覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ນະ​ຄ​ອນ​ລິນ​ຈື່​ເຂດ​ຕິ​ເບດ

2021-07-23 11:12:29 cri

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ນະ​ຄ​ອນ​ລິນ​ຈື່​ເຂດ​ຕິ​ເບດ_fororder_西藏-1
 

     ວັນ​ທີ 21 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ສຳຫຼວດກວດ​ກາ​ວຽກງານ​ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບດ. ໃນ​ເວ​ລາ​ທ່ານ​ເດີນ​ທາງ​ໄປ​ເຖິງ​​ສະ​ໜາມ​ບິນນະ​ຄອນ​ລິນ​ຈື່ໃນຕອນ​ເຊົ້າ​ມື້​ດຽວ​ກັນ, ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​​ອົບ​ອຸ່ນຈາກ​ພະ​ນັກ​ງານ​ແລະ​ປະ​ຊາ​ຊົນ​ບັນ​ດ​າ​ເຜົ່າ​ຢູ່​ເຂດ​ຕິ​ເບດ. ຈາກ​ນັ້ນ, ທ່ານ​ໄດ້​ເດີນ​ທາງ​ໄປ​ເຖິງ​ຂົວ​ແມ່​ນ້ຳ​ນີ​ຢາງ​ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ເຂດ​ລ້ອງ​ແມ່​ນ້ຳ​ຢາ​ລູ​ຈ້າງ​ປູ້ກໍ​ຄື​ແມ່​ນ້ຳ​ນີ​ຢາງ ແລະ​ສະ​ພາບ​ອື່ນໆ.
 

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ນະ​ຄ​ອນ​ລິນ​ຈື່​ເຂດ​ຕິ​ເບດ_fororder_西藏-2
 

   ເຂດ​ອະ​ນຸ​ລັກສິ່ງ​ແວດ​ລ້ອມ​ນິ​ເວດ​ຍອດ​ນ້ຳ​ຢາ​ລູ​ຈ້າງ​ປູ້​ໄດ້​ຮັບ​ການ​ຈັດ​ເຂົ້າ​ໃນ​​ໂຄງ​ການຈຸດ​ສຸມ​ໃນ​ການ​ສ້າງ​ເຂດ​​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ລະ​ດັບ​ຊາດ​ຊຸດ​ທີ​ສອງ​ໃນ​ປີ2001, ໂດຍ​ໄດ້​ສ້າງ​ເຂດ​ສະ​ຫງວນ​ທຳ​ມະ​ຊາດທັງ​ໝົດ 24 ແຫ່ງ, ກວມ​ເນື້ອ​ທີ່​ທັງ​ໝົດ 103.500 ກິ​ໂລ​ຕາ​ແມັດ, ໄດ້​ສ້າງ​ສວນ​ສາ​ທາ​ລະ​ນະ​ດິນ​ທາມແຫ່ງ​ຊາດ 12 ແຫ່ງ.

 

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ນະ​ຄ​ອນ​ລິນ​ຈື່​ເຂດ​ຕິ​ເບດ_fororder_西藏-3
 

  ຕອນ​ບ່າຍ​ວັນ​ທີ 21 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ເດີນ​ທາງ​ໄປ​ຫໍ​ວາງ​ສະ​ແດງ​ຜັງ​ເມືອງ​ນະ​ຄອນ​ລິນ​ຈື່, ບ້ານ​ກາ​ລາ​ຕາ​ແສງ​ລິນ​ຈື່​ເມືອງ​ປ່າ​ຢີ ແລະ​ສວນ​ສາ​ທາ​ລະ​ນະ​ກົ່ງ​ປູ້​, ເພື່ອ​ສຳຫຼວດກວດ​ກາ​ວຽກ​ງານ​​ຜັງ​ເມືອງແລະການ​ພັດ​ທະ​ນາ​​ຕົວ​ເມືອງ, ການ​ພັດ​ທະ​ນ​ຊົນ​ນະ​ບົດ, ການ​ກໍ່​ສ້າງ​ສວນ​ສາ​ທາ​ລະ​ນະ​ໃນ​ຕົວ​ເມືອງ​ແລະ​ອື່ນໆ. ຕອນ​ເຊົ້າ​ວັນ​ທີ 22 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ເຖິງ​ສະ​ຖາ​ນີ​ລົດ​ໄຟ​ລິນ​ຈື່​ເພື່ອ​ຮັບ​ຮູ້​ແຜນ​ແມ່​ບົດ​ກ່ຽວ​ກັບ​ທາງ​ລົດ​ໄຟ​ເສ​ສວນ-ຕິ​ເບດກໍ​ຄື​ສະ​ພາບ​ການ​ກໍ່​ສ້າງ​ແລະ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ທາ​ງ​ລົດ​ໄຟ​ຕອນ​ລາ​ຊາ​-ລິນ​ຈື່​ເປັນ​ຕົ້ນ. ຫຼັງ​ຈາກ​ນັ້ນ, ທ່​ານ​ໄດ້​ເດີນ​ທາງ​ໄປ​ນະ​ຄອນ​ລາ​ຊາ ເທດ​ສະ​ບານ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດ​ດ້ວຍ​ລົດ​ໄຟ ເພື່ອ​ສຳຫຼວດກວດ​ເບິ່ງ​ສະ​ພາບ​ການ​ກໍ່​ສ້າງ​ລຽບ​ຕາມ​ທາງ​ລົດ​ໄຟ​ລາ​ຊາ-ລິນ​ຈື ທັງ​ໄດ້​ລົງ​ເລິກ​ຄົ້ນ​ຄວ້າ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​.
 

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ນະ​ຄ​ອນ​ລິນ​ຈື່​ເຂດ​ຕິ​ເບດ_fororder_西藏-4

ຄຳ​ເຫັນ

0