郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ຊາວນາລຸ້ນໃໝ່”

2021-07-22 17:00:24 cri

ໃນ​ລະ​ດູ​ຮ້ອນເດືອນກໍລະກົດ, ພໍ​ດີ​ແມ່ນລະ​ດູການ​ເຮັດນາ. ທ້າວ​ ເຟີງ​​ຈ້ຽນ​ເຫວີຍ ທີ່​ຕາກ​ແດດ​ຈົນ​ຜິວ​ດຳກ່ຳ​ກຳລັງ​ຂັບ​ລົດ​ໄຖນາ ​ໄຖນາ​ຢູ່,​ ນົກ​ຍາງຂາວ​ບິນ​ຜ່ານ​ທ້ອງ​ຟ້າເປັນຝູງໆ, ທັງໝົດ ເຫຼົ່ານີ້​ຄືພາບ​ “ໄຖ່ນາ​ໃນ​ລະ​ດູ​ຮ້ອນ” ທີ່ມີ​ຊີ​ວິດ​ຊີ​ວາທີ່ສຸດ.

ທ້າວ ເຟີງ​ຈ້ຽນ​ເຫວີຍ ປີນີ້​ອາ​ຍຸໄດ້ 35 ປີ, ລາວໄດ້​ລາ​ອອກ​ຈາກອາຊີບ “ຄໍເສື້ອຂາວ” (ຫຼື ພະນັກງານທີ່ເຮັດວຽກດ້ວຍສະໝອງ), ແລ້ວກັບ​ເມືອ​ບ້ານ​ເກີດຂອງຕົນ ທີ່ບ້ານ​ໂຈ​ປູ້​, ເມືອງ ນານ​ຫຼັງ, ​ນະ​ຄອນ​ຈົ່ງ​ຊ່ານ​, ແຂວງກວາງ​ຕຸ້ງ ເພື່ອ​ເຮັດນາຈົນກາຍ​ເປັນ “ຊາວ​ນາ​ລຸ້ນ​ໃໝ່”​ ຜູ້ໜຶ່ງ, ເບິ່ງຄືວ່າບຶດດຽວ ແຕ່ເວລາໄດ້ຜ່ານໄປ 9ປີແລ້ວ. ຕອນທຳອິດ, ລາວ​ ແລະ​ ພໍ່ ມີ​ນາ​ພຽງແຕ່ສອງສາມ​ເຮັກ​ຕາ​ເທົ່າ​ນັ້ນ, ແຕ່​ມາຮອດດຽວ​ນີ້ ໄດ້ເພີ່ມຂຶ້ນຮອດ 11 ເຮັກ​ຕາແລ້ວ, ໜຶ່ງ​ເຮັກ​ຕາ​ສາ​ມາດ​ໃຫ້​ຜົນຜະລິດ​ໄດ້ປະ​ມານ 7.500 ກິ​ໂລ.

  ນອກ​ຈາກ​ການປູກເຂົ້າແລ້ວ, ທ້າວ ເຟີງ​ຈ້ຽນ​ເຫວີຍ ​ຍັງ​ໄດ້ເຮັດ​ຫຼາຍ​ໂຄງ​ການສຳລັບ ນັກທ່ອງທ່ຽວເຊັ່ນ: ຕຶກ​ເບັດ ຫາ​ກຸ້ງ ເຮັດບາບີຄິວ ແລະອື່ນໆ, ເຊິ່ງສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ເຂດ​ສາມ​ຫຼ່ຽມປາກ​ແມ່ນ້ຳຈູ່​ຈ່ຽງໄດ້ຈຳນວນບໍ່ໜ້ອຍ.

“ຊາວນາລຸ້ນໃໝ່”_fororder_656553819

ທ້າວ ເຟີງ​ຈ້ຽນ​ເຫວີຍ​ ເວົ້າ​ວ່າ: “ການ​ເຮັດ​ໄຮ່ໄຖ​ນາ​ເຮັດ​ໃຫ້​ຂ້າພະເຈົ້າ​ຮູ້​ສຶກ​ດີ​ໃຈ​ຫຼາຍ.”  ລາວໄດ້ເຮັດກະສິກຳແບບປະສົມຄື: “​ປູກ​​ເຂົ້າ ແລະ ​ລ້ຽງ​ກຸ້ງ​ຢູ່​ໃນ​ນາ​”, “ປູກ​​ເຂົ້າ​ແລະ ລ້ຽງເປັດ ຢູ່ໃນນາ”, ລາວໄດ້ປູກ​ເຂົ້າ​ປອດ​ສານ​ພິດ​ ເຊິ່ງ​ຂາຍ​ໄດ້ລາຄາດີ​ຫຼາຍ​ໃນ​ຕະ​ຫຼາດ. ປີໜຶ່ງມີ​ລາຍ​ໄດ້ເຖິງ 1 ແສນກວ່າ​ຢວນ.

