吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການ​ອະ​ນາ​​ໄມ​ໂລກຄາດ​ວ່າ​ໃນ​ສອງ​ອາ​ທິດ​ຕໍ່ໜ້າ​ນີ້ ທົ່ວ​ໂລກ​ຈະ​ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ທັງ​ໝົດຫຼາຍ​ກວ່າ 200 ລ້ານ​ຄົນ

2021-07-31 14:41:11 cri

ວັນ​ທີ 30 ກໍລະກົດ​ນີ້, ທ່ານ​​ເຕ​ໂດຣສ ຜູ້ອຳນວຍການ​ໃຫຍ່ອົງການ​ອະນາ​​ໄມ​ໂລກ ຫຼື WHO ກ່າວ​ວ່າ: ​ໃນ​ໄລຍະ​ອາທິດ​ທີ່​ຜ່ານ​ມາ, ທົ່ວ​ໂລກ​ມີຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ເພີ່ມ​​ໃໝ່​ເກືອບ 4 ລ້ານ​ຄົນ, ຕາມ​ສະພາບ​ການ​ໃນ​ປັດຈຸບັນ​ນີ້, ຄາດ​ວ່າ​ຈະ​ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ທັງ​ໝົດ​ຫຼາຍ​ກວ່າ 200 ລ້ານ​ຄົນ​ໃນ​ສອງ​ອາ​ທິດຕໍ່ໜ້າ.

ທ່ານ​ເຕ​ໂດຣສກ່າວ​ວ່າ: ການທີ່​ຈຳນວນ​ຜູ້​ຕິດ​ເຊື້ອ ​ແລະ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ສ່ວນ​ຫຼາຍ​ແມ່ນ​ເກີດ​ຂຶ້ນ​ຍ້ອນ​ເຊື້ອ​ພະຍາດ​ໂຄ​ວິດ-19 ສາຍ​ພັນ​ເດ​ວຕ້າ​ທີ່​ມີ​ການ​ແຜ່​​ເຊື້ອ​ໄວ. ປັດຈຸບັນ​ນີ້, ​ໃນ​ທົ່ວ​ໂລກ​ມີ 132 ປະ​ເທດ ​ແລະ​ເຂດ​ແຄວ້ນ​ໄດ້​ລາຍ​ງານ​ພົບ​ຜູ້​ຕິດ​ເຊື້ອ​ໄວຣັດສາຍ​ພັນ​​ເດ​ວຕ້າ. ນອກ​ນີ້, ການ​ເຄື່ອນ​ໄຫວ​ຂອງ​ປະຊາຊົນ​ເພີ່ມ​ຂຶ້ນ, ມາດ​ຕະການ​ປ້ອງ​ການ​ພະຍາດ​ໂຄ​ວິດ-19 ຂາດ​ຄວາມ​ໜັກ​ແໜ້ນ ​ແລະ​ໝັ້ນ​ທ່ຽງ, ພ້ອມ​ດ້ວຍ​ຄວາມ​ບໍ່​ສະ​ເໝີ​ພາບ​ຂອງ​ການ​​ແບ່ງປັນ​ວັກ​ຊີ​ນ​ກໍສົ່ງ​ຜົນ​ເຮັດ​ໃຫ້​ສະພາບ​ການ​​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ຮ້າຍ​ແຮງ​ຂຶ້ນ.

ຂໍ້​ມູນ​ສະ​ຖິຕິ​ຈາກ​ອົງການ​ອະນາ​ໄມ​ໂລກ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ມາ​ຮອດ​ປັດຈຸບັນ​ນີ້, ບັນດາ​ປະ​ເທດ​ໃນ​ໂລກ​ມີ​ພຽງ​ປະມານ​ເຄິ່ງໜຶ່ງ​ໄດ້​ບັນລຸ​ອັດຕາ​ການ​ສັກ​ວັກ​ຊີ​ນ​ເຖິງ 10%, ມີ​ຈຳນວນ​ປະ​ເທດ​ບໍ່​ເຖິງ 1 ສ່ວນ 4 ​ໃນ​ໂລກ​ໄດ້​ບັນລຸ 40%, ມີ​ພຽງ 3 ປະ​ເທດ​ເທົ່າ​ນັ້ນ​ໄດ້​ບັນລຸ 70% ​ແລະ​ປະຊາກອນ​ອາ​ຝຣິກາ​ມີ​ພຽງ 1,5% ​ເທົ່າ​ນັ້ນ​ໄດ້​ສັກ​ວັກ​ຊີນ​ໃຫ້​ຄົບ 2 ​ເຂັມ.

ຄຳ​ເຫັນ

0