刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕະຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ​ມີ​ມູນ​ຄ່າ​ຊື້​ຂາຍ​ກັນ​ເຖິງ 3160 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ​ນີ້

2021-07-31 17:43:23 cri

 

ຕົວ​ເລກຫຼ້າ​ສຸດ​ຂອງ​ອົງ​ການ​ຄຸ້ມ​ຄອງ​ເງິນ​ຕ່າ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ​ນີ້, ຕະຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ​ຈີນ​ມີ​ມູນ​ຄ່າ​ຊື້​ຂາຍ​ກັນ​ເຖິງ 3160 ຕື້​ໂດ​ລາ​ສະ​ຫະ​ລັດ​. ໃນ​ນັ້ນ, ມູນ​ຄ່າ​ການ​ຊື້​ຂາຍ​ກັນ​ໃນ​ຕະຫຼາດ​ທະ​ນາ​ຄານ​ກັບ​ລູກ​ຄ້າ​ມີ​ເຖິງ 530 ຕື້​ໂດ​ລາ​ສະ​ຫະ​ລັດ, ຕະຫຼາດ​ທະ​ນາ​ຄານ​ກັບ​ທະ​ນາ​ຄານ​ມີ​ເຖິງ 2640 ຕື້​ໂດ​ລາ​ສະ​ຫະ​ລັດ, ຕະຫຼາດການ​ຊື້​ຂາຍ​ກັນ​​ທີ່​ຕ້ອງ​ຊຳ​ລະ​ເງິນ​ທັນ​ທີ​ມີ​ເຖິງ 1280 ຕື້​ໂດ​ລາ​ສະ​ຫະ​ລັດ, ຕະຫຼາດຜະ​ລິດ​ຕະ​ພັນ​ສຳ​ຮອງ​ມີ​ ​ເຖິງ 1880 ຕື້​ໂດ​ລາ​ສະ​ຫະ​ລັດ.

ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ມິ​ຖຸ​ນາ​ປີ 2021, ຕະຫຼາດ​ເງິນ​ຕ​າ​ຕ່າງ​ປະ​ເທດ​ຂອງ​ຈີນ​ມີ​ມູນ​ຄ່າ​ຊື້​ຂາຍ​ກັນ​ເຖິງ 17410 ຕື້​ໂດ​ລາ​ສະ​ຫະ​ລັດ.

ຄຳ​ເຫັນ

0