ບ້ານ​ໂຈ​ປູ້​​ມີ​ປະ​ຫວັດ​ສາດ​ຍາວນານ, ເປັນບ້ານເກີດຂອງ​ບັນ​ພະ​ບຸ​ລຸດ​​ດຣ. ຊູນ​ຢັດ​ຊຽນ. ທ່ານ ລິນ​ຊີ້ງ​ປ່ຽວ ເລ​ຂາ​ຄະ​ນະ​ພັກ​ບ້ານ​ໂຈ​ປູ້ໄດ້​ແນະ​ນຳ​ໃຫ້ຮູ້ວ່າ: ແຕ່​ກ່ອນ​ຢູ່​ບ້ານ​ໂຈ​ປູ້​ມີ​ປະ​ຊາ​ຊົນ​ທີ່ອາໄສຢູ່ບ້ານເປັນປະ​ຈຳ​ 2 ພັນ​ກວ່າ​ຄົນ. ໃນ​ໄລ​ຍະ​ຕົ້ນ​ຂອງການປະ​ຕິ​ຮູບ ​ແລະ​ ເປີດ​ປະ​ຕູ​ສູ່​ພາຍນອກ, ຊາວ​ໜຸ່ມຈຳນວນ​ບໍ່ໜ້ອຍ ໄດ້​ອອກຈາກ​ບ້ານ​ໄປເຮັດທຸ​ລະ​ກິດ ຫຼື​ ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ, ສະນັ້ນ ໃນ​ບ້ານແຫ່ງນີ້ຈຶ່ງ​ເຫຼືອ​ແຕ່ 1 ພັນ​ກວ່າ​ຄົນ.

ແຕ່ໃນ​ຊຸມ​ປີ​ມໍ່ໆ​ມານີ້, ພາຍ​ໃຕ້​ການ​ສະໜັບສະໜູນ​ຈາກ​ຍຸດ​ທະ​ສາດການສ້າງ​ຊົນນະບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ຢູ່ເມືອງນານ​ຫຼັງ​ນະ​ຄອນ​ຈົ່ງ​ຊ່ານ​ ເລີ່ມ​ມີ​ຊາວ​ໜຸ່ມນັບມື້ນັບຫຼາຍຂຶ້ນ ກັບ​ເມືອ​ບ້ານ​ເກີດເພື່ອ​ເພີ່ມ​​ພະ​ລັງ​ແຮງໃໝ່​ເຂົ້າໃນ​ການ​ພັດ​ທະ​ນາ​ບ້ານເກີດຂອງຕົນໃຫ້ມີຊີວິດຊີວາ.

ຢູ່​ແຄມທົ່ງ​ນາ​ທີ່​ບ້ານ​ໂຈ​ປູ້, ມີ​ຫໍສະໝຸດ​ທີ່ເຮັດດ້ວຍແກ້ວ​ຫຼັງໜຶ່ງ ເປັນພາບທີ່ສະດຸດຕາ ໃນຍາມທີ່​ແສງ​ຕາ​ເວັນສາດສ່ອງ. ຫໍ​ສະໝຸດ​ແຫ່ງນີ້​ສ້າງຂຶ້ນໂດຍອີງຕາມຫົວຄິດຂອງ​ທ້າວ​ ຊູຍ​ເຈ່ຍ​ເຈ ຊາ​ວ​ໜຸ່ມ​ທີ່​ກັບ​ມາ​ຈາກ​ຕ່າງ​ປະ​ເທດ​ຜູ້​ເກີດ​ຫຼັງ​​ປີ 1995.

  ທ້າວ ​ຊູຍ​ເຈ່ຍ​ເຈ ​ເວົ້າ​ວ່າ: “ຂ້າພະເຈົ້າ​ເຕີບ​ໃຫຍ່​ຂຶ້ນ​ຢູ່​ບ້ານນີ້, ມີຄວາມ​ຮັບຮູ້ ແລະ ເຂົ້າໃຈຢ່າງ​ເລິກ​ເຊິ່ງວ່າ ການເຂົ້າຮຽນຂອງເດັກ​ນ້ອຍ​ໃນຊົນນະບົດ ​ບໍ່​ແມ່ນ​ເລື່ອງ​ງ່າຍ​, ສະນັ້ນ ຕົນເອງຈຶ່ງຫວັງ​ຢາກ​ສ້າງພື້ນທີ່ສາທາລະນະສຳລັບ​ເຂົາເຈົ້າໄດ້ອ່ານໜັງສື.”

