徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝ່າຍ​ທະ​ຫານມຽນ​ມາ​ປະ​ກາດ​ວ່າ​ຈະ​ແກ່​ຍາວເວ​ລາ​ການ​ຢຸດ​ຍິງ​ໄປ​ຮອດ​ວັ​ນ​ທີ 31 ສິງ​ຫາ​ນີ້

2021-08-01 16:26:10 cri

ຕາມ​ຂ່າວCRI:ວັນ​ທີ 31 ກໍ​ລະ​ກົດ​ແລ້ວ​ນີ້, ກອງ​ບັນ​ຊາ​ການ​ຂອງ​ກອງ​ທັບປ້ອງ​ກັນ​ປະ​ເທດ​ມຽນ​ມາ​ໄດ້​ປະ​ກາດ​ແຈ້ງ​ການ​, ​ໂດຍກ່າວ​ວ່າ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ດຳ​ເນີນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບກັບກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ທ້ອງ​ຖິ່ນ​ຊົນ​ເຜົ່າ​ຕ່າງໆ, ແລະ​ຈະ​ແກ່​ຍາວເວ​ລາ​ການ​ຢຸດ​ຍິງໄປ​ຮອດ​ວັນ​ທີ 31 ສິງ​ຫາ​ນີ້, ນອກ​ຈາກ​ການ​ປະ​ຕິ​ບັດ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​,ການ​ຄຸ້ມ​ຄອງແລະ​ໜ້າ​ທີ່​ອື່ນໆ.

 

ແຈ້ງ​ການ​ຍັງ​ກ່າວ​ວ່າ​ຈະ​ພະ​ຍາ​ຍາມ​ປັບ​ປຸງ​ການ​ເມືອງ, ການ​ຄ້າ​ແລະ​ຂົງ​ເຂດ​ຕ່າງໆ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ. ຫວັງ​ວ່າ​ອົງ​ການ​ຈັດ​ຕັ້ງ​ແລະ​ບຸກ​ຄົນ​ທັງ​ໝົດ​ທີ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ດ້ານ​ຂະ​ບວນ​ການ​ສັນ​ຕິ​ພາບ​ລ້ວນ​ແຕ່​ຄວນ​ຜ່ານ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຕໍ່​ໄປພະ​ຍາ​ຍາມ​ຮ່ວມ​ກັນ, ເພື່ອ​ບັນ​ລຸ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ, ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ແລະ​ການ​ສະ​ແຫວງ​ຫາ​ປະ​ຊາ​ທິ​ປະ​ໄຕ​ດ້ວຍຮູບ​ແບບ​ທີ່​ຖືກ​ຕ້ອງ. ພ້ອມ​ກັນ​ນັ້ນ, ແຈ້ງ​ການ​ຍັງ​ກ່າວ​ວ່າ​​ຝ່າຍ​ທະ​ຫານຈະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ແລະ​ຊຸກ​ຍູ້​ວຽກ​ງານ​ຕ້ານການ​ແຜ່​ລະ​ບາດ​ຂອງ​​ພະ​ຍາດ​ໂຄວິດ-19.

 

ຄຳ​ເຫັນ

0