秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຖານທູດຈີນປະຈໍາລາວສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 94 ປີ

2021-08-02 15:38:19 cri

ສະຖານທູດຈີນປະຈໍາລາວສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 94 ປີ_fororder_abe6c474d2ed2ff2b0ca807255a4714

ສະຖານທູດຈີນປະຈໍາລາວໄດ້ຈັດພິທີພົບປະແລກປ່ຽນກັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 94 ປີ ຂຶ້ນທີ່ນະຄອນຫຼວງວຽງຈັນ ເມື່ອຕອນເຊົ້າວັນທີ 1 ສິງຫາ 2021, ຝ່າຍລາວໃຫ້ກຽດເຂົ້າຮວ່ມໂດຍທ່ານ ພົທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຫົວໜ້າກົມໃຫຍ່ການເມືອງ, ຝ່າຍຈີນມີທ່ານ ພັອ ພິເສດ ຫຼີປິ່ງ ຫົວໜ້າຫ້ອງການທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຄະນະນໍາຝ່າຍລາວ ແລະຝ່າຍຈີນເຂົ້າຮ່ວມ ພ້ອມທັງປະຕິບັດມາດຕະການໂຄວິດ-19 ຢ່າງເຂັ້ມງວດ.

ສະຖານທູດຈີນປະຈໍາລາວສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 94 ປີ_fororder_2adfeb11795518d61f8f64a591973d5

ໃນພິທີທ່ານ ພັອ ພິເສດ ຫຼີປິ່ງ ໄດ້ຂຶ້ນກ່າວວ່າ: ປີນີ້ເປັນປີການສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ, ການສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 94 ປີ, ຍັງເປັນປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລາວ 60 ປີ ແລະປີມິດຕະພາບຈີນ-ລາວ ນໍາອີກ. ກອງທັບຈີນໄດ້ເປັນເສົາຄໍ້າທີ່ເຂັ້ມແຂງໃນການປົກປັກຮັກສາອະທິປະໄຕແຫ່ງຊາດ, ຄວາມໝັ້ນຄົງ ແລະຜົນປະໂຫຍດດ້ານການພັດທະນາ ເຊິ່ງໄດ້ປະຕິບັດນະໂຍບາຍປ້ອງກັນຊາດປ້ອງກັນຕົນເອງຢ່າງສະເໝີຕົ້ນສະເໝີປາຍ. ປັດຈຸບັນ, ປະເທດລາວກໍາລັງປະເຊີນກັບການລະບາດຂອງໂຄວິດ-19ໃນຮອບໃໝ່. ເຖິງແມ່ນວ່າຈີນຍັງຢູ່ພາຍໃຕ້ຄວາມກົດດັນໃນການປ້ອງກັນການລະບາດຂອງພະຍາດດັ່ງກ່າວກໍຕາມ, ແຕ່ກອງທັບຈີນຍັງຍິນດີສືບຕໍ່ຊ່ວຍເຫຼືອວັດຖຸອຸປະກອນຕ້ານພະຍາດ ກໍຄືວັກຊີນຊ່ວຍເຫຼືອໃຫ້ແກ່ກອງທັບລາວ. ສອງກອງທັບຈີນ-ລາວໄດ້ຖະນຸຖະໜອມໄມຕີຈິດມິດຕະພາບທີ່ມາແຕ່ດົນນານ ແລະຈະສືບຕໍ່ຮັດແໜ້ນສາຍພົວພັນໄມຕີຈິດມິດຕະພາບອັນເລິກເຊິ່ງທີ່ດີຕໍ່ກັນ ແລະຮ່ວມກັນປົກປ້ອງຄວາມໝັ້ນຄົງຊາຍແດນ, ເພີ່ມທະວີໃນການສ້າງວິທະຍາຄານກອງທັບ, ເພີ່ມທະວີການຮ່ວມມືຝຶກຊ້ອມຮ່ວມກັນ ກໍຄືການກໍ່ສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດລະຫວ່າງສອງກອງທັບ ເພື່ອປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຮັກສາສັນຕິພາບຂອງກັນ ແລະກັນ, ພາກພື້ນ ກໍຄືຂອງໂລກ.

 

ໃນວັນດຽວກັນ, ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມກັບທ່ານ ພົອ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດໄດ້ໄປຢ້ຽມຢາມທີມແພດຈີນ ທີ່ໂຮງໝໍສູນກາງ 103 ກອງທັບ. ໃນໂອກາດນີ້ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງທີມແພດຈີນ ແລະສະແດງຄວາມຊົມເຊີຍຕໍ່ກັບການຊ່ວຍເຫຼືອທາງການແພດຊຸດທີ 5 ຂອງຈີນໃຫ້ແກ່ປະເທດລາວ ພ້ອມທັງອວຍພອນອັນປະເສີດໃຫ້ເຂົາເຈົ້າ. ທ່ານຍັງກ່າວວ່າ: ພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສ ແລະຖືກຕ້ອງຂອງພັກກອມມູນິດຈີນ, ກອງທັບປົດປ່ອຍປະຊາຊົນຈີນໄດ້ສ້າງກຳແພງທີ່ເຂັ້ມແຂງ, ຢືນຢັນຢູ່ໃນເຫດຜົນຢ່າງແທ້ຈິງໃນການປົກປ້ອງຄວາມໝັ້ນຄົງແຫ່ງຊາດ, ສະຖຽນລະພາບ ແລະຮັບໃຊ້ປະຊາຊົນຢ່າງຊື່ສັດ. ນອກນັ້ນ, ກອງທັບປົດປ່ອຍປະຊາຊົນຈີນໄດ້ສ້າງຜົນງານອັນໃຫຍ່ຫຼວງໃນ 94 ປີທີ່ຜ່ານມາ, ມີຄວາມທັນສະໄໝຢ່າງສົມບູນ ແລະຢູ່ໃນອັນດັບແຖວໜ້າຂອງໂລກ. ກອງທັບປະຊາຊົນລາວຍິນດີສະໜັບສະໜູນຈີນຕະຫຼອດມາ ແລະເຕັມໃຈທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ການສ້າງສາພັດທະນາພາລະກິດສັງຄົມນິຍົມທີ່ທັນສະໄໝ ແລະຄວາມສາມັກຄີ ລະຫວ່າງກອງທັບຂອງສອງປະເທດຢ່າງແໜ້ນແຟ້ນ.

ຫຼັງຈາກນັ້ນ, ທ່ານລັດຖະມົນຕີ ແລະທ່ານເອກອັກຄະລັດຖະທູດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍລາວ ແລະຈີນ ໄດ້ຮວ່ມກັນຫົດນໍ້າຕົ້ນໄມ້ແຫ່ງມິດຕະພາບລາວ-ຈີນ ຢູ່ໂຮງໝໍດັ່ງກ່າວ.

ຄຳ​ເຫັນ

0