吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການ​ອະນາ​ໄມ​ໂລກ: ການ​ຄົ້ນ​ຫາ​ແຫຼ່ງກຳ​ເນີ​ດຂອງ​ເຊື້ອພະຍາດ​ໂຄ​ວິ​ດ-19 ຄວນ​ຫຼີກ​ລ້ຽງການຫັນ​ເປັນບັນຫາ​ການ​ເມືອງ

2021-07-31 15:05:23 cri

ວັນ​ທີ 30 ກໍລະກົດ​ນີ້, ​ໃນພິທີ​ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​ພະຍາດ​ໂຄ​ວິດ-19 ຂອງ​ອົງການ​ອະນາ​ໄມ​ໂລກ, ທ່ານ​​ໄມ​ເຄີີ​ນ ​ເຈຣີອັນ ຫົວໜ້າບໍລິຫານ​ງານໂຄງການ​ສຸກ​ເສີນ​ຂອງ​ອົງການ​ອະນາ​​ໄມໂລກ​ກ່າວ​ວ່າ: ການຄົ້ນ​ຫາ​ແຫຼ່ງກຳ​ເນີ​ດຂອງ​ເຊື້ອພະຍາດ​ໂຄ​ວິດ-19 ຄວນຫຼີກ​ລ້ຽງການຫັນ​ເປັນບັນຫາ​ການ​ເມືອງ.

ທ່ານ​ກ່າວ​ວ່າ: ບັນດາ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ອະນາ​ໄມ​ໂລກ​ພວມ​ປຶກສາ​ຫາລື​ຢ່າງ​ຕັ້ງໜ້າກ່ຽວກັບ​ການຄົ້ນ​ຫາ​ແຫຼ່ງກຳ​ເນີ​ດຂອງ​ເຊື້ອພະຍາດ​ໂຄວິດ-19 ​ໃນບາດກ້າວ​ຕໍ່​ໄປ, ຈະ​ອີງ​ໃສ່ບົດ​ລາຍ​ງານ​ໄລຍະ​ທຳ​ອິດ​ຂອງ​ການ​ຄົ້ນຫາ​ແຫຼ່ງກຳ​ເນີ​ດຂອງ​ເຊື້ອພະຍາດ​ໂຄ​ວິດ​-19, ຄົ້ນຄວ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊຸກຍູ້​ວຽກ​ງານ​ໃນ​ບາດກ້າວ​ຕໍ່​ໄປ. ບົດ​ລາຍ​ງານ​​ໄລຍະ​ທຳ​ອິດ​ໄດ້ລະບຸ​ເຖິງ​ບັນຫາ​ຫຼາຍ​ຢ່າງ, ນັກ​ຄົ້ນຄວ້າ​ວິທະຍາສາດ​ຈີນ​ໄດ້​ດຳ​ເນີນ​ການ​ຄົ້ນຄວ້າຕື່ມ​ອີກ​ແລ້ວ. ອົງການ​ອະນາ​ໄມ​ໂລກ​ຄອງ​ຄອຍຈະ​ໄດ້​ຮັບ​ໝາກຜົນ​ການ​ຄົ້ນຄ້ວາ​ໃໝ່​ຈາກ​ນັກ​ຄົ້ນຄວ້າ​ວິທະຍາສາດ​ຈີນ, ຂະນະ​ດຽວ​ກັນກໍ​ຫວັງ​ວ່າ​ວຽກ​ງານ​ນີ້​ຈະ​ສືບ​ຕໍ່​ດຳ​ເນີນ​ໄປ​ຢູ່​ຈີນ ​ແລະ​ປະ​ເທດ​ອື່ນໆ​ໃນ​ໂລກ.

ທ່ານ​ກ່າວ​ຕື່ມ​ວ່າ: ບັນດາ​ປະ​ເທດ​ສະມາຊິກ​ມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ຢ່າງ​ກວ້າງ​ຂວາງ, ຄື: ຢ່າ​​ເຮັດ​ໃຫ້​ຂະ​ບວນການ​ຄົ້ນຫາ​ແຫຼ່ງກຳ​ເນີ​ດຂອງ​ເຊື້ອພະຍາດ​ໂຄ​ວິດ-19 ​​​ຫັນ​ເປັນບັນຫາ​ການ​ເມືອງ. ພວກ​ເຮົາ​ມີ​ພື້ນຖານທີ່​ຈະ​ມີ​ຄວາມ​ຄືບ​ໜ້າ ​ແລະສາມາດ​ດຳ​ເນີນ​ການ​ຄົ້ນຄວ້າຕ່າງໆ​ຕື່ມ​ອີກ.

ຄຳ​ເຫັນ

0