​ຄຶດ​ໃນ​ເລື່ອງ​ດຽວ​ກັນ​ແລະ​ອອກ​ແຮງ​ສູ່​ທິດ​ດຽວ​ໃຫ້​ປາ​ກົດ​ເປັນ​ຮູບ​ເປັນ​ຮ່າງ​ຂື້ນ​ມາ,ເຕົ້າ​ໂຮມ​ກຳ​ລັງ​ອັນ​ໃຫຍ່​ຫຼວງ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ.

  ຖື​ປະ​ຫວັດ​ສາດ​ເປັນ​ແວ່ນແຍງ,​ບຸກ​ເບີກ​ອະ​ນາ​ຄົດ,ຕ້ອງ​ຊຸກ​ຍູ້​​ໂຄງ​ການ​ໃໝ່​ອັນ​ຍິ່ງ​ໃຫຍ່​ໃນ​ການ​ກໍ່​ສ້າງ​​ພັກຢ່າງ​ບໍ່​ຢຸດຢັ້ງ. ​ການກ້າ​ປະ​ຕິ​ວັດ​​ຕົນ​ເອງ ເປັນ​ຂີດ​ໝາຍ​ອັນ​ພົ້ນ​ເດັ່ນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຕ່າງ​ກັນ​ກັບ​ພັກ​ການ​ເມືອງ​ອື່ນໆ. ພັກ​ກອມ​ມູ​ນິດຈີນ​ພວກ​ເຮົາ​ໄດ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາ​ກ​ຕ່າງໆ​ນາໆ​ກໍ່​ຍັງ​ມີ​​ຊີ​ວິດ​ຊີ​ວາ,ເຫດ​ຜົນ​ທີ່​ສຳ​ຄັນທີ່​ສຸດ​ກໍ່​ແມ່ນ​ພວກ​ເຮົາ​ໄດ້​ຍຶດ​ໝັ້ນໃນ​ຫຼັກ​ການ​ໃຫ້​ພັກ​ຄຸ້ມ​ຄອງ​ພັກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ປົກ​ຄອງ​ຄຸ້ມ​ຄອງ​ພັກ​ຢ່າງ​ເຄັ່ງ​ຄັດ​ຮອບ​ດ້ານ,ຮັບ​ມື​ກັບ​ຄວາມ​ສ່ຽງ​ແລະ​ການ​ທົດສອບ​​ທີ່​ຕົນ​ເອງ​ໄດ້​ຜະ​ເຊີນ​ໜ້າ​ໃນ​ໄລ​ຍະ​ປະ​ຫວັດ​ສາດຕ່າງໆ​ຢ່າງ​ບໍ່​ຢຸດຢັ້ງ,ຮັບ​ປະ​ກັນ​​ໃຫ້ພັກ​ເຮົາ​ສາ​ມາດ​ເດີນ​ໄປ​ໜ້າ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ຂະ​ບວນ​ປະ​ຫວັດ​ສາດ​ທີ່​ສະ​ພາບການ​ຂອງ​ໂລກ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ,ໃນ​ການ​ຮັບ​ມື​ກັບ​ຄວາມ​ສ່ຽງ​ແລະ​​ສິ່ງທ້າ​ທາຍ​ຕ່າງໆ​ນາໆ​ທີ່​ມີ​ຢູ່​ພາຍ​ໃນ​​ປະ​ເທດແລະ​ຕ່າງ​ປະ​ເທດ ຕ້ອງ​ໃຫ້​ພັກ​ເຮົາ​ເປັນ​ແກນ​ກາງ​ໃນ​ການ​ນຳ​ພາປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ!​

      ໃນ​ຂະ​ບວນ​ການ​ອອກ​ເດີນ​ທາງ​ຄັ້ງ​ໃໝ່, ພວກ​ເຮົາ​ຕ້ອງ​ຈົດ​ຈຳ​ເຫດ​ຜົນ​ວ່າໃນ “ການ​ຕີ​ເຫຼັກ ຄ້ອນ​ຕີ​ຕົນ​ຕ້ອງ​ແຂງ​” ຕ້ອງ​ເພິ່ມ​ທະ​ວີ​ຄວາມ​ຕື່ນ​ຕົວ​ທາງ​ການ​ເມືອງ​ທີ່​ວ່າ: ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຄັ່ງ​ຄັດ​ຮອບ​ດ້ານ​ນັ້ນ​ແມ່ນ​ວຽກ​ງານ​ທີ່​ຕ້ອງ​ດຳ​ເນີນ​ຕະ​ຫຼອດ​ໄປ, ຖື​ເອົາ​ການ​ກໍ່​ສ້າງ​ພັກ​ທາງ​ດ້ານ​ການ​ເມືອງ​ເປັ​ນສິ່ງ​ຊີ້​ນຳ-ນຳ​ພາ, ສືບ​​​ຕໍ່​ຊຸກ​ຍູ້​ໂຄງ​ການ​ໃໝ່​ທີ່​ຍິ່ງ​ໃຫຍ່​ໃນ​ການ​ກໍ່​ສ້າງ​ພັກ​ໃນ​ຍຸກ​ສະ​ໄໝ​ໃໝ່, ຮັດ​ແໜ້ນ​ລະ​ບົບ​ການ​ຈັດ​ຕັ້ງ​ຂອງ​ພັກ​ຢ່າງ​ບໍ່​ຢຸດ​ຢັ້ງ, ອອກ​ແຮງ​ກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ທັງ​ມີ​ຄຸນ​ສົມ​ບັດ ແລະ ຄວາມ​ສາ​ມາດ​ສູງ, ເດັດ​ດ່ຽວ​ຊຸກ​ຍູ້​ການ​ກໍ່​ສ້າງ​ແບບ​ແຜນ​ຂອງ​ພັກ ການ​ປົກ​ຄອງ​ແບບ​ປອດ​ໄສ​ຂາວ​ສະ​ອາດ ແລະ ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ເດັດ​ດ່ຽວ​ຢຸດ​ຢັ້ງ​ທຸກ​ປັດ​ໄຈ​ທີ່​ສ້າງ​ຜົນ​ຮ້າຍ​ຕໍ່​ລັກ​ສະ​ນະ​ກ້າວ​ໜ້າ ແລະ ຄວາມ​ບໍ​ລິ​ສຸດ​ຂອງ​ພັກ, ດັບ​ສູນ​ເຊື້ອ​ພະ​ຍາດ​ທັງ​ໝົດ​ທີ່​ສ້າງ​ຜົນ​ຮ້າຍ​ຕໍ່​ຄວາມ​ເຂັ້ມ​ແຂງ​ຂອງ​ພັກ, ຮັບ​ປະ​ກັນ​ໃຫ້​ພັກ​ບໍ່​ປ່ຽນ​ທາດ​ແທ້, ບໍ່​ປ່ຽນ​ສີ ແລະ ບໍ່​ປ່ຽ​ໜ​ກິ່ນ, ຮັບ​ປະ​ກັນ​ພັກ​ເປັນ​ແກນ​ນຳ​ທີ່​ເຂັ້ມ​ແຂງໃນ​ຂະ​ບວນ​ການ​ປະ​ຫວັດ​ສາດ​ທີ່​ຍຶດ​ໝັ້ນ ແລະ ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ສະ​ຫາຍ ແລະ ເພື່ອນ​ມິດ​ທັງ​ຫຼາຍ!

ພວກ​ເຮົາຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ “​ປະ​ເທດ​ດຽວ​ສອງ​ລະ​ບອບ”, “​ໃຫ້​ຊາວ​ຮົງ​ກົງປົກ​ຄອງຮົງ​ກົງ”, “​ໃຫ້​ຊາວມາ​ກາວ​ປົກ​ຄອງມາ​ກາວ” ແລະປົກ​ຄອງ​​ຕົນ​ເອງ​ໃນ​ລະ​ດັບ​ສູງຢ່າງ​ຮອບ​ດ້ານ ແລະ​ຖືກ​ຕ້ອງ, ຈັດ​ຕັ້ງ​ປະ​ຕິ​ບັດ​​ສິດ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຢ່າງຮອບ​ດ້ານ​​​​ຂອງ​ສູນ​ກາງ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ແລະ​ມາ​ກາວ, ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ ແລະ​ກົນ​ໄກ​ປະ​ຕິ​ບັດ​ງານ​ກ່ຽວ​ກັບການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່ເຂດ​ບໍ​ລິ​ຫານ​ພິ​ເສດ, ຮັກ​ສາ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ ແລະ ຜົນ​ປະ​ໂຫຍດ​ແຫ່ງ​ການ​ພັດ​ທະ​ນາ​ແຫ່ງ​ລັດ, ຮັກ​ສາ​ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ​ດ້ານ​ມະ​ຫາ​ພາກ​​ຢູ່ເຂດ​ບໍ​ລິ​ຫານ​ພິ​ເສດ, ຮັກ​ສາ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ ແລະ​ສະ​ຖຽນ​ລະ​ພາບອັນ​ຖາ​ວອນ​ຢູ່​ຮົງ​ກົງ ແລະ​ມາ​ກາວ.

    ການແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ ​ເພື່ອບັນ​ລຸ​​ເປົ້າ​ໝາຍ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບແມ່ນ​ໜ້າ​ທີ່​ປະ​ຫວັດ​ສາດ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ,ແມ່ນ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ. ຕ້ອງ​ຍຶດ​ໝັ້ນ​ໃນ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ ແລະ ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ເນື້ອ​ໃນ​ຖະ​ແຫຼງ​ການ​ຮ່ວມ​ໃນປີ 1992, ຊຸກ​ຍູ້​ຂະ​ບວນ​ການ​ໃຫ້​ປະ​ເທດ​ຊາດ​ທ້ອນ​ໂຮມ​ຢ່າງ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ. ລູກ​ຫຼານປະ​ຊ​າ​​ຊາດ​ຈີນ​ທັງ​ໝົດ ເຊິ່ງ​ລວມ​ທັງ​​ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ, ຕ້ອງ​ຮ່ວມ​ຈິດ​ຮ່ວມ​ໃຈກັນ, ສາ​ມັກ​ຄີ​ກັນ​​ຈ້ອງ​ເບິ່ງ​ອະ​ນາ​ຄົດ, ເດັດ​ດ່ຽວ​ທັບ​ມ້າງ​ກົນ​ອຸ​ບາຍ​​ທຸກ​ຮູບ​ແບບ​ທີ່​ຢາກ​ແບ່ງ​ແຍກ​ໄຕ້ຫວັນ​ເປັນ​ເອ​ກະ​ລາດ, ພ້ອມ​ກັນ​ສ້າງ​ອະ​ນາ​ຄົດ​ດີ​ງາມ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ​ໃຫ້​ກັບ​ປະ​ເທດ​ຊາດ. ​ຜູ້​ໃດ​ກໍ​ຕາມ​ຢ່າ​ປະ​ໝາດ​ການ​ຕັດ​ສິນ​ໃຈ​ອັນ​ເດັດ​ດ່ຽວ ຈິດ​ໃຈ​ອັນ​ເຂັ້ມ​ແຂງ​ ແລະ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ​​ຜືນ​ແຜ່ນ​ດິນ​​ອັນ​ຄົບ​ຖ້ວນຂອງ​ປະ​ເທດ​ຊາດ.

   ສະ​ຫາຍ ແລະ ເພື່ອນ​ມິດ​ທັງ​ຫຼາຍ!

   ອະ​ນາ​ຄົດ​ຂຶ້ນຢູ່​ກັບ​ຊາວ​ໜຸ່ມ, ຄວາມ​ຫວັງມອບ​ໃຫ້​ຊາວ​ໜຸ່ມ. 100 ປີ​ກ່ອນ,​ຢູ່​ປະ​ເທດ​ຈີນ​ທີ່​ທັງ​ທຸກ​ຍາກ​ທັງ​ອ່ອນ​ແອ, ຊາວ​ໜຸ່ມ​ກຸ່ມ​ໜຶ່ງໄດ້​ຊູ​​​ທວນ​ໄຟຂອງ​ແນວ​ຄິດ​ລັດ​ທິ​ມາກ, ຊອກ​ຫາ​ເສັ້ນ​ທາງ​ໃຫ້​ຊົນ​ຊາດ​ຈີນ​ເພື່ອ​ຟື້ນ​ຟູ​​ຄວາມຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊົນ​ຈີນ​ດ້ວຍ​ຄວາມ​ທຸ​ກ​ຍາກ​ລຳ​ບາກ​ທີ່​ສຸດ. ​ຜ່ານ​ເວ​ລາ 100 ປີ​ມາ​ນີ້, ພາຍ​ໃຕ້​ຄັນ​ທຸງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ຊາວ​ໜຸ່ມ​ຫຼາຍ​ເຊັ່ນ​ຄົນ​ໄດ້​ອຸ​ທິດກຳ​ລັງ​ໜຸ່ມ​ແໜ້ນ​ຂອງ​ຕົນ​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ລະ​ກິດ​ຂອງ​ພັກ ແລະ ປະ​ຊາ​ຊົນ, ກາຍ​ເປັນ​ຜູ້​ນຳ​ໜ້າ​​ພາ​ທາງ​ເພື່ອ​ບັນ​ລຸ​ເປົ້າ​ມາຍ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ. ຊາວ​ໜຸ່ມ​ໃນ​ຍຸກ​ສະ​ໄໝ​ໃໝ່​​ຕ້ອງຖື​​ເອົາ​ການ​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ​ຟື້ນ​ຟູຄວາມ​ຈະ​ເລີນ​​ຮຸ່ງ​ເຮືອງອັນ​ຍິ່ງ​ໃຫຍ່​ຂອງ​​ປະ​ຊາ​ຊາດ​ຈີນເປັນ​ໜ້າ​ທີ່​ຂອງ​ຕົນ, ເພິ່​ມ​ທະ​ວີ​ຄວາ​ມ​ມຸ່ງ​ມາດ​ອັນ​ເດັດ​ດ່ຽວ​ໜຽວແໜ້ນ ແລະ ຄວາມ​ໝັ້ນ​ໃຈ​​ໃນ​ຕົນ​ເອງ​​ຄົນ​ຈີນ, ບໍ່ເຮັດ​ໃຫ້​ຍຸກ​ສະ​ໄໝ​​ຜິດ​ຫວັງ, ບໍ່​​ເຮັດໃຫ້​ໄວ​ໜຸ່ມ​​ຜິດຫວັງ, ບໍ່​​ເຮັດໃຫ້​ພັກ ແລະ ປະ​ຊາ​ຊົນ​​ຜິດ​ຫວັງ!

ສະ​ຫາຍ ແລະ ເພື່ອນ​ມິດ​ທັງ​ຫຼາຍ!

100 ປີ​ກ່ອນ, ໃນ​ເວ​ລາ​ພັກ​ກອມ​ມູ​ນິດ​ຈີນ​ຫາ​ກໍ່​ສ້າງ​ຕັ້ງ​ຂຶ້ນ​ມີ​ແຕ່​ສະ​ມາ​ຊິກ​ພັກພຽງ 50 ​ກວ່າຄົນ​ເທົ່າ​ນັ້ນ, ປັດ​ຈຸ​ບັນ​ໄດ້​ກາຍ​ເປັນ​ພັກ​​ກຳ​ອຳ​ນາດ​​ທີ່​ມີ​ສະ​ມາ​ຊິກ​ຫຼາຍ​ທີ່​ສຸດ​ໃນ​ໂລກ​ ຄ: 95 ລ້ານກວ່າ​ຄົນ, ​ສາ​ມາດນຳ​ພາ​ປະ​ເທດ​ໃຫຍ່​ທີ່​ມີ​ປະ​ຊາ​ກອນ 1,4 ຕື້​ຄົນ ແລະ ມິ​ອິດ​ທິ​ພົນ​​ຕໍ່​ໂລກ​ຫຼາຍ​ທີ່​ສຸດ.
    100 ປີ​ກ່ອນ, ຢູ່​​ໃນ​ເວ​ທີ​ໂລກ ຊົນ​ຊາດ​ຈີນ​ທຸກ​ຍາກ ແລະ ອ່ອນ​ແອ​ທີ່​ສຸດ. ປັດ​ຈຸ​ບັນ, ຊົນ​ຊາດ​ຈີນ​ໃຫ້​ໂລກ​ໄດ້​ເຫັນ​ເຖິງ​ຄວາມ​ຊີ​ວິດ​ຊີ​ວາ​ຢ່າງ​ແທ້​ຈິງ, ປະ​ເທດ​ຈີນ​ພວມ​ກ້າວ​ໄປ​ສູ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ດ້ວຍ​ບາດ​ກ້າວ​ທີ່​ບໍ່​ມີ​ໃຜ​ສາ​ມາດ​ຢຸດ​ຢັ້ງ​ໄດ້.

ໃນ 100 ປີ​ທີ່​ຜ່ານມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​​ໃຫ້​ໃບ​ຄຳ​ຕອບ​ທີ່​ດີ​ງາມ​​ແກ່​ປະ​ຊາ​ຊົນ ແລະ ປະ​ຫວັດ​ສາດ. ປັດ​ຈຸ​ບັນ, ພັກ​ກອມ​ມູ​ນິດ​ຈີນ​ກໍ່ໄດ້​ສືບ​ຕໍ່​ເຕົ້າ​ໂຮມ​ສາ​ມັກ​ຄີ ແລະ ນຳ​ພາ​ປະ​ຊາ​ຊົນ​ຈີນ​ເດີນ​​ຜ່ານ​ການ​ທົດ​ສອບ​ຂອງ​ໄລ​ຍະ​ທາງ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ​ປະ​ການ​ທີ​ສອງ.
    ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ທັງ​ຫຼາຍ! ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​​ໄດ້​ມີ​ຂໍ້​ສະ​ເໜີ​ຮຽກ​ຮ້ອງ​ໃຫ້​ທຸ​ກ​ທ່ານ ຕ້ອງ​ຈື່​ຈຳ​ອຸ​ດົມ​ການ​ແຕ່​ຫົວ​ທີ, ເດັດ​ດ່ຽວ​ຍຶດ​ໝັ້ນ​ອຸ​ດົມ​ການ, ປະ​ຕິ​ບັດ​ຕາມ​ຈຸດ​ປະ​ສົງ​ຂອງ​ພັກ, ສືບ​ຕໍ່​ຮັດ​ແໜ້ນ​ສາຍ​ພົວ​ພັນ​ກັບ​ປະ​ຊາ​ຊົນ​ແບບ​ກາຍ​ອີນ​ຊີ​ຕະ​ຫຼອດ​ໄປ, ຄິດ​ນຳ​ປະ​ຊາ​ຊົນ ເຮັດ​ວຽກ​ຮ່ວມ​ກັບ​ປະ​ຊາ​ຊົນ​ຕະ​ຫຼອດ​ໄປ, ຮ່ວມ​ຈິດ​ຮ່ວມ​ໃຈ ຮ່ວມ​ທຸກ​ຮ່ວມ​ສຸກ, ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ບໍ່​ລົ​ດ​ລະ​ເພື່ອ​ເຮັດ​ໃຫ້​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ​ທີ່​ຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ປາ​ກົດ​ຜົນ​ເປັນ​ຈິງ, ພະ​ຍາ​ຍາມ​ສ້າງ​ກຽດ​ຕິ​ຍົດໃຫ້​ຫຼາຍກວ່າ​ເກົ່າ​ເພື່ອ​ພັກ ແລະ ປະ​ຊາ​ຊົນ.
    ສະ​ຫາຍ ແລະ ເພື່ອນ​ມິດ​ທັງ​ຫຼາຍ!

ພັກ​ກອມ​ມູ​ນິດ​ຈີນ​ມີ​ອຸ​ດົມ​ການ​ສ້າງ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ຖາ​ວອນ​ຂອງ​ຊົນ​ຊາດ​ຈີນ, ເວ​ລາ​ຮ້ອຍ​ປີ​ພໍ​ດີ​ແມ່ນ​ໄລ​ຍະ​ທີ່​ດີ​ງາມ! ເມື່ອ​ຄິດ​ອະ​ດີດ ແລະ ຈ້ອງ​ເ​ບິ່ງ​ອະ​ນາ​ຄົດ ສາ​ມາດ​ເຫັນ​ໄດ້​ວ່າ, ເມື່ອ​ມີ​ການ​ນຳ​ພາ​ທີ່​ໝັ້ນ​ໜຽວ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ ມີ​ຄວາມ​ສາ​ມັກ​ຄີ​ທີ່​ສະ​ໜິດ​ແໜ້ນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ຈີນ​ແລ້ວ ເປົ້າ​ໝາຍ​ທີ່​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຮອບ​ດ້ານ​ນັ້ນ​ກໍ່​ຍ່ອມ​ຈະ​ບັນ​ລຸ​ຜົນ​ເປັນ​ຈິງ​ໄດ້, ຄວາມ​ໃຝ່​ຝັນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ​ກໍ່​ຍ່ອມ​ຈະ​ບັນ​ລຸ​ຜົນ​ເປັນ​ຈິ່ງ​ໄດ້!

ພັກ​ກອມ​ມູ​ນິດ​ຈີນ​ທີ່​ຖືກ​ຕ້ອງ, ມີ​ກຽດ​ສະ​ຫງ່າ ແລະ ຍິ່ງ​ໃຫຍ່​ໝັ້ນ​ຍືນ!

ປະ​ຊາ​ຊົນ​ຈີນ​ວິ​ລະ​ຊົນ​ທີ່​ມີ​ກຽດ​ສະ​ຫງ່າ ແລະ ຍິ່ງ​ໃຫຍ່​ໝັ້ນ​ຍືນ!

 

ຄຳ​ເຫັນ

0