徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ເນັ້ນ​ວ່າຕ້ອງ​ຮັບ​ປະ​ກັນໃຫ້​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ການ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 100 ປີຕາມ​ເວ​ລາ​ກຳ​ນົດ

2021-08-01 16:26:41 cri

ຕາມ​ຂ່າວ CRI: ​ເນື່ອງໃນໂອ​ກາດ​ວັນ​ທີ 1 ສິງ​ຫາ​ຫຼື​ວັນສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ໄດ້​ວຽນ​ມາ​ເຖິງ, ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຈັດ​ການ​ຮ່ຳ​ຮຽນ​ລວມ​ໝູ່​ຄັ້ງ​ທີ 32 ກ່ຽວ​ກັບ​ການ​ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ​ທີ່​ມີຕໍ່​ກອງ​ທັບ​ປະ​ຊາ​ຊົນ​ຢ່າງ​ເດັດ​ຂາດ, ພະ​ຍາ​ຍາມ​ບັນ​ລຸ​ເປົ້າ​ໝາຍ​​ສູ້​ຊົນ​​ການ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 100 ປີ. ທ່ານ​ສີ​ຈິ້ນ​ຜີງ, ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກ່າວ​ເນັ້ນ​ໃນ​ເວ​ລາ​ເປັນ​ປະ​ທານ​ການ​ຮ່ຳ​ຮຽນ​ວ່າ, ການ​ບັນ​ລຸ​ເປົ້າ​ໝາຍ​​ສູ້​ຊົນ​​ການ​ສ້າງ​ຕັ້ງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນຄົບ​ຮອບ 100 ປີ, ແມ່ນ​ການ​ຕັດ​ສິນ​ທີ່​ສຳ​ຄັນແມ່ນ​ໜ້າ​ທີ່​ສຳ​ຄັນ​​ຂອງ​ສູນ​ກາງ​ພັກ​ແລະ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງໃນ​ການປະ​ຕິ​ບັດ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການຂອງ​ຍຸກ​ສະ​ໄໝ​ດ້ານ​ການ​ສ້າງປະ​ເທດ​ແລະ​ກອງ​ທັບ​ໃຫ້​ເຂັ້ມ​ແຂງກວ່າ​ເກົ່າ, ກ່ຽວ​ພັນ​ເຖິງ​ຄວາມ​ໝັ້ນ​ຄົງ​ແລະ​ການ​ພັດ​ທະ​ນາ​ແຫ່ງ​ຊາດ, ແມ່ນ​ບາດ​ກ້າວ​​ສຳ​ຄັນ​ທີ່​ສຸດໃນ “ສາມ​ບາດ​ກ້າວ” ໃໝ່​ຂອງ​ການ​ສ້າງ​ການປ້ອງ​ກັນ​ປະ​ເທດ​ແລະ​ກອງທັບ​ໃຫ້​ທັນ​ສະ​ໄໝ. ຕ້ອງ​ຍຶດ​ໝັ້ນຄວາມ​ຕັດ​ສິນ​ໃຈ, ເພີ່ມ​​ສະ​ຕິ​ຄວາມ​ຂ້ຽວ​ຂາດ, ເຮັດ​ແທ້​ທຳ​ຈິງ, ຮັບ​ປະ​ກັນ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ກຳ​ນົດໄວ້​ຕາມ​ເວ​ລາ​ກຳ​ນົດ.

 

​  ກ່ອນ​ອື່ນ, ທ່ານ​ສີ​ຈິ້ນ​ຜີງ​ໄດ້​ຕາງ​ໜ້າ​ສູນ​ກາງ​ພັກ​ແລະຄ​ະ​ນະ​ກຳ​ມະ​ການ​ການ​ທະ​​ຫານ​ສູນ​ກາງ​ສະ​ແດງ​ຄວາມອວຍ​ພອນ​ໃນ​ວັນ​ບຸນ​ຕໍ່​ນາຍ​ແລະ​ທະ​ຫານ​ຂອງກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ, ນາຍ​ແລະ​ທະ​ຫານ​ຂອງກອງ​ຕຳ​ຫຼວດ​ປະ​ກອບ​ອາ​ວຸດ, ພະ​ນັກ​ງານ​ສີ​ລະ​ປະ​ວັດ​ທະ​ນະ​ທຳ​ໃນ​ກອງ​ທັບ​ແລະ​ທະ​ຫານກອງ​ຫຼອນ​ທັງ​ມົດ.

 

ຄຳ​ເຫັນ

0