吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 44 ໄດ້​ເພີ່ມ​ມໍ​ລະ​ດົກ​ໂລກໃໝ່ 34 ແຫ່ງ

2021-08-01 15:24:37 CRI

ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 44 ໄດ້​ເພີ່ມ​ມໍ​ລະ​ດົກ​ໂລກໃໝ່ 34 ແຫ່ງ_fororder_1127717534_16277403871421n


    ຕອນ​ຄ່ຳ​ວັນ​ທີ 31 ກໍ​ລະ​ກົດ​ແລ້ວ​ນີ້, ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 44 ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ຟູ​ໂຈ່ວ​ຂອງ​ຈີນ. ກອງ​ປະ​ຊຸມ​ໄດ້​ສຳ​ຫຼວດ​ພິ​ຈາ​ລະ​ນາ​ການ​ສະ​ເໜີ​ຊື່​ມໍ​ລະ​ດົກ​ໂລກ​ໃໝ່ 36 ​ແຫ່ງ, ໃນ​ນັ້ນ​ມີ 34 ​ແຫ່ງ​ໄດ້​ຖືກ​ອະ​ນຸ​ຍາດ​​ໃຫ້ຈັດ​ເຂົ້າ​ໃນ ​ “ບັນ​ຊີລາຍ​ຊື່​ມໍ​ລະ​ດົກ​ໂລກ” ແລ້ວ. ໃນ​ນັ້ນ, “ຊວນ​ໂຈ່ວ: ສູນ​​ການ​ຄ້າ​ທາງ​ທະ​ເລ​ໂລກ​ຂອງ​ຈີນ​ໃນ​ສະ​ໄໝລາ​ຊະ​ວົງ​ຊົ້ງ ແລະ ຢວນ” ກາຍ​ເປັນ​ມໍ​ລະ​ດົກ​ໂລກ​ແຫ່ງທີ 56 ຂອງ​ຈີນ, ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ລະ​ດັບ​ຊາດ​ອູ​ຫຼີ​ໂພ່​ຂອງ​ນະ​ຄອ​ນ​ຈຸ​ງ​ກິ່ງ​ກາຍ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ “ເຊີນ​ນົງ​ເຈ້ຍ​ແຂວງ​ຮູ​ເປ​ຈີນ”. ນອກ​ນີ້, 3 ແຫ່ງ​ທີ່​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ​ກໍ່​ໄດ້​ຮັບ​ການ​ເປີດກວ້າງ​ອີກ​.


     ກອງ​ປະ​ຊຸມ​ເທື່ອ​ນີ້​ຍັງ​ໄດ້​​ພິ​ຈາ​ລະ​ນາ​​ບົດ​ລາຍ​ງານ​ສະ​ພາບ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ໂລກ 200 ກວ່າ​ລາຍ, ໃນ​ນັ້ນ, ​ສະ​ພາບ​ການ​ປົກ​ປັກ​ຮັກ​ສາກຳ​ແພງເມືອງຈີນ, ສວນ​ສາ​ທາ​ລະ​ນະ​ແຫ່ງ​ຊາດ​ເດ​ໄຕ ແລະ ສວນສາທາລະນະແຫ່ງ​ຊາດໂກໂມເອຂອງກົດ​ດີ​ວົວ​ໄດ້​ເປັນ​ແບບ​ຢ່າງ​ໃນ​ການ​ປົກ​ປັກ​ຮັ​ກ​ສາ​ມໍ​ລະ​ດົກ​ໂລກ, ສວນ​ສາ​ທາ​ລະ​ນະຊາ​ລົງ​ກາ​ຂອງ​ສາ​ທາ​ລະ​ນະ​ລັດ​​ປະ​ຊາ​ທິ​ປະ​ໄຕກົງ​ໂກ​ຖືກ​ລຶບ​ອອກຈາກ “​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ​ທີ່​ມໍ່​ຈະ​ສູນ​ເສຍ”, ​ສູນ​ການ​ຄ້າ​ທາງ​ທະ​ເລ​ລີ​ອູ​ພົວ​ອັງ​ກິດ​​ແຫ່ງ​ເປັນ​ມໍ​ລະ​ດົກ​ໂລກ​ລາຍ​ທຳ​ທິດ​ທີ່​ຖືກ​​ລຶບ​ອອກ​ຈາກ​ບັນ​ຊີ​ລາຍ​ຊື່​​ມໍ​ລະ​ດົກ​ໂລກໃນ​ຮອບ 10 ປີ​​ມາ​ນີ້.

ຄຳ​ເຫັນ

0