ທ້າຍ​ເດືອນ​ພະ​ຈິກ​ປີ 2019, ພໍແຕ່ຫໍສະໝຸດທີ່ເຮັດດ້ວຍ​ແກ້ວຫຼັງນີ້​ຫາ​ກໍ່​ເປີດບໍລິການ ​ກໍ່​ມີ​ຄົນ​ເຂົ້າມາ​ໃຊ້ບໍລິການຈົນເຕັມໝົດ. ນອກ​ຈາກ​ເດັກ​ນ້ອຍ​ຂອງ​ບ້ານນີ້ແລ້ວ, ຍັງ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ແຂວງ​ທີ່ເດີນທາງມາທ່ຽວຍ້ອນໄດ້ຍິນ​​ຊື່​ສຽງຂອງຫໍສະໝຸດ. ຕໍ່​ມາທ້າວ ຊູຍ​ເຈ່ຍ​ເຈ​ ຍັງໄດ້​ເປີດ​ຫ້ອງ​ອ່ານ​ປຶ້ມ​ ແລະ​ ຮ້ານ​ອາ​ຫານ​ຫຼັງ​ໃໝ່, ນອກນີ້ຍັງ​ໄດ້ຮົບ​ເໝົາໂຄງການກໍ່ສ້າງ “ຫ້ອງ​ຮຽນ 430” ຂອງ​ອົງ​ການ​ປົກ​ຄອງ​ເມືອງ ໂດຍ​ມີ​ນັກ​ສຶກ​ສາ​ທີ່​ພັກ​ລະດູຮ້ອນແລ້ວກັບເມືອ​ຢາມບ້ານ​ເປັນ​ຜູ້ຊ່ວຍ​ສອນ​ເດັກ​ນ້ອຍ​ຫລັງ​ເລີກ​ຮຽນ​ໃນ​ຕອນ​ແລງ 4:30

ທ້າວ ​ຊູຍ​ເຈ່ຍ​ເຈ ​ເວົ້າ​ວ່າ: “ເວົ້າ​ສຳ​ລັບ​ຂ້າພະເຈົ້າ​ແລ້ວ, ມັນ​ບໍ່​ພຽງ​ແຕ່​ເປັນ​ວຽກ​ງານ​ເທົ່າ​ນັ້ນ, ຍັງ​ແມ່ນ​ຄວາມ​ປາ​ຖະ​ໜາ​ຂອງ​ພວກ​ເຮົາ​ທີ່ຢາກ​ສ້າງ​ບ້ານ​ໃຫ້​ສວຍ​ງາມ.”

  ທ້າວ ​ໂລ​ເຈ່ຍ​ຮາວ ແມ່ນຊາວ​ໜຸ່ມ​ຜູ້​ເກີດ​ຫຼັງ​ຊຸມ​ປີ 2000 ທີ່​ຮຽນ​ການ​ອອກ​ແບບສິ່ງພິມ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ກະ​ສິ​ກຳ​ຮ​ວາ​ນານ, ລາວ​ກັບ​ເມືອ​ບ້ານ​ໂຈ​ປູ້​ໃນ​ເດືອນ​ມິ​ຖຸ​ນາ​ປີ​ກາຍ, ພ້ອມ​ກັບ​ເອື້ອຍ​ຄີງທີ່ຮຽນອອກແບບເຊັ່ນດຽວກັນນັ້ນ ​ເປີດ “ຮ້ານ​ກາ​ເຟຕົ້ນໄມ້” ຮ້ານໜຶ່ງ.

“ຊາວນາລຸ້ນໃໝ່”_fororder_1454813386

ຮອດ​ລະ​ດູ​ທ່ອງ​ທ່ຽວ, ຮ້ານ​ກາ​ເຟ​​ນ້ອຍ​ໆແຫ່ງນີ້​ສາ​ມາດ​ຂາຍ​ກາ​ເຟ​ໄດ້ເຖິງ​ສອງ​ສາມ​ຮ້ອຍ​ຈອກ​ຕໍ່​ມື້. ຈາກ​ອົງ​ການ​ປົກ​ຄອງເມືອງຈົນ​ຮອດ​ຄະ​ນະ​ບ້ານ ລ້ວນ​ແຕ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​​ຊາວ​ໜຸ່​ມ​ຜູ້​​ສ້າງທຸລະກິດດ້ວຍຕົນເອງ, ຕົ້ນ​ທຶນ​ເປີດ​ຮ້ານກາເຟ​ຂອງເຂົາເຈົ້າຕ່ຳ​​ຫຼາຍ​ເມື່ອ​ທຽບໃສ່ຢູ່ເມືອງ​ໃຫຍ່.

ທ້າວ ​ໂລ​ເຈ່ຍ​ຮາວ​ ເວົ້າ​ວ່າ: “ການມີຫົວຄິດປະ​ດິດ​ສ້າງ​ຫຼາຍ​ຢ່າງ ​ແມ່ນມາຈາກ​ເວ​ລາ​ທີ່ ພວກເຮົາ​ລົມ​ກັນ. ຊາວ​ໜຸ່ມ​​ທີ່​ຮ່ວມ​ເຮັດທຸລະກິດຢູ່ບ້ານໄດ້​ສ້າ​ງ​ບັນ​ຍາ​ກາດ ແລະ ໃຫ້ກຳລັງໃຈ​ກັນ.”

  ເພື່ອເປັນການຕອບບຸນແທນຄຸນບ້ານເກີດ, ສອງເອື້ອຍ​ນ້ອງ​​ ໄດ້ນຳ​ໃຊ້​ທ່າແຮງຂອງ​ຕົນ, ໄດ້​ອອກ​ແບບ​ປຶ້ມ​ຮູບພາບ​ໂຄ​ສະ​ນາ​ໃຫ້​ກັບບ້ານ ເພື່ອ​ໃຫ້ຄົນນັບມື້ນັບຫລາຍຮູ້ຊື່​ສຽງ​ຂອງ​ບ້ານ​ເກີດ.

ແຕ່​ກ່ອນ, ໜ່ວຍພັກຮາກ​ຖານ​ແມ່ນອ່ອນ​ແອ​ບໍ່​ໜັກ​ແໜ້ນ, ສະ​ມາ​ຊິກ​ພັກ​ສ່ວນ​ຫຼາຍ​​ເປັນ​ຜູ້​ມີອາຍຸສູງ. ປັດ​ຈຸ​ບັນ, ມີ​ຊາວ​ໜຸ່ມ​ນັບ​ມື້​ນັບ​ຫຼາຍ​ພວມ​ກາຍ​ເປັນກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ຄຸ້ມ​ຄອງ​ບ້ານ. ທ້າວ ເຟີງ​ຈ້ຽນ​ເຫວີຍ​ ໄດ້ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ໃນ​ປີ​ກາຍນີ້, ສ່ວນປີນີ້ ທ້າວ ຊູຍ​ເຈ່ຍ​ເຈ​ ກໍໄດ້​ຍື່ນ​ໃບຄຳ​ຮ້ອງ​ຂໍເຂົ້າ​ເປັນສະມາຊິກ​ພັກ​ກອມ​ມູ​ນິດເຊັ່ນກັນ.

  ເມື່ອຍ່າ​ງ​ເຂົ້າສູ່​ເຂດ​ຊຸມ​ຊົນ​ຫ​ຢົງ​ນີງ​ເມືອງ​ສຽວ​ຫຼານ​ນະ​ຄອນ​ຈົ່ງ​ຊ່ານ, ກໍ່​ເຫັນ​ຖະ​ໜົນ​ຫົນ​ທາງ ກວ້າງ​ໃຫຍ່​ທັງ​ສະ​ອາດ, ລົດແລ່ນ​ໄປ​ມາ​ບໍ່​ຂາດສາຍ, ​ຕຶກ​ອາ​ຄານ​ເກີດຂຶ້ນຫລາຍປານດອກເຫັດ. ໃນ​ໄລ​ຍະ​ຕົ້ນຂອງການສະຖາປະນາ​ປະ​ເທດ​ຈີນ​ໃໝ່, ທ່ານ ​ຫຼີ​ຮ້ານ​ຈ່າງ ເລ​ຂາ​ຄະ​ນະ​ພັກ​ຊຸດ​ທຳອິດຂອງ​ເຂດ​ຫ​ຢົງ​ນີງ​ ກໍໄດ້ນຳ​ພາ​ປະ​ຊາ​ຊົນ​ທົ່ວ​ບ້ານ​ພັດ​ທະ​ນາ​ເສດ​ຖະ​ກິດລວມ​ໝູ່​, ຊາວ​ບ້ານ​ກໍ່​ເລີ່ມ​ຮັ່ງ​ມີ​ຂຶ້ນ, ໃນຕົ້ນ​ຊຸມ​ປີ 1980 ໝົດ​ບ້ານ​​ມີ​ລາຍ​ໄດ້​ຫຼາຍກວ່າ 10 ລ້ານຢວນ. ປີນີ້, ເຂດ​ຊຸມ​ຊົນ​ຫ​ຢົງ​ນີງໄດ້​ມີ​ຄະ​ນະ​ພັກ​ທີ່​ໜຸ່ມກວ່າ​ໝູ່​ໃນ​ປະ​ຫວັດ​ສາດ ໃນນັ້ນ​ມີ​ຊາວ​ໜຸ່ມ​ຜູ້​ເກີດ​ຫຼັງ​​ປີ 1980 ສອງ​ຄົນແລະ​ຊາວ​ໜຸ່ມ​ຜູ້​ເກີດ​ຫຼັງ​ປີ 1990 ສອງ​ຄົນ.

“ຊາວນາລຸ້ນໃໝ່”_fororder_1528958725

ທ່ານ ​ອູ​ຈື້​ຊ່າງ ຮອງ​ເລ​ຂາຄະນະ​ພັກ​ເຂດ​ຊຸມ​ຊົນ​ຫ​ຢົງ​ນີງ​ທີ່​ມີ​ອາ​ຍຸ 38 ປີ​ກ່າວວ່າ: “ພວກ​ເຮົາ​ຈະ​ໃຊ້ແນວ​ຄວາມ​ຄິດ​ໃໝ່ ແລະ ທັດສະນະຄະຕິໃໝ່​ໃນ​ການ​ຄຸ້ມ​ຄອງ, ເພື່ອໃຫ້​ສອດ​ຄ່ອງ​ກັບ​ຍຸກ​ໃໝ່ ​ແລະ ຮັບມື​ກັບ​ສິ່ງ​ທ້າ​ທາຍ​ໃໝ່​ໃຫ້ໄດ້ດີກວ່າ​ເກົ່າ, ນຳ​ພາ​ເຂດ​ຫ​ຢົງ​ນີງ​ສືບ​ຕໍ່​ເດີນ​ຕາມ​ເສັ້ນ​ທາງສ້າງຄວາມ​ຮັ່ງ​ມີພ້ອມ​ກັນ.”

ໃນ​ໄລ​ຍະ​ເລືອກຕັ້ງ​​ຄະ​ນະ​ນຳ​ປະ​ຈຳ​ບ້ານ​ຊຸດໃໝ່ໃນ​ປີ 2021, ມີ​ຊາວ​ໜຸ່ມ​ຜູ້​ດີ​ເດັ່ນ​ຈຳນວນ​ໜຶ່ງ​ທີ່​ມີ​ຄວາມ​ສາ​ມາດ, ມີ​ແນວຄວາມຄິດໃໝ່, ຢາກ​ສ້າງ​ພາ​ລະ​ກິດ​ ແລະ​ ມີ​ອາ​ຍຸ​ຕ່ຳ​ກວ່າ 30 ປີໄດ້​ຖືກ​ຄັ​ດ​ເລືອກ​ເຂົ້າໃນ​ຄະ​ນະ​ນຳຂອງບ້ານ ແລະ ​ເຂດ​ຊຸມ​ຊົນ, ເພື່ອ​ສ້າງ​ເປັນ​ກຳ​ລັງ​ແຮງ​ສຳຮອງໃຫ້​ແກ່​ພາລະກິດການ​ສ້າງ​ຊົນນະບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ.

ຜູ້​ຮັບ​ຜິດ​ຊອບທີ່ກ່ຽວ​ຂ້ອງ​ຂອງ​ເມືອງ​ນານ​ຫຼັງ​ເວົ້າ​ວ່າ: “ຊາວ​ໜຸ່ມ​ເປັນ​ຄວາມ​ຫວັງ​ຂອງ​ການ​ສ້າງຊົນນະບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ.” ເມື່ອຊາວ​ໜຸ່ມ​ກັບ​ຄືນ​ບ້ານ​ເກີດ​ເພື່ອໄປພັດທະນາ, ໄດ້ສ້າງຮູບແບບ​ການພັດທະນາເສດ​ຖະ​ກິດ​ຊົນນະບົດໃຫ້ອຸດົມສົມບູນຂຶ້ນ, ອັນໄດ້ສ້າງຄວາມ​ສີ​ວິ​ໄລໃຫ້ກັບຊົນນະບົດ ກໍຄືທຸກໆຄອບ​ຄົວ​.

ຄຳ​ເຫັນ

0