吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄົນ​ຜູ້​ໜຶ່ງ ປະ​ເທດ​ໜຶ່ງ ຄວາມ​​ຝັນໜຶ່ງກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ

2021-07-30 17:47:28 cri

ຄົນ​ຜູ້​ໜຶ່ງ  ປະ​ເທດ​ໜຶ່ງ   ຄວາມ​​ຝັນໜຶ່ງກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ_fororder_1

    ​ເພິ່ນ, ແມ່ນຄົນ​ອັດ​ສະ​ຈັນ​ຕາມການ​ເລົ່າ​ລື​ກັນ​ໃນ​ປະ​ຫວັດ​ສາດ​​ກິ​ລາແລ່ນ ແລະ​ລານ​ຂອງ​ຈີນ. ສະ​ຖິ​ຕິ​ກິ​ລາແລ່ນ​ໄວ 100 ແມັດ​ທົ່ວ​ປະ​ເທດ​ຈີນ​ທີ່​ເພິ່ນ​​ເຮັດ​ມາ​ນັ້ນ​ ໄດ້​ຮັກ​ສາ​ສະ​ຖິ​ຕິ​ໄວ້​ໄດ້​ເປັນ​ເວ​ລາ 25 ປີ.

    ເພິ່ນ, ແມ່ນຄົນ​ອັດ​ສະ​ຈັນ​ຕາມ​ການ​ເລົ່າ​ລື​ກັນ​ໃນ​ປະ​ຫວັດ​ສາດ​ງານ​ກິ​ລາ​ໂອ​ລິມ​ປິກ. ​ເຖິງ​​ວ່າ​ເພິ່ນ​ບໍ່​ເຄີຍ​ໄດ້​ຮັບ​ຫລຽນ​ລາງວັນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກກໍ​ຕາມ, ແຕ່​ເພິ່ນ​ພັດ​ເປັນ​ຜູ້​ເລີ່ມ​ຕົ້ນ​ປະ​ຫວັດ​ສາດ​ທີ່​ປະ​ເທດ​ໜຶ່ງ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ.

    ເພິ່ນ, ແມ່ນ​ທ່ານ ລິວ​ຊາງ​ຊຸ່ນ ນັກ​ກິ​ລາ​ແລ່ນ​​ໄວ​ຂອງ​ປະ​ເທດ​ຈີນ.

ຄົນ​ຜູ້​ໜຶ່ງ  ປະ​ເທດ​ໜຶ່ງ   ຄວາມ​​ຝັນໜຶ່ງກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ_fororder_2

    ວັນ​ທີ 30 ​ກໍ​ລະ​ກົດ ປີ 1932, ກໍ​ຄື​ມື້​ນີ້​ໃນ 89 ປີ​ກ່ອນ, ທ່ານ ​ລິວ​ຊາງ​ຊຸ່ນ ​ໄດ້​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ຄັ້ງ​ທີ 10 ທີ່ຈັດຂຶ້ນ​ຢູ່ນະ​ຄອນ​ລອ​ສ​ເອັນ​ເຈີ​ລິ​ສປະ​ເທດ​ອາ​ເມ​ຣິ​ກາ, ເຊິ່ງ​ເປັນ​ນັກ​ກິ​ລາ​ຈີນ​ຜູ້​ທຳ​ອິດ​ທີ່​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​​ຢ່າງເປັນ​ທາງ​ການ. ໃນ​ພິ​ທີ​ເປີດ, ທ່ານ​ລິວ​ຊາງ​​ຊຸ່ນ​ໄດ້​ຊູ​ທຸງ​ຊາດ​ຈີນ​ຂຶ້ນ​ຢ່າງ​ສະ​ຫງ່າ​ງາມ, ຍ່າງ​ເຂົ້າ​ສະ​ໜາມ​ກິ​ລາ​ຮ່ວມ​ກັບ​ນັກ​ກິ​ລາ​ທີ່​ມາຈາກ 36 ປະ​ເທດ ​ທ່າມ​ກາງ​​ສາຍ​ຕາ​ຂອງ​ຊາວ​ໂລກ. ທຸງ​ຊາດ​ຈີນ​ໄດ້​ປິວ​ສະ​ປັດ​ຢູ່​​​ສະ​ໜາມ​​ກິ​ລາ​ສາ​ກົນ, ສຳ​ລັບ​ຈີນ​ແລ້ວ​ເປັນ​ຄັ້ງ​ທຳ​ອິດ, ສຳ​ລັບ​ໂລກ​ແລ້ວ​ກໍ​​ມີ​ຈີນ​ເຂົ້າ​ຮ່ວມ​ເປັນ​ຄັ້ງ​ທຳ​ອິດ​ເຊັ່ນ​ກັນ.

    ປະ​ເທດ​ຈີນ​ໃນ​ເວ​ລາ​ນັ້ນ ​​ຍັງມີ​ສົງ​ຄາມ​​ເກີດ​ຂຶ້ນ​ບໍ່​ເຊົາ, ເສດ​ຖະ​ກິດ​ຊຸດ​ໂຊມ​ລົງ, ງົບ​ປະ​ມານ​ລັດ​ຖະ​ບານ​ຂາດ​ເຂີນ​ຢ່າງ​ໜັກ​ໜ່ວງ, ​ສະ​ນັ້ນ, ຈຶ່ງ​​ຕັດ​ສິນ​ໃຈ​ບໍ່​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ. ແຕ່​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ຈີນ ​ໄດ້ຊ່ວຍ​ບໍ​ລິ​ຈາກ​ເງິນຈຳ​ນວນ 1500 ໂດ​ລາ​ເພື່ອ​ສະ​ໜັ​ບ​ສະ​ໜູນ​ທ່ານ​ລິວ​ຊາງ​ຊຸ່ນ​ໄດ້ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ. ພາຍ​ຫລັງ​ງານ​ກິ​ລາ​ໂອ​ລິມ​ປິກ​ສິ້ນ​ສຸດ​ລົງ, ທ່ານ​ລິວ​ຊາງ​​ຊຸ່ນ​ບໍ່​ມີ​ເງິນ​ເຫລືອ​ໃນ​ຖົງ​ເລີຍ, ພາຍ​ໃຕ້​ການ​ບໍ​ລິ​ຈາກ​ຂອງ​ຊາວ​ຈີນຕ່າ​ງ​ດ້າວ​​ທີ່​ອາ​​ໄສ​ຢູ່​ອາ​ເມ​ຣິ​ກາ​ຈຶ່ງ​ສາ​ມາດ​ກັບ​ປະ​ເທດ​ຈີນ​ໄດ້.

ຄົນ​ຜູ້​ໜຶ່ງ  ປະ​ເທດ​ໜຶ່ງ   ຄວາມ​​ຝັນໜຶ່ງກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ_fororder_3

    ທ່ານ​ລິວ​ຊາງ​ຊຸ່ນ​ໄດ້​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ເປັນ​ 2 ຄັ້ງ. ຄັ້ງ​ທຳ​ອິດຄືປີ 1932, ທ່​ານເດີນ​ທາງ​ເປັນ​ເວ​ລາ 21 ວັນ​ແລ້ວ, ​ຍັງ​ບໍ່​ທັນ​ໄດ້ປັບ​ໂຕ​ໃຫ້​ເຂົ້າ​ກັບ​ເວ​ລາ​ທ້ອງ​ຖິ່ນ, ​ກໍ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເລີຍ, ​ສະ​ພາບສຸ​ຂະ​ພາບ​ກໍ​ຍັງ​ເພຍ​ຢູ່, ພາຍ​ຫລັງ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ແລ່ນ 100 ແມັດ ແລະ 200 ແມັດ​ແລ້ວ, ເພິ່ນ​ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ແລ່ນ 400 ແມັດ​​ໄດ້. ຄັ້ງ​ທີ 2 ຄື​ປີ 1936, ​ທ່ານເດີນ​ທາງ​ທາງ​ທະ​ເລ​ເປັນ​ເວ​ລາ 28 ວັນ, ທ່ານ​ລິວ​ຊາງ​ຊຸ່ນ​ໄດ້​ພົບ​ກັບ​ສະ​ພາບ​ການ​ທີ່​ຄ້າຍ​ຄື​ກັນ​ນີ້,​ ທ່ານ​ບໍ່​ສາ​ມາດ​ຜ່ານ​ເຂົ້າ​ຮອບ​ຍ້ອນ​ສະ​ພາບ​ສຸ​ຂະ​ພາບ​​ຍັງ​ບໍ່​ເຕັມ​ຮ້ອຍ.

    ເຖິງ​​ວ່າ​ບໍ່​ສາ​ມາດ​ຂຶ້ນ​ເວ​ທີ​ຮັບ​ຫລຽນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ຈັກ​ເທື່ອກໍ​ຕາມ, ​ແຕ່​ຈິດ​ໃຈ​ທີ່​ກ້າ​ເຂົ້າ​ຮ່ວມການ​ແຂ່ງ​ຂັນ ແລະ​ບຸກ​ບືນ​ສູ້​ຊົນ​ຂອງທ່ານ​ລິວ​ຊາງ​​ຊຸ່ນ ​ໄດ້​​ສ່ອງ​ແສງ​ໃຫ້​ເຫັນ​ເຖິງມົນ​ສະ​ເໜ່​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ, ທັງສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ​ທີ່ປະ​ເທດ​ທີ່​ນັບ​ມື້​ນັບ​ຫລາຍ​ຂຶ້ນ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​.

 

                                                

ຄຳ​ເຫັນ

0