覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອຄົ້ນ​ຄວ້າກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດໃນ​ປັດ​ຈຸ​ບັນ​ແລະ​​ວາງ​ແຜນການ​ວຽກງານ​ເສດ​ຖະ​ກິດ​ໃນ​ຕໍ່​ໜ້າ

2021-07-31 17:34:33 cri

ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ໃນ​ວັນ​ທີ 30 ກໍ​ລະ​ກົດ​ນີ້, ເພື່ອ​ຄົ້ນ​ຄວ້າ​ສະ​ພາບ​ເສດ​ຖະ​ກິດ​ໃນ​ປັດ​ຈຸ​ບັນ ແລະ​ຈັດ​ວາງ​ແຜນ​ການ​ວຽກ​ງານ​ເສດ​ຖະ​ກິດ​ໃນ​ຫົກ​ເດືອນ​ທ້າຍ​ປີ​ນີ້. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເປັນ​ປະ​ທານ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້.
 

ທີ່​ປະ​ຊຸມ​ເຫັນ​ວ່າ: ນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ເສດ​ຖະ​ກິດ​ຈີນ​ໄດ້​ສືບ​ຕໍ່​ຟື້ນ​ຟູ​ຢ່າງ​ໝັ້ນ​ທ່ຽງ, ​ມາດ​ຕະການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄດ້​ມີ​ຄວາມ​ເຂັ້ມ​ແຂງຫຼາຍ​ຂຶ້ນ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ມີ​ການ​ຮັບ​ປະ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ໄດ້​ຮັບ​ຜົ​ນ​ສຳ​ເລັດ​ອັນ​ໃໝ່, ສະ​ພາບ​ສັງ​ຄົມ​ໄດ້​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ໂດຍ​ລວມ. ຄັນ​ຢາກ​ເຮັດ​ວຽກ​ງານ​ເສດ​ຖະ​ກິດ​ໃນ​ຫົກ​ເດືອນ​ທ້າຍ​ປີ​ນີ້​ໃຫ້​ດີ, ຄວນ​ຮັກ​ສາ​ນະ​ໂຍ​ບາຍ​ມະ​ຫາ​ພາກ​ໃຫ້​ມີ​ລັກ​ສະ​ນະ​ຕໍ່​ເນື່ອງ,ໝັ້ນ​ທ່ຽງ​ແລະ​ຍືນ​ຍົງ, ​ຄວນ​ຍົກ​ສູງ​ປະ​ສິດ​ທິ​ພາບ​ຂອງນະ​ໂຍ​ບາຍ​ການ​ເງິນ​ທີ່​ຕັ້ງ​ໜ້າ, ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເງິນ​ຕາ​ທີ່​ໝັ້ນ​ທ່ຽງ ຄວນ​ຮັກ​ສາ​ສະ​ພາບ​ຄ່ອງ​ຂອງ​ເງິນ​ຕາ​ໃຫ້​ມີ​ຄວາມ​ພຽງ​ພໍ​ຢ່າງ​ສົມ​ເຫດ​ສົມ​ຜົນ, ເຮັດ​ໃຫ້​ອັດ​ຕາ​ແລກ​ປ່ຽນ​ເງິ​ນຢວນ​ຈີນ​ສາ​ມາດຮັກ​ສາ​​ຄວາມ​ໝັ້ນ​ທ່ຽງ​​ໄດ້ໂດຍ​ພື້ນ​ຖານ​ໃນ​ລະ​ດັບ​ດຸນ​ດ່ຽງ​ແລະ​ສົມ​ເຫດ​ສົມ​ຜົນ.
 

ທີ່​ປະ​ຊຸມ​ໄດ້​ວາງ​ຂໍ້​ຮຽກ​ຮ້ອງ​ຕ່າງໆ​ ເຊິ່ງ​ລວມ​ທັງ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ດຳ​ເນີນ​ການ​ປະ​ຕິ​ຮູບ,  ຍຶດ​ໝັ້ນ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ, ຍຶດ​ໝັ້ນ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ປະ​ຕິ​ບັດ​ວຽກ​ງານ​ກ່ຽວ​ກັບ​ການ​ເຮັດ​ໃຫ້​ການ​ລະ​ບາຍ​ກາກບອນ​ດີ​ອົກ​ຊິດ​ເຖິງ​ຈຸດ​ສູງ​ສຸດ​ແລະ​ການ​ປອດ​ການ​ປ່ອຍ​ກາກບອນ​ດີ​ອົກ​ຊິດ​ໃຫ້​ເປັນ​ເອ​ກະ​ພາບ​ກັນ​ແລະ​ເປັນ​ລະ​ບຽບ​. ວາງ​ແຜນ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ບັນ​ລຸ​ເປົ້າ​ໝາຍ​ໃຫ້​ການ​ລະ​ບາຍ​ກາກບອນ​ດີ​ອົກ​ຊິດ​ເຖິງ​ຈຸດ​ສູງ​ສຸດ​ກ່ອນ​ປີ2030 ໂດຍ​ໄວ ແລະ​ອື່ນໆ. ໃນ​ຂະ​ນະ​ດຽວ​ກັນ, ທີ່​ປະ​ຊຸມ​ຍັງ​ໄດ້​ເນັ້ນ​ໜັກ​ວ່າຕ້ອງ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລະ​ການ​ຜະ​ລິດ​ຢ່າງ​ປອດ​ໄພ​ໃຫ້​ດີ, ປະ​ຕິ​ບັດ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ໃຫ້​ມີ​ປະ​ສິດ​ທິ​ຜົນ​ຢ່າງ​ບໍ່​ລົດ​ລະ, ສືບ​ຕໍ່​ຊຸກ​ຍູ້​ວຽກ​ງານ​ສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ ເປັນ​ຕົ້ນ.

ຄຳ​ເຫັນ

0