吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັກ​ຊິນ​ໂຄວິດ-19 ຂອງ​ຈີນສາ​ມາດ​ຮັກ​ສາ​ພູມ​ຕ້ານ​ທານ​ໃນ​ຮ່າງ​ກາຍ​ຢ່າງ​ໜ້ອຍ​ 1 ປີ​ຂຶ້ນ​ໄປ

2021-08-01 13:38:55 CRI

     ຕອນ​ບ່າຍ​ວັນ​ທີ 31 ກໍ​ລະ​ກົດ​ແລ້ວ​ນີ້, ກົນ​ໄກ​ປ້ອງ​ກັນ​ ແລະ ຄວບ​ຄຸມຮ່ວມ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ ເພື່ອ​ແນະ​ນຳ​ສະ​ພາບ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ພ້ອມ​ທັງ​ສະ​ພາບ​ການ​ສັກ​ວັກ​ຊິນ​ຂອງ​ຈີນ.


     ທ່ານ​ຊ້າວ​ອີ່​ມີງ ນັກ​ຄົ້ນ​ຄວ້າ ທັງ​ເປັນ​ສະ​ມາ​ຊິກ​ໜ່ວຍ​ຜູ້​ຊ່​ຽວ​ຊານ​ດ້ານການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ວັກ​ຊິນ ພະ​ແນກ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ຂອງ​​ສູນ​ຄວບ​ຄຸມ​ພະ​ຍາດ​ຈີນ​ແນະ​ນຳ​ວ່າ, ການ​ຄົ້ນ​ຄວ້າຂອງໜ່ວຍ​ງານ​ສ່ວນ​ໜຶ່ງ​ຂອງ​ຈີນ​​ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ພູມ​ຕ້ານ​ທານ​​ສະ​ແດງ​ໃຫ້​ເຫັນ​ວ່າ, ຫຼັງ​​ຈາກສັກ​ວັກ​ຊິນ​ຄົບ 2 ເຂັມແລ້ວ, ​ຖ້າ​ສັກ​ວັກ​ຊິນ​ອີກ​ໃນ​ເວ​ລາ​ຄົບ 6 ເດືອນ ແລະ ຄົບ 12 ເດືອນ​ຈະ​ສາ​ມາດ​ຍົກ​ລະ​ດັບ​ພູມ​ດ້ານ​ທານ​ຢ່າງ​ເດັ່ນ​ຊັດ​ພາຍ​ໃນ​ເວ​ລາ​ສັ້ນໆ, ນີ້​ສະແດງ​ໃຫ້​ເຫັນ​ວ່າ, ຫຼັງ​ຈາກ​ສັກ​ວັກ​ຊິນ​ແລ້ວ ສາ​ມາດ​ເຮັດ​ໃຫ້​ຮ່າງ​ກາຍ​ຂອງ​ຄົນ​ເກີດຄວາມ​ຊົງຈຳ​ດ້ານ​ພູມ​ຕ້ານ​ທານ​ທີ່​ດີ ພ້ອມ​ກັນ​ນັ້ນ ​ຄວາມ​ຊົງ​ຈຳ​​ດ້ານພູມ​ຕ້າ​ນ​ທານ​ນີ້​ຈະ​ສາ​ມາດ​ຮັກ​ສາ​ຢ່າງ​ໜ້ອຍ 1 ປີ​ຂຶ້ນ​ໄປ. ວັກ​ຊິນ​ເຊື້ອ​ຕາຍ​ທີ່​ຈີນ​ຜະ​ລິດ​ມີ​ບົດ​ບາດ​ປ້ອງ​ກັນ​ທີ່​ດີ​, ມີ​ປະ​ສິດ​ທິ​ຜົນ​ໃນ​ລະ​ດັບ​ໃດ​ໜຶ່ງ​ໃນ​ດ້ານ​ການ​ປ້ອງ​ກັນ​ບໍ່​ໃຫ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 , ມີ​ປະ​ສິດ​ທິ​ຜົນ​​ຢ່າງ​ຈະ​ແຈ້ງ​ໃນ​ການ​​ປ້ອງ​ກັນ​ບໍ່​ໃຫ້​ພະ​ຍາດແຜ່​ລະ​ບາດ​​ໄປ​ວົງ​ກວ້າງ​ອີກ ແລະ ມີ​ປະ​ສິດ​ທິ​ຜົນ​ຢ່າງ​ພົ້ນ​ເດັ່ນ​ໃນການ​ຫຼຸດ​ຈຳ​ນວນ​ຄົນ​ເຈັບອາ​ການ​ໜັກ ແລະ ​ຜູ້​ເສຍ​ຊີ​ວິດ.

ຄຳ​ເຫັນ

0