吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳ​ນັກ​ງານ​ປະ​ຈຳ​ຮົງ​ກົງ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ຮຽກ​ຮ້ອງ​ໃຫ້​ບຸກ​ຄົນ​ທາງ​ການ​ເມືອງ​ຕ່າງ​ປະ​ເທດ​ຢຸດ​ຕິ​ການ​ລົບ​ກວນ​ອົງ​ການຍຸດ​ຕິ​ທຳ​ເຂດ​ພິ​ເສດ​ຮົງ​ກົງຕັດ​ສິນຄະ​ດີ​ຕາມ​ກົດ​ໝາຍໃນ​ທັນ​ທີ

2021-08-01 14:08:59 CRI

ຫວ່າງ​ມໍ່ໆ​ນີ້ ມີ​ບຸກ​ຄົນ​ທາງ​ການ​ເມືອງ​ຂອງ​ອົງ​ການ​ເຄື່ອນ​ໄຫວຕໍ່​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບ​ເອີ​ລົບໄດ້​ຕິ​ຕຽນ​​ສານ​ຊັ້ນ​ສູງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງຕັດ​ສິນ​ຄະ​ດີ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​​ຊາດເລື່ອງ​ທຳ​ອິດ​ຕາມ​ກົດ​ໝາຍ ແລະ ໃສ່​ຮ້າຍ​ປ້າຍ​ສີ​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງຊາດ ແລະ ກາ​ນ​ປົກ​ຄອງ​ຕາມ​ກົດ​ໝາຍ​ຂອງ​ຮົງ​ກົງ​ໂດຍ​ແນ​ໃສ່​ເລື່ອງ​ນີ້, ໂຄ​ສົກ​ສຳ​ນັກ​ງານ​ປະ​ຈຳ​ຮົງ​ກົງຂອງກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ ແລະ ​ຄວາມ​ຄັດ​ຄ້ານ​​ຢ່າງ​ເດັດ​ດ່ຽວໃນ​ວັນ​ທີ 31 ກໍ​ລະ​ກົດ​ແລ້ວ​ນີ້.

 

 ໂຄ​ສົກ​ຜູ້​ນີ້​ຊີ້​ອອກວ່າ, ຮົງ​ກົງ​ເປັນ​ສັງ​ຄົມ​ທີ່​ປົກ​ຄອງ​ຕາມ​ກົດ​ໝາຍ,ປະ​ຕິ​ບັດ​ຕາມ​ກົດ​ໝາຍ, ຜິດ​ກົດ​ໝາຍ​ກໍ່​ຕ້ອງ​ສືບ​ຫາ. ນັບ​ແຕ່​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​​ຊາດ​ຂອງ​ຮົງ​ກົງ​ໄດ້​ປະ​ຕິ​ບັດ​ເປັນ​ເວ​ລາ 1 ປີ​ປາຍ​ມາ​ນີ້, ສິດ​ຊອບ​ກົດ​ໝາຍ ແລະ ​ເສ​ລີ​ພາບ​ຂອງ​ປະ​ຊາ​ຊົນ​ຮົງ​ກົງ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ຢ່າງ​ເຕັມ​ທີ່, ການ​ປົກ​ຄອງ​ຕາມ​ກົດ​ໝາຍ ແລະ ​ອົງ​ການ​ຕຸ​ລາກ​ອານເປັນ​ເອ​ກະ​ລາດ​ຂອງ​ຮົງ​ກົງ​​ໄດ້​ສົມ​ບູນ​ແບບ, ປະ​ຊາ​ຊົນ​ໄດ້​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​​ສະ​ຫງົບ​ສຸກ​ຄືນ​ໃໝ່, ຄວາມ​ເປັນ​ທຳ​ທາງ​ສັງ​ຄົມ​ໄດ້​ຮັກ​ການ​ສົ່ງ​ເສີມ, ສະ​ພາບ​ຕົວ​ຈິງ​ໄດ້​ຢືນ​ຢັນ​ວ່າ, ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​​ຊາດກົງ​ກົງ​ແມ່ນ​ກົດ​ໝາຍ​ທີ່​ສາ​ມາດ​ໄດ້​ປົກ​ປັກ​ຮັກ​ສາຄວາມ​ໝັ້ນ​ຄົງ, ​ສະ​ຖຽນ​ລະ​ພາບ ແລະ ຄວາມ​ສະ​ຫງົບ​ຮົງ​ກົງ, ​ແລະ​ສາ​ມາດ​ຊ່ວຍ​ພຶດ​ຕິ​ກຳ “​ປະ​ເທດດຽວ​ສອງ​ລະ​ບອບ”​ດຳ​ເນີນ​ໄປ​ຢ່າງ​ໜັກ​ແໜ້ນ ແລະ ​ພັດ​ທະ​ນາ​ໄປ​ທາງ​ໄກ.

ຄຳ​ເຫັນ